| ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ | |
| ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນປະຕິບັດບັນດາຂໍ້ລິເລີ່ມ ພາຍໃຕ້ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ |
![]() |
| ທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ (ເບື້ອງຂວາ), ມອບເຄື່ອງໝາຍຂອງແນວໂຮມປະເທດຊາດຫວຽດນາມ ໃຫ້ແກ່ທ່ານນາງ Ramla Khalidi, ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ. (ພາບ: ເວັບໄຊຂໍ້ມູນເອເລັກໂຕນິກແນວໂຮມປະເທດຊາດຫວຽດນາມ) |
ໂດຍແບ່ງປັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິຕ໋ຽວນ ຊີ້ແຈ້ງວ່າ ການຈັດຕັ້ງກົງຈັກບໍລິຫານຂອງຫວຽດນາມຄືນໃໝ່ ແລະ ການຈັດຕັ້ງຂອງທ້ອງຖິ່ນເປັນ 2 ລະດັບ ແມ່ນທິດທາງຍຸດທະສາດ ເພື່ອແນໃສ່ປັບປຸງກົນໄກໃຫ້ມີປະສິດທິຜົນສູງກວ່າ. ໃນນັ້ນ, ລະບົບແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ມີບົດບາດຫຼັກໝັ້ນໃນການປຸກລະດົມທົ່ວສັງຄົມ, ໂຮມປະເທດຊາດເປັນເອກະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ ແລະ ລັດ.
ທ່ານນາງ ຕ໋ຽວນ ເນັ້ນໜັກວ່າ, ສະຫະພັນແມ່ຍິງຫວຽດນາມ, ໃນຖານະທີ່ເປັນສະມາຊິກຂອງແນວໂຮມປະເທດຊາດ, ສືບຕໍ່ດຳເນີນງານຢ່າງເປັນເອກະລາດຕາມລັດຖະທຳມະນູນ, ກົດໝາຍ, ລັດຖະທຳມະນູນຂອງຕົນ. ສະຫະພັນສືບຕໍ່ເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງສິດຂອງແມ່ຍິງ; ພ້ອມທັງລະດົມແມ່ຍິງປະຕິບັດແນວທາງຂອງພັກ, ນະໂຍບາຍຂອງລັດ, ຊຸກຍູ້ຄວາມສະເໝີພາບທາງເພດ, ເຂົ້າຮ່ວມການກໍ່ສ້າງພັກ ແລະ ລັດ, ປົກປັກຮັກສາປະເທດຊາດ, ເພີ່ມທະວີການຮ່ວມມືສາກົນ.
ກ່ຽວກັບວຽກງານຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການເມືອງ, ສະຫະພັນແມ່ຍິງຫວຽດນາມ ໄດ້ຕັ້ງໜ້າສ້າງຄະນະກຳມະການຍິງ, ປະກອບສ່ວນເພີ່ມທະວີຈຳນວນແມ່ຍິງເຂົ້າຮ່ວມບັນດາຄະນະພັກ, ສະພາປະຊາຊົນທຸກຂັ້ນ. ຕາມສະຖິຕິຫຼ້າສຸດ: ອັດຕາສ່ວນແມ່ຍິງເຂົ້າຮ່ວມຄະນະພັກຂັ້ນເມືອງໄລຍະ 2025-2030 ບັນລຸ 27,42%, ບໍ່ມີທ້ອງຖິ່ນຕ່ຳກວ່າ 20%. ສ່ວນຢູ່ຂັ້ນແຂວງ ບັນລຸ 18,64%, ລື່ນຄາດໝາຍ 15% ໃນຄໍາສັ່ງເລກທີ 45-CT/TW ລົງວັນທີ 14 ເມສາ 2025 ຂອງກົມການເມືອງ.
ເປັນການສະແດງໃຫ້ເຫັນວ່າ, ເປັນຄັ້ງທຳອິດທີ່ຫວຽດນາມ ມີປະທານຄະນະກຳມະການສູນກາງແນວໂຮມປະເທດຊາດເປັນແມ່ຍິງ ແລະ ເປັນຮອງນາຍົກລັດຖະມົນຕີເປັນແມ່ຍິງ, ເປັນຂີດໝາຍບາດກ້າວບຸກທະລຸທີ່ສຳຄັນໃນການເສີມຂະຫຍາຍບົດບາດນຳພາຂອງພະນັກງານຍິງ. ພັກ ແລະ ລັດວາງຄາດໝາຍໃຫ້ຜູ້ແທນເພດຍິງປະມານ 35% ເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນໃນໄລຍະ 2026-2031, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ “ບໍ່ປະໃຫ້ແມ່ຍິງຢູ່ເບື້ອງຫຼັງ”.
![]() |
| ຄະນະຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ເວັບໄຊຂໍ້ມູນເອເລັກໂຕນິກແນວໂຮມປະເທດຊາດຫວຽດນາມ) |
ຮັບຟັງການແບ່ງປັນຂອງຝ່າຍຫວຽດນາມ, ທ່ານນາງ Ramla Khalidi ສະແດງຄວາມເຫັນດີກັບບັນດາເປົ້າໝາຍແນໃສ່ສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ, ການປົກຄອງສັງຄົມດີຈີຕອນ.
ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ ຢືນຢັນວ່າ UNDP ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນໜ້າທີ່ການນຳພາ ແລະ ຄຸ້ມຄອງຢູ່ຊັ້ນສະພາແຫ່ງຊາດ, ແຂວງ, ຕາແສງຮອດປີ 2030; ສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ, ຊຸກຍູ້ການປະກອບການ, ການເຂົ້າເຖິງການເງິນ; ເຂົ້າຮ່ວມການສ້າງນະໂຍບາຍ ແລະ ຊຸກຍູ້ຄວາມສະເໝີພາບທາງເພດ; ຮັກສາການຮ່ວມມືກັບແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກໃນການປະຕິບັດບັນດາໂຄງການຈຸດໝາຍແຫ່ງຊາດ ແລະ ພັດທະນາແບບຍືນຍົງ.
ທ່ານນາງ Khalidi ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ UNDP ແລະ ຫວຽດນາມ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂອບເຂດໂຄງການຮ່ວມມື ຫວຽດນາມ - UNDP 2022-2026 ແລະ ຂອບເຂດການຮ່ວມມືພັດທະນາແບບຍືນຍົງ ຫວຽດນາມ - ສປຊ 2022-2026. UNDP ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ຫວຽດນາມ ມຸ່ງໄປເຖິງບັນດາເປົ້າໝາຍການເຕີບໂຕແບບຍືນຍົງ, ການຫັນປ່ຽນດ້ານພະລັງງານ, ການປັບປຸງການປ່ຽນແປງຂອງດິນຟ້າອາກາດ, ກາຍເປັນປະເທດມີລາຍຮັບສູງຮອດປີ 2045.
| ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ ຍສໝ - ໃນລະຫວ່າງວັນທີ 23-24 ພະຈິກ, ຢູ່ແຂວງ ບັກຢາງ, ກຸ່ມ 1 ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸ “ບົດຮຽນປະສົບການ ແລະ ບັນດາມາດຕະການແກ້ໄຂ ເພື່ອຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ” ແລະ ສະຫຼຸບວຽກງານໃນປີ 2023. |
| ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ ປີ 2022, ແລະ 1 ເດືອນຕົ້ນປີ 2023, ວຽກງານປະຕິຮູບການບໍລິຫານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ເລື່ອງຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານປີນີ້ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ. |
ມີງດຶກ

