ແກ້ໄຂຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ມ່ວງ​ຫິມະ​ພານ​ໄປ​ເອີ​ລົບ

19:35 | 17/03/2022

ຍສໝ - ຫ້ອງວ່າການລັດຖະບານຫາກໍ່ສົ່ງສານທາງການເພື່ອສົ່ງຕໍ່ຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການສົ່ງອອກໝາກມ່ວງຫິມະພານໄປຕະຫຼາດເອີລົບ ໃນໄລຍະທີ່ຜ່ານມາ, ໃນນັ້ນມີວິສາຫະກິດສົ່ງອອກໝາກມ່ວງຫິມະພານຫຼາຍແຫ່ງມີຄວາມສ່ຽງຕໍ່ຄວາມເສຍຫາຍຢ່າງໜັກໜ່ວງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ
ພາບປະກອບ: TTXVN
ພາບປະກອບ: TTXVN

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມອບ​ໃຫ້​ລັດ​ຖະ​ມົນ​ຕີບັນດາ​ກະ​ຊວງ: ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຕໍາຫຼວດ, ຄົມມະນາຄົມ ຂົນ​ສົ່ງ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ປະສານສົມທົບກັບ​ສະ​ມາ​ຄົມ​ໝາກ​ມ່ວງ​ຫິມະ​ພານ​ຫວຽດນາມ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ໃນການ​ກວດກາ ​ແລະ ​ເຮັດແຈ້ງ​ບັນດາ​ສາຍ​ເຫດ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ ​ແລະ ໜູນ​ຊ່ວຍ​ຕາມ​ສິດອຳນາດ, ຮັບປະກັນ​ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ, ວິສາຫະກິດ, ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ​ຂອງ​ກົດໝາຍ​ພາຍ​ໃນ ​ແລະ ສາກົນໂດຍ​ໄວ, ​ ລາຍງານຕໍ່ນາ​ຍົກ​ລັດ​ຖະ​ມົນ​ຕີ​ທຸກ​ຄວາມ​ຫຍຸ້ງ​ຍາກ​ຢ່າງທັນການ.

ຕາມ​ຂໍ້​ມູນ​ຂອງ​ສະມາຄົມ​ໝາກ​ມ່ວງ​ຫິມະ​ພານ​ຫວຽດນາມ, ຜູ້​ສົ່ງ​ອອກ​ໝາກ​ມ່ວງ​ຫິມະ​ພານ​ພາຍ​ໃນ​ປະ​ເທດ​ຫຼາຍ​ແຫ່ງ​ພວມ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍ​ຕູ້​ຄອນ​ເທນເນີ​ເກືອບ 100 ໜ່ວຍ​ທີ່​ມີ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາສະຫະລັດ​ເມື່ອ​ສົ່ງ​ອອກ​ໄປ​ເອີຣົບ. ບັນດາວິສາຫະກິດມີຄວາມກັງວົນວ່ານີ້ອາດຈະເປັນການຫລອກລວງຄັ້ງໃຫຍ່ຍ້ອນວ່າທຸລະກິດເຫຼົ່ານີ້ທັງຫມົດໄດ້ເຊັນສັນຍາໂດຍຜ່ານບໍລິສັດນາຍຫນ້າເພື່ອສົ່ງອອກເມັດຫມາກມ່ວງຫິມະພານໄປອິຕາລີ.

ໄຊພອນ

ເຫດການ
302 Found

Found

The document has moved here.