ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຍສໝ - ວັນ​ທີ 25 ມີນາ 2025, ຢູ່​ນະຄອນ ​ໂຮ່ຈິ​ມິນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົມທົບ​ກັບ ອົດສະຕາລີ ​ແລະ ກາ​ນາ​ດາ ຈັດ​ຕັ້ງ​ການ​ສຳ​ມະ​ນາ​ເວທີ​ປາ​ໄສ​ພາກ​ພື້ນ​ ອາ​ຊຽນ (ARF) ກ່ຽວ​ກັບຫົວຂໍ້​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ຄັ້ງ​ທີ 2 ດ້ວຍ​ຮູບ​ແບບ​ໂດຍກົງສົມທົບກັບທາງ​ອອນ​ລາຍ.

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນ​ໝາກຜົນ​ຂອງຫົວຂໍ້ “ຄົ້ນຄວ້າ, ຕີ​ລາຄາສັງລວມກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ເພື່ອ​ຮັບໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ” ​ໂດຍ​ສະພາມະຫາບັນດິດວິທະຍາສາດ​ສັງຄົມ ຫວຽດນາມ ປະຕິບັດ; ຜ່ານ​ນັ້ນ​ ວິ​ເຄາະ​ສະພາບ​ການ​ໃນ​ປະຈຸ​ບັນ ​ແລະ ບັນຫາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ 7 ຂົງ​ເຂດ​ສຳຄັນ​ຄື: ດ້ານ​ການ​ເມືອງ, ການ​ນຳ, ການ​ຄຸ້ມ​ຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການ​ປ້ອງ​ກັນ ​ແລະ ການ​ຕອບ​ໂຕ້​ຕໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ; ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ, ການ​ແຜ່​ລະ​ບາດ, ໄພ​ພິ​ບັດ​ສິ່ງ​ແວດ​ລ້ອມ.

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2025).

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ຍສໝ - ສະຫະພັນ​ແມ່ຍິງ​ນະຄອນ​ ໂຮ່ຈີ​ມິນ ​ໄດ້​ເພີ່ມ​ທະວີ ​ແລະ ເປີດກວ້າງ​​ການ​ເຄື່ອນ​ໄຫວ​ທາງ​ການ​ທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ຍສໝ - ວັນ​ທີ 18 ເມສາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ເວທີ​ປາ​ໄສ​ແມ່ຍິງ​ ​ຫວຽດນາມ ຢູ່ ​ເອີ​ລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ຍສໝ - ຕາມ​ການ​ຄົ້ນ​ຄ້ວາ​ຂອງ Economica ຫວຽດນາມ, ​ແຕ່​ລະ​ປີ, ແຮງງານ​ຍິງ 250.000 ຄົນ​ນີ້​ສ້າງ​ແຫຼ່ງ​ເງິນ​ຝາກ​ປະມານ 2,5 ຕື້ USD, ກວມ 15% ຍອດ​ຈຳນວນ​ເງິນ​ເຂົ້າ ​ຫວຽດນາມ.

ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ຍສໝ - ພາຍຫຼັງ 20 ປີ​ແຫ່ງ​ການ​ພັດທະນາ, ສະມາຄົມ​ແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ (ສະມາຄົມ) ​ໄດ້​ກາຍ​ເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງ​ກາຣີ.

ປິດຊຸດຝຶກອົບຮົມວຽກງານແມ່ຍິງ ໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວ ປີ 2024

ປິດຊຸດຝຶກອົບຮົມວຽກງານແມ່ຍິງ ໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວ ປີ 2024

ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວປີ 2024.

ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ

ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ

ຍສໝ - ວັນທີ 8 ພະຈິກ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດ ແລະສະຖານທູດ ອົດສະຕາລີ ປະຈໍາ ຫວຽດນາມ ຈັດຕັ້ງລາຍການແລກປ່ຽນບົດຮຽນດ້ວຍຫົວຂໍ້ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ).

ສົ່ງແຮງບັນດານໃຈໃຫ້ແມ່ຍິງໄວໜຸ່ມຊົນເຜົ່າສ່ວນໜ້ອຍກ່ຽວກັບຄວາມສະເໝີພາບທາງເພດ ແລະ ຈິດໃຈນຳພາ

ສົ່ງແຮງບັນດານໃຈໃຫ້ແມ່ຍິງໄວໜຸ່ມຊົນເຜົ່າສ່ວນໜ້ອຍກ່ຽວກັບຄວາມສະເໝີພາບທາງເພດ ແລະ ຈິດໃຈນຳພາ

ຍສໝ - ວັນ​ທີ 3 ທັນ​ວາ​, ລາຍການໂອ້ລົມສົນທະນາແມ່​ຍິງ​ການ​ນຳ​ 2024 ຖືກ​ຈັດ​ຕັ້ງ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວກັບຄວາມ​ສະ​ເໝີ​ພາບ​ທາງເພດ ແລະ ການ​ມອບສິດໃຫ້​​ແມ່​ຍິງ (UN Women) ດ້ວຍ​ຫົວ​ຂໍ້​ “ເລື່ອງສົ່ງແຮງ​ບັນດານໃຈ- ຈາກ​ຄວາມ​ຝັນ​ສູ່​ຄວາມ​ສຳ​ເລັດຜົນ” ໄດ້​ດຳເນີນ​ຢູ່​ນະ​ຄອນ ດ້ຽນ​ບຽນ​ຝູ (ແຂວງ ດ້ຽນ​ບຽນ).

ພະນັກງານແມ່ຍິງ ນະຄອນຫຼວງ ວຽງຈັນ ໄດ້ສຳເລັດຫຼັກສູດບຳລຸງວິຊາສະເພາະວຽກງານ

ພະນັກງານແມ່ຍິງ ນະຄອນຫຼວງ ວຽງຈັນ ໄດ້ສຳເລັດຫຼັກສູດບຳລຸງວິຊາສະເພາະວຽກງານ

ຍສໝ - ຫຼັກສູດບຳລຸງວິຊາສະເພາະວຽກງານແມ່ຍິງ ໃຫ້ແກ່ພະນັກງານ ສະຫະພັນແມ່ຍິງ ນະຄອນຫຼວງ ວຽງຈັນ ໄດ້ດຳເນີນແຕ່ວັນທີ 21 ຕຸລາ ຫາ 3 ທັນວາ 2024, ດ້ວຍຜູ້ເຂົ້າຮ່ວມທັງໝົດ 20 ທ່ານ.

ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ, ພົບປະແລກປ່ຽນຢູ່ກອງພົນນ້ອຍລົດຕັງ 201

ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ, ພົບປະແລກປ່ຽນຢູ່ກອງພົນນ້ອຍລົດຕັງ 201

ຍສໝ - ວັນທີ 4 ພະຈິກ, ທີ່ຮ່າໂນ້ຍ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ນໍາໂດຍ ທ່ານພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບປະຊາຊົນລາວ, ຫົວໜ້າຄະນະຝຶກອົບຮົມ ໄດ້ມາຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ກອງພົນນ້ອຍລົດຕັງ 201, ເຫຼົ່າຮົບລົດຕັງ-ຍານເກາະ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນແມ່ຍິງ ແຂວງ ຫົວພັນ ແລະ ສະຫະພັນແມ່ຍິງແຂວງ ແທງຮວ໋າ

ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນແມ່ຍິງ ແຂວງ ຫົວພັນ ແລະ ສະຫະພັນແມ່ຍິງແຂວງ ແທງຮວ໋າ

ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຄະນະປະຕິບັດງານຂອງສະຫະພັນແມ່ຍິງແຂວງ ຫົວພັນ (ລາວ) ນໍາໂດຍ ສະຫາຍ ນາງ ແຍງເພັດ ບຸນມີໄຊ, ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນຫົວໜ້າຄະນະ ແລະ ສະຫະພັນແມ່ຍິງ ຫວຽດນາມ ແຂວງ ແທງຮວ໋າ ໄດ້ຕີລາຄາໝາກ​ຜົນ​ການ​ປະ​ຕິ​ບັດ​ເນື້ອ​ໃນ​ບົດ​ບັນ​ທຶກ​ຊ່ວຍຈຳ​ໄລ​ຍະ 2022-2024; ລົງ​ນາມ​ບົດບັນທຶກ​ຊ່ວຍຈຳໄລຍະ 2024-2026.

ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງແມ່ຍິງກອງທັບສອງປະເທດຫວຽດນາມ-ລາວ

ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງແມ່ຍິງກອງທັບສອງປະເທດຫວຽດນາມ-ລາວ

ຍສໝ - ທ່ານນາງພັນເອກພິເສດ ຫງວຽນທິທູຮ່ຽນ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ຢືນຢັນວ່າ: ຜົນສຳເລັດຂອງຊຸດຝຶກອົບຮົມໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນຂອງແມ່ຍິງກອງທັບຂອງສອງປະເທດ, ປະກອບສ່ວນເຂົ້າໃນມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.

ແມ່ຍິງແຂວງ ດ້ຽນບຽນ ແລະ 3 ແຂວງຂອງລາວ ຮ່ວມມືຢ່າງຕັ້ງໜ້າໃນຫຼາຍຂົງເຂດ

ແມ່ຍິງແຂວງ ດ້ຽນບຽນ ແລະ 3 ແຂວງຂອງລາວ ຮ່ວມມືຢ່າງຕັ້ງໜ້າໃນຫຼາຍຂົງເຂດ

ຍສໝ - ສະຫະພັນ​ແມ່ຍິງ​ແຂວງ ດ້ຽນບຽນ ​ແລະ ສະຫະພັນ​ແມ່ຍິງ​ແຂວງ ຜົ້ງ​ສາລີ, ອຸດົມ​ໄຊ, ຫຼວງ​ພະ​ບາງ ຂອງ ລາວ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການພົບປະແລກປ່ຽນ, ​ມິດຕະພາບ, ແຮກສ່ຽວ; ແບ່ງປັນປະສົບການວຽກງານ ແລະ ພັດທະນາອົງການຂອງສະຫະພັນ.

ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ຢ້ຽມຢາມໂຮງໝໍກອງທັບ 354

ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ຢ້ຽມຢາມໂຮງໝໍກອງທັບ 354

ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ໂຮງໝໍກອງທັບ 354, ກົມໃຫຍ່ພະລາທິການ.

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ຍສໝ - ວັນທີ 5 ພະຈິກ, ຫ້ອງການສະຫະພັນແມ່ຍິງກອງທັບ ຈັດຕັ້ງລາຍການໂອ້ລົມສົນທະນາກ່ຽວກັບວຽກງານແມ່ຍິງກອງທັບກັບຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2024.

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ຍສໝ - ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິ​ດັ່ງກ່າວ​ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາ​ເມ​ລິ​ກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີ​ຕາ​ລີ, ຍີ່ປຸ່ນ, ມາຣົກ, ​ເປຣູ, ຟີ​ລິບ​ປິນ ​ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະ​ເທດອຸປະຖຳຮ່ວມ.

ເຄັດລັບບຳລຸງຄວາມງາມຈາກພາຍໃນສໍາລັບແມ່ຍິງ

ເຄັດລັບບຳລຸງຄວາມງາມຈາກພາຍໃນສໍາລັບແມ່ຍິງ

ຍສໝ - ສຸຂະພາບ ແລະ ຄວາມງາມເປັນສິ່ງທີ່ຜູ້ຍິງໃຜໆກໍ່ຢາກມີ. ໃນທ່າມກາງການດຳລົງຊີວິດໃນຄວາມທັນສະໄຫມກັບຄວາມຮັບຜິດຊອບໃນຄອບຄົວ, ສັງຄົມ, ຖ້າບໍ່ມີບັນດາເຄັດລັບສະເພາະ ກໍ່ເປັນເລື່ອງຍາກສໍາລັບແມ່ຍິງທີ່ຈະມີສອງຢ່າງນີ້ໃນເວລາດຽວກັນ.

ເຫດການ