ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງພົນເອກ ຟານວັນຢາງ (Phan Văn Giang), ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະຜູ້ແທນຂັ້ນສູງຂອງ ອິນເດຍ ໂດຍແມ່ນທ່ານ Rajnath Singh, ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ເປັນຫົວໜ້າຄະນະ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ນັບຕັ້ງແຕ່ວन्ທີ 18-19 ພຶດສະພາ.
ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແລະ ສີລັງກາ ຂອງສະຫາຍ ໂຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ.
ຍສໝ - ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 ຫາວັນທີ 7 ພຶດສະພາ ຜ່ານມາ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດຈົບງາມ ດ້ວຍຫຼາຍໝາກຜົນອັນພົ້ນເດັ່ນ, ສ້າງຂີດໝາຍອັນເລິກເຊິ່ງໃນສາຍພົວພັນສອງຝ່າຍ ຫວຽດນາມ – ອິນເດຍ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ
ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານກໍຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ.
ຍສໝ - ໃນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ອິນເດຍ, ໃນຕອນບ່າຍວັນທີ 6/5 (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ກ່າວປາໄສນະໂຍບາຍ ຢູ່ທີ່ສະພາບັນດາບັນຫາທົ່ວໂລກຂອງອິນເດຍ ພາຍໃຕ້ຫົວຂໍ້ "ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ ຫວຽດນາມ-ອິນເດຍ ໃນຍຸກສະໄໝໃໝ່: ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ."
ຍສໝ - ນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ, ໃນຕອນແລງວັນທີ 6/5 (ຕາມເວລາທ້ອງຖິ່ນ), ຢູ່ທີ່ນະຄອນຫຼວງ ນິວເດລີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະສານສົມທົບກັບ ກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ ຈັດເວທີປຶກສາຫາລືການປ່ຽນແປງໃໝ່ປະດິດສ້າງ ຫວຽດນາມ - ອິນເດຍ ພາຍໃຕ້ຫົວຂໍ້: ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຊີ້ນຳໃນເວທີປຶກສາຫາລື.
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026.
ຍສໝ - ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ
ເນື່ອງໃນໂອກາດບົດຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ ແຕ່ວັນທີ 5-7 ພຶດສະພາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນາເຣນທຣາ ໂມດີ (Narendra Modi), ທັງແມ່ນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອິນເດຍ ແລະ ຫວຽດນາມ, ໜ້າເວັບໄຊ timesofindia ໄດ້ດຳເນີນການສຳພາດພິເສດກັບ ສາດສະດາຈານ Reena Marwah.
ຍສໝ - ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງກຳລັງຊຸກຍູ້ໃໝ່, ເປີດຂອບເຂດການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນສັງກາດໃໝ່, ໃຫ້ສົມຄູ່ກັບທ່າແຮງ ແລະ ຖານະບົດບາດຂອງສອງປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ.
ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026.
ຍສໝ - ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ແລ້ວ, ບົດຢ້ຽມຢາມລັດຖະກິດ ຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໂອກາດທີ່ມີຄວາມໝາຍເປັນຢ່າງຍິ່ງ ເພື່ອໃຫ້ສອງປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນໃນທຸກດ້ານ, ທັງພ້ອມກັນຫວນຄືນການຈັດຕັ້ງປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນ 10 ປີຜ່ານມາ, ຈາກນັ້ນກໍສ້າງກຳລັງຊຸກຍູ້ໃໝ່ ແລະ ກຳນົດຂອບເຂດການຮ່ວມມື ໃຫ້ແກ່ສາຍພົວພັນທະວິພາຄີລະຫວ່າງ ຫວຽດນາມ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຕໍ່ໄປ.
ຍສໝ - ໃນວັນທີ 30 ມີນາ, ທີ່ມະຫາວິທະຍາໄລນາມເກິນເທີ, ສະຫະພັນອົງການມິດຕະພາບນະຄອນເກິນເທີ ໄດ້ສົມທົບກັບສະຖານກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆ ໄດ້ຈັດພິທີປູກຕົ້ນໄມ້ມິດຕະພາບປີ 2026. ເຫດການນີ້ມີຄວາມໝາຍຕົວຈິງ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ (2016-2026).
ຍສໝ - ຫຼັງຈາກສິ້ນສຸດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ, ທ່ານນາງ Kusum Jain, ປະທານຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ, ໄດ້ມີການສົນທະນາກ່ຽວກັບຄວາມສຳຄັນຂອງກອງປະຊຸມໃຫຍ່ ພ້ອມທັງແງ່ຫວັງການຮ່ວມມື ແລະ ການແລກປ່ຽນປະຊາຊົນລະຫວ່າງສອງປະເທດໃນອະນາຄົດ.
ຍສໝ - ການນຳອົງການກຳມະບານຫວຽດນາມ ແລະ ອິນເດຍ ໄດ້ສຸມໃສ່ແລກປ່ຽນປະສົບການກ່ຽວກັບການປົກປ້ອງສິດຂອງຄົນແຮງງານ, ພັດທະນາສະມາຊິກໃນຄະນະ, ສົມທົບກັນເຈລະຈາ ແລະ ສຳເລັດຮູບແບບການດຳເນີນງານຂອງອົງການກຳມະບານໃນສະພາບການໃໝ່, ຊຸກຍູ້ການແລກປ່ຽນບັນດາການປະຕິບັດ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ເພື່ອປັບປຸງບົດບາດຂອງອົງການກຳມະບານ ແລະ ຊຸກຍູ້ສິດພື້ນຖານຂອງຄົນແຮງງານ.
ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 79 ປີແຫ່ງວັນເອກະລາດອິນເດຍ (15 ສິງຫາ 1947 – 15 ສິງຫາ 2025). ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນຄວາມສາມັກຄີ ແລະ ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບ ຫວຽດນາມ ໄດ້ສ້າງປະກົດການວັດທະນະທຳ ແລະ ຈິດໃຈ, ດ້ວຍຈຳນວນຜູ້ໄປນະມັດສະການພະທາດ 15 ລ້ານກວ່າເທື່ອຄົນຢູ່ 9 ແຫ່ງຕ່າງກັນໃນທົ່ວປະເທດ ຫວຽດນາມ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນເດຍ ເນື່ອງໃນໂອກາດການຢ້ຽມຢາມນະຄອນ ດານັງ ໃນວັນທີ 2 ມິຖຸນາ 2025.
ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ນັບແຕ່ປີ 2007, ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງໝັ້ນແກ່ນ. ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ຄວາມສາມັກຄີທົ່ວ ອິນເດຍ (AIPSO) ຈັດຕັ້ງໝູນວຽນຢູ່ ຫວຽດນາມ ແລະ ອິນເດຍ, ງານມະໂຫລານແມ່ນໂອກາດເພື່ອພົບປະແລກປ່ຽນປະຊາຊົນສອງປະເທດ ພ້ອມກັນນັ້ນ ກໍ່ເປີດໂອກາດໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ...