ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

00:00 | 12/03/2025

ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນ​ໝາກຜົນ​ຂອງຫົວຂໍ້ “ຄົ້ນຄວ້າ, ຕີ​ລາຄາສັງລວມກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ເພື່ອ​ຮັບໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ” ​ໂດຍ​ສະພາມະຫາບັນດິດວິທະຍາສາດ​ສັງຄົມ ຫວຽດນາມ ປະຕິບັດ; ຜ່ານ​ນັ້ນ​ ວິ​ເຄາະ​ສະພາບ​ການ​ໃນ​ປະຈຸ​ບັນ ​ແລະ ບັນຫາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ 7 ຂົງ​ເຂດ​ສຳຄັນ​ຄື: ດ້ານ​ການ​ເມືອງ, ການ​ນຳ, ການ​ຄຸ້ມ​ຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການ​ປ້ອງ​ກັນ ​ແລະ ການ​ຕອບ​ໂຕ້​ຕໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ; ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ, ການ​ແຜ່​ລະ​ບາດ, ໄພ​ພິ​ບັດ​ສິ່ງ​ແວດ​ລ້ອມ.

ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ
ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ

ການຄົ້ນຄ້ວາອີງຕາມການສໍາຫຼວດຂອງປະຊາຊົນ 9.094 ຄົນໃນ 6 ຂົງເຂດເສດຖະກິດ-ສັງຄົມໃນທົ່ວປະເທດໃນປີ 2024; ຈາກນັ້ນ ໄດ້​ສະໜອງ​ບັນດາ​ຂໍ້​ໂຕ້​ຖຽງ​ວິທະຍາສາດ​ເພື່ອ​ຕີ​ລາຄາ​ຫວຽດນາມ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ຄຳ​ເຫັນ​ນະ​ໂຍບາຍ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ.

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ບັນຍາກາດທີ່ກອງ​ປະ​ຊຸມ.

ກ່າວ​ຄຳປາໄສທີ່​ການສຳມະນາ, ທ່ານ ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ປອ ຟານຈີ໋ຫຽວ ​ເນັ້ນ​ໜັກ​ວ່າ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍຕາມທິດທາງ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ຍາມ​ໃດ​ກໍ່​ແມ່ນ​ບຸລິມະສິດ​ໃນ​ນະ​ໂຍບາຍ​ພັດທະນາ​ຂອງ​ປະ​ເທດ ​ເພື່ອ​ເສີມຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແມ່ຍິງ​ໃນ​ທຸກ​ຂົງ​ເຂດ​ຊີວິດ​ສັງຄົມ. ​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ ລັດ​ໄດ້​ວາງ​ອອກ​ຫຼາຍ​ນະ​ໂຍບາຍ​ສຳຄັນ​ນັບ​ແຕ່​ຈຸ​ລະ​ພາກ​ເຖິງ​ມະຫາ​ພາກ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ປົກ​ປັກ​ຮັກສາ​ສິດ​ຂອງ​ແມ່ຍິງ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ.

ອີງ​ຕາມ​ໝາກຜົນ​ການ​ຄົ້ນຄວ້າ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ການສຳມະນາ​ໄດ້​ປະກອບ​ຄຳ​ເຫັນ​ນະ​ໂຍບາຍ​ຈຳນວນ​ໜຶ່ງ​ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ອນ​ອື່ນ​ໝົດ, ຕ້ອງ​ຍົກສູງບົດບາດ​ຂອງ​ແມ່ຍິງ​ໃນ​ລະບົບ​ການ​ເມືອງ ​ໂດຍ​ຜ່ານ​ການ​ປະຕິບັດ​ນະ​ໂຍບາຍ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ ​ແລະ ດຳລົງ​ຕຳ​ແໜ່​ງການ​ນຳ ​ແລະ ບໍລິຫານ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ດ້ານ​ເສດຖະກິດ​ໃຫ້​ແກ່​ແມ່ຍິງ​ໂດຍ​ການ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂອງ​ແມ່ຍິງ, ​ເປີດ​ກວ້າງ​ການ​ເຂົ້າ​ເຖິງ​ດ້ານ​ການ​ເງິນ ​ແລະ ທຶນຮອນ. ການ​ປິດ​ຊ່ອງ​ຫວ່າງ​ເພດ​ໃນ​ການ​ສຶກສາ​ຍັງ​ເປັນ​ບູລິ​ມະ​ສິດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຮັດ​ໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວິສະວະກຳ ​ແລະ ຄະນິດສາດ (STEM). ນອກຈາກນັ້ນ, ຕ້ອງໄດ້ປັບປຸງຄຸນນະພາບການຈ້າງງານ ແລະ ເງື່ອນໄຂການເຮັດວຽກ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປ້ອງສິດຂອງແຮງງານຍິງ ໂດຍສະເພາະໃນຂະແໜງບໍ່ເປັນທາງການ. ລະບົບປະກັນສັງຄົມຍັງຕ້ອງໄດ້ຮັບການປັບປຸງເພື່ອສະຫນັບສະຫນູນແມ່ຍິງທີ່ມີຄວາມສ່ຽງ, ປັບປຸງຄຸນນະພາບການບໍລິການດ້ານສຸຂະພາບ, ການສຶກສາແລະການປົກປ້ອງສັງຄົມ.

ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ

ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ

ຍສໝ - ໃນລະຫວ່າງ​ວັນ​ທີ 16 – 18 ພະຈິກ 2021, ມີ 14/16 ຄ້າຍທະຫານ​ຊາຍ​ແດນ​ແຂວງກອນ​ຕຸມ ​ຂອງທະຫານຊາຍແດນແຂວງກອນຕຸມ ໄດ້​ຈັດ​ພິທີແຮກສ່ຽວ​ກັບ 11 ຕາແສງຊາຍ​ແດນ ​ເພື່ອ​ແນ​ໃສ່​ເພີ່ມທະວີ​ສາຍ​ພົວພັນ​ສາມັກຄີ, ສະໜິດ ຕິດພັນ, ​ແບ່ງປັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນ ປະຕິບັດສໍາເລັດ​ໜ້າ​ທີ່​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດກວ່າອີກ, ...

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ

ຍ​ສ​ໝ - ຜ່ານ​ໂຄງ​ການ​ແຮກ​ສ່ຽວ, ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ແຂວງ, ສອງ​ປະ​ເທດ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ນ້ຳ​ໃຈ, ເຂດ​ຊາຍ​ແດນ​ມິດ​ຕະ​ພາບ ແລະ ໄດ້​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ ບົນ​ພື້ນ​ຖານ​ເຄົາ​ລົບ, ເຂົ້າ​ໃຈ, ຊ່​ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

ມີງດຶກ

ເຫດການ