ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.
ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ-ເຢຍລະມັນ ແຂວງອານຢາງ ສົມທົບກັບຫ້ອງການຜູ້ຕາງໜ້າລັດ Hessen (ສາທາລະນະລັດສະຫະພັນເຢຍລະມັນ) ບໍ່ດົນມານີ້ ໄດ້ຈັດການມອບທຶນການສຶກສາລັດ Hessen ແລະທຶນການສຶກສາ “ບຳລຸງສ້າງຄວາມມຸ່ງຫວັງ - ເສີມສ້າງອະນາຄົດ” ໃຫ້ແກ່ນັກຮຽນທີ່ດ້ອຍໂອກາດທີ່ມີຜົນງານການສຶກສາດີເດັ່ນໃນສົກຮຽນ 2025-2026.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.
ຍສໝ - ວັນທີ 12 ເມສາ, ຢູ່ສູນຈັດຕັ້ງເຫດການ Berlin (ເຢຍລະມັນ) ໄດ້ດຳເນີນລາຍການສິລະປະທີ່ດີເດັ່ນ “ວັດທະນະທຳຫວຽດນາມ - ສິ່ງຍອດຢ້ຽມມໍລະດົກ ກິ່ງບັກ” ຂອງໂຮງລະຄອນເພງພື້ນເມືອງ ກວານຮໍ່ ບັກນິງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນພົວພັນທາງການທູດລະຫວ່າງ ຫວຽດນາມ - ເຢຍລະມັນ, ນັບແຕ່ວັນທີ 28 ກຸມພາ – 2 ມີນາ, ຢູ່ນະຄອນ Augsburg (ເຢຍລະມັນ), ສະມາຄົມ ຫວຽດນາມ - ເຢຍລະມັນ Swabia ແລະ ສະມາຄົມ ຫວຽດນາມ ຢູ່ Freising ( ເຢຍລະມັນ) ໄດ້ສົມທົບກັນຈັດຕັ້ງເຫດການໂຄສະນາວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ວັນທີ 14 ກຸມພາ, ຢູ່ສະຖາບັນ Goethe ຮ່າໂນ້ຍ, ສະຖານທູດ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວແນະນຳແຜນການຈັດຕັ້ງບັນດາເຫດການໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (20 ກັນຍາ 1975 – 23 ກັນຍາ 2025).
ຍສໝ - ປີ 2025, ສະຖານທູດເຢຍລະມັນ ປະຈຳ ຮ່າໂນ້ຍ, ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຈະສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຫຼາຍເຫດການ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ.
ຍສໝ - ໂລໂກ້ (Logo) ທີ່ໄດ້ຮັບລາງວັນແມ່ນຄວາມຄິດປະດິດສ້າງຂອງກຸ່ມນັກສຶກສາມາຈາກ ຮ່າໂນ້ຍ, ນາງ ຫງວຽນເຈີນໝີແອັງ ຈາກມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ແລະ ທ້າວ ໂດ໊ດືກເກືອງ ຈາກມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ (HUST).
ຍສໝ - ຕອນເຊົ້າວັນທີ 6 ກໍລະກົດ 2024, ສະມາຄົມມິດຕະພາບຫວຽດນາມ - ສາທາລະນະລັດ ສະຫະພັນເຢຍລະມັນແຂວງ ບັກຢາງ ໄດ້ຈັດການພົບປະ ແລະ ໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢລະມັນ (ວັນທີ 23 ກັນຍາ ປີ 1975 – ວັນທີ 23 ກັນຍາ ປີ 2025), ສະຖານທູດເຢລະມັນ ປະຈຳ ຫວຽດນາມ ໄດ້ເປີດງານແຂ່ງຂັນອອກແບບໂລໂກ້ ສຳລັບຜູ້ເຂົ້າຮ່ວມທີ່ເປັນມືອາຊີບ ແລະ ສະໝັກຫຼິ້ນ.
ຍສໝ - ຫວ່າງມໍ່ໆມານີ້, ສະຫະພັນແມ່ຍິງ ຫວຽດນາມ ປະຈຳ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ຈັດວັນບຸນຊຸດເສື້ອຍາວໃຫ້ແກ່ເອື້ອຍນ້ອງແມ່ຍິງ ດ້ວຍຫົວຂໍ້ວ່າ “ອ່ອນໂຍນສີສັນລະດູບານໃໝ່ 2024”.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ໋າ ຫາກໍມີມະຕິເລກທີ 1008/QĐ-UBND ລົງວັນທີ 14 ມີນາ 2024 ກ່ຽວກັບການອະນຸມັດຮັບເງິນອຸປະຖຳກວ່າ 1,8 ຕື້ດົ່ງ ເພື່ອປະຕິບັດໂຄງການ “ຍົກສູງກຳລັງຄວາມສາມາດຂອງຊຸມຊົນໃນການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງຮ່າງກາຍຕໍ່ກັບເດັກນ້ອຍແຂວງ ແທງຮວ໋າ” ໂດຍອົງການ Terre des Hommes - ສັນຊາດ ເຢຍລະມັນ ອຸປະຖຳ.
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງ, ນັກຂ່າວໄດ້ມີການສຳພາດ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ.
ຍສໝ - ເພື່ອປົກປັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳຂອງຊາດ, ຫວ່າງແລ້ວນີ້, ສະມາຄົມຜູ້ຮັກແພງສິລະປະພື້ນເມືອງ ຫວຽດນາມ ຢູ່ ເຢຍລະມັນ ໄດ້ຈັດຕັ້ງລາຍການສະແດງ “ກອນລຳໃນໃຈຜູ້ຢູ່ໄກບ້ານເກີດ” ຢູ່ຫໍວັດທະນາທຳສູນການຄ້າ ດົ່ງຊວນ (ເບີລິນ, ເຢຍລະມັນ).
ຍສໝ - ນອກຈາກການປຶກສາຫາລືດ້ານວິຊາສະເພາະກ່ຽວກັບຈຸດສຸມໃນອະນາຄົດແລ້ວ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາດ້ານການເມືອງ ແລະວິກິດການສາກົນໃນປະຈຸບັນ ກໍ່ຄືເງື່ອນໄຂຂອບເຂດການຮ່ວມມືກັບຝ່າຍ ຫວຽດນາມ.
ຍສໝ - ວັນທີ 2 ຕຸລາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Stephan Weil, ຜູ້ວ່າການລັດ Lower Saxony ຂອງ ເຢຍລະມັນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ.
ຍສໝ - ໃນຕອນບ່າຍວັນທີ 29 ກັນຍາ, ຢູ່ສໍານັກງານໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະໂດຍທ່ານ Andreas Scheuer, ສະມາຊິກສະພາແຫ່ງຊາດ, ອະດີດລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ແລະ ພື້ນຖານໂຄງລ່າງດີຈີຕອນຂອງລັດຖະບານກາງ. ສາທາລະນະລັດ ຫວຽດນາມ.
ຍສໝ - ວັນທີ 4 ກໍລະກົດ, ທ່ານ ຟ້າມຮົ່ງໄທ, ຜູ້ອຳນວຍການປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ (ແຂວງ ກວາງບິ່ງ) ໃຫ້ຮູ້ວ່າ: ບັນດາຜູ້ຊ່ຽວຊານຫວຽດນາມ ພວມໜູນຊ່ວຍແຂວງຄຳມ່ວນ (ລາວ) ສ້າງເອກະສານກ່ຽວກັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່, ເພື່ອຍື່ນສະເໜີໃຫ້ UNESCO ຮັບຮອງເອົາເປັນມໍລະດົກທຳມະຊາດໂລກ.
ຍສໝ - ທ່ານ ປະລິນຍາເອກ ຊາວເຢຍລະມັນ Rainer Zitelmann ຢືນຢັນວ່າ ຫວຽດນາມ ມີກາລະໂອກາດກາຍເປັນໜຶ່ງໃນບັນດາປະເທດມະຫາອຳນາດເສດຖະກິດແຖວໜ້າ.