ມີ​ວິ​ສາ​ຫະ​ກິດ​ກ່​ວາ 95% ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່

06:25 | 05/11/2021

ຍ​ສ​ໝ - ໄລ່​ຮອດວັນ​ທີ 1 ພະ​ຈິກ ມີ​ວິ​ສາ​ຫະ​ກິດ​ກ່​ວາ 95% ຢູ່ບັນ​ດາ​ເຂດ​ປຸງ​ແຕ່ງ - ເຂດ​ອຸດ​ສ​າ​ຫະ​ກຳ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໄດ້ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່.

ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ
ມີ​ວິ​ສາ​ຫະ​ກິດ​ກ່​ວາ 95% ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່
ພາບ​ປະ​ກອບ: dantri.com

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ນະ​ຄອນ​ໂຮ່​ຈີ​ມິນ ແລ້ວ, ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ ໃນ​ບັນ​ດາ​ເຂດ​ອຸດ​ສ​າ​ຫະ​ກຳ, ເຂດ​ປຸງ​ແຕ່ງ, ເຂດ​ເຕັກ​ໂນ​ໂລ​ຢີ​ສູງ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈົດ​ທະ​ບ​ຽນ​ເຄື່ອນ​ໄຫວ​ຄືນ​ໃໝ່ ບັນ​ລຸ​​ອັດ​ຕາສ່ວນ 95%.

​ສະ​ເພາະ​ຢູ່​ເຂດ​ອຸດ​ສາ​ຫະ​ກຳສູງ ມີ​ວິ​ສາ​ຫະ​ກິດ 88/88 ແຫ່ງ​ໄດ້​ເຄື່ອນ​ໄຫວ​ດ້ວຍ​ກຳ​ມະ​ການເຮັດ​ວຽກ 145.000 ຄົນ, ບັນ​ລຸ 84%. ນອກ​ຈາກ​ນັ້​ນ, ມີ​ວິ​ສາ​ຫະ​ກິດກ່​ວາ 6.500 ແຫ່ງ ຢູ່ນອກ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ປຸງ​ແຕ່ງ, ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ໃນ​ບໍ​ລິ​ເວນ​ນະ​ຄອນໂຮ່​ຈີ​ມິນ ກໍ່​ໄດ້​ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່​.

ບັນ​ດາ​ເມືອງ ແລະ ນະ​ຄອນຖູ​ດຶກ​ພວມ​ສືບ​ຕໍ່​ອັບ​ເດດ​ຈຳ​ນວນວິ​ສ​າ​ຫະ​ກິດ​ຈົດ​ທະ​ບຽນ​ວິ​ທີ​ການ​ເຄື່ອນ​ໄຫວ​ເພື່ອ​ສົ່ງ​ໄປ​ຍັງ​ພະ​ແນກ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕາມ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ປຸງ​ແຕ່ງ, ເຂດ​ອຸດ​ສາ​ຫະ​ກຳ ນະ​ຄອນ​ໂຮ່​ຈີ​ມິນ ແລ້ວ, ກ່ອນ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ນະ​ຄອນ​ມີ 178 ເຂດ​ປຸງ​ແຕ່ງ, ເຂດ​ອຸດ​ສາ​ຫະ​ກຳ ແລະ ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ດ້ວຍ​ຜູ້​ອອກ​ແຮງ​ງານ ກ່​ວາ 320.000 ຄົນ​ໃນ​ໂຮງ​ງານ ເກືອບ 1.500ແຫ່ງ.

ນັບ​ແຕ່​ວັນ​ທີ 15 ກໍ​ລະ​ກົດ ​ຫາ​ວັນ​ທີ 30 ກັນ​ຍາ, ຕາມ​ການ​ຮຽ​ກ​ຮ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ, ຖ້າ​ຫາກວ່າ​ວິ​ສາ​ຫະ​ກິດ​ບໍ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດໄດ້ ​ແມ່ນຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ ​ດັ່​ງ​ນັ້ນ​ມີ​ໂຮງ​ງານ, ໂຮງ​ຈັກ ກ່​ວາ 820 ແຫ່ງ​ຢູ່​ເຂດນີ້​ຕ້ອງ​ຢຸດ​ຕິ​ການ​ຜະ​ລິດ, ເຮັດ​ໃຫ້​ມີ​ກຳ​ມະ​ກອນ​ກ່​ວາ 244.000 ຄົນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.