![]() | ນັກສຶກສາລາວ ຕື່ມອີກ 79 ຄົນມີຄອບຄົວຊ່ວຍອຸປະຖຳຢູ່ ຫວຽດນາມ |
![]() | ສຸມໃສ່ພັດທະນາການພົວພັນລະຫວ່າງລຸ້ນໜຸ່ມ ຫວຽດນາມ - ອິນເດຍ |
![]() |
ພິທີຈູດທຽນໄຂປະເພນີຂອງອິນເດຍໄດ້ເປີດລາຍການພົບປະ. (ຮູ້ບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິງ) |
ກ່າວຄຳປາໄສທີ່ການພົບປະ, ທ່ານ ຮວຽງແທ່ງເລີບ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຢູ່ນະຄອນ ໂຮ່ຈີມິງ, ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງວັນທີ 15 ສິງຫາ1947 - ແມ່ນຂີດໝາຍທີ່ປະຊາຊົນອິນເດຍໄດ້ຍາດເອກະລາດພາຍໃຕ້ການນຳພາຂອງທ່ານ Mahatma Gandhi. ພາຍຫຼັງ 79 ປີ, ອິນເດຍ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ກາຍເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມກັນນັ້ນ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ.
ທ່ານ ຮວິ່ງແທ່ງເລິບ ໃຫ້ຮູ້ວ່າ, ການນຳນະຄອນ ໂຮ່ຈີມິງ ຜ່ານບັນດາໄລຍະ ຍາມໃດກໍ່ເອົາໃຈໃສ່ເຖິງການຊຸກຍູ້ການພົວພັນລະຫວ່າງສອງຝ່າຍ, ໃນນັ້ນມີຫຼາຍຄັ້ງການຢ້ຽມຢາມ, ເຮັດວຽກຢູ່ ອິນເດຍ. ໃນເດືອນພຶດສະພາ 2025, ນະຄອນໄດ້ຕ້ອນຮັບກຸ່ມ 1.000 ນັກທ່ອງທ່ຽວ MICE ຈາກອິນເດຍ - ເປັນສັນຍານຢ່າງຕັ້ງໜ້າສໍາລັບການຄ້າເສດຖະກິດ ແລະ ການທ່ອງທ່ຽວ. ໃນຂົງເຂດວັດທະນະທຳ - ການສຶກສາ, ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິງ ເຊັ່ນ ມະຫາວິທະຍາໄລ ບ່າເຣ້ຍ - ວູ້ງເຕົາ, ມະຫາວິທະຍາໄລ ທູເຢົາໝົດ... ໄດ້ຜັນຂະຫຍາຍແຜນການຮ່ວມມື, ແລກປ່ຽນກັບບັນດາສະຖາບັນການສຶກສາຂອງ ອິນເດຍ.
![]() |
ທ່ານ ຮວິ່ງແທ່ງເລິບ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ. (ຮູ້ບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ) |
ປີກາຍນີ້, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ ແລະ ບັນດາສາຂາທີ່ກ່ຽວຂ້ອງໄດ້ຊຸກຍູ້ບັນດາການເຄື່ອນໄຫວການທູດລະຫວ່າງປະຊາຊົນ. ຕາມປົກກະຕິ, ໃນຂອບເຂດງານບຸນໃຫຍ່ວັນວິສາຂະບູຊາ Vesak ສະຫະປະຊາຊາດຄັ້ງທີ 20 ຢູ່ນະຄອນ ໂຮ່ຈີມິງ (ເດືອນພຶດສະພາ 2025), ສະມາຄົມໄດ້ຕ້ອນຮັບທ່ານ Kiren Rijiju, ລັດຖະມົນຕີວ່າການລັດຖະສະພາ - ຊົນເຜົ່າສ່ວນໜ້ອຍ ອິນເດຍ; ໄປນຳເພື່ອຮັບໃຊ້ທາດຂອງພະພຸດທະເຈົ້າ - ຊັບສົມບັດແຫ່ງຊາດຂອງອິນເດຍ ໄປຍັງເມືອງ; ພ້ອມກັບວາງພວງມາລາທີ່ອະນຸສາວະລີ Mahatma Gandhi ຢູ່ສວນສາທາລະນະ ທາວດານ - ໂຄງການໄດ້ເປີດສະຫຼອງໃນເດືອນ ຕຸລາ 2023, ພາຍຫຼັງອະນຸສາວະລີ ໂຮ່ຈີມິງ ຖືກຕັ້ງຢູ່ນະຄອນຫຼວງ New Delhi ໃນປີ 2022.
ນອກຈາກນັ້ນ, ສະມາຄົມຍັງໄດ້ສົ່ງຄະນະເຂົ້າຮ່ວມງານບຸນ “ສະບາຍດີ ຫວຽດນາມ 2024” ຢູ່ນະຄອນ ໂຮ່ຈີມິງ; ສົມທົບກັບສະຖານກົງສຸນອິນເດຍ ແນະນຳບັນດາທ່ານໝໍຂອງໂຮງໝໍມະຫາວິທະຍາໄລແພດສາດການຢາຢູ່ນະຄອນ ໂຮ່ຈີມິງ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການປິ່ນປົວມະເຮັງຢູ່ອິນເດຍ; ສະເໜີໃຫ້ບັນດານັກປັນຍາຊົນ, ໄວໜຸ່ມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 5; ຈັດຕັ້ງການທ່ອງທ່ຽວຂອງກໍາປັ່ນກອງທັບເຮືອຂອງອິນເດຍ, ສະແດງ Yoga...
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ຮູ້ບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ) |
ກ່າວຄຳປາໄສທີ່ເຫດການນີ້, ທ່ານ Vipra Pandey, ກົງສຸນໃຫຍ່ ສາທາລະນະລັດ ອິນເດຍ ປະຈຳນະຄອນ ໂຮ່ຈີມິງ, ໄດ້ຂອບໃຈສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງການພົບປະເນື່ອງໃນໂອກາດພິທີການລະດັບປະເທດຂອງປະຊາຊົນ ອິນເດຍ, ຖືວ່າ ແມ່ນການສະແດງໃຫ້ເຫັນເຖິງຄວາມຮັກແພງອັນເລິກເຊິ່ງລະຫວ່າງ 2 ປະເທດ. ທ່ານຢືນຢັນ, ຫວຽດນາມ ແລະ ອິນເດຍ ແມ່ນຕິດພັນກັບປະຫວັດສາດ, ຄຸນຄ່າ ແລະ ຄວາມຝັນລວມ, ນັບແຕ່ການເຜີຍແຜ່ພຸດທະສາສະໜາເມື່ອ 2.000 ກວ່າປີກ່ອນມາຮອດຈິດໃຈສາມັກຄີໃນການຕໍ່ສູ້ເພື່ອຍາດເອົາເອກະລາດ.
Theo ông Vipra Pandey, trong hai thập kỷ qua, quan hệ Đối tác Chiến lược Toàn diện Ấn Độ - Việt Nam phát triển vượt bậc: lãnh đạo hai nước thường xuyên tiếp xúc, định hình tầm nhìn chung về hòa bình và thịnh vượng; kim ngạch thương mại song phương tăng từ vài trăm triệu USD đầu những năm 2000 lên hơn 15 tỷ USD năm 2024; hợp tác mạnh mẽ trong năng lượng, công nghệ, nông nghiệp…
ຕາມທ່ານ Vipra Pandey, ໃນໄລຍະ 2 ທົດສະວັດຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອິນເດຍ - ຫວຽດນາມ ໄດ້ພັດທະນາຢ່າງໂດດເດັ່ນຄື: ການນຳຂອງ 2 ປະເທດໄດ້ພົບປະກັນຢ່າງເປັນປົກກະຕິ, ສ້າງວິໄສທັດລວມກ່ຽວກັບສັນຕິພາບ ແລະ ຄວາມວັດທະນາຖາວອນ; ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນຈາກຫຼາຍຮ້ອຍລ້ານ USD ໃນຕົ້ນຊຸມປີ 2000 ຂຶ້ນເປັນກວ່າ 15 ຕື້ USD ໃນປີ 2024; ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດພະລັງງານ, ເຕັກໂນໂລຊີ, ກະສິກຳ...
“ສິ່ງທີ່ເຮັດໃຫ້ມິດຕະພາບຂອງພວກເຮົາເປັນພິເສດແມ່ນຄວາມອົບອຸ່ນ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ. ແຕ່ລະຊາວອິນເດຍທຸກຄົນທີ່ມາ ຫວຽດນາມ ລ້ວນແຕ່ຮູ້ສຶກຄືວ່າຢູ່ບ້ານເກີດເມືອງນອນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ ກໍ່ໄດ້ຮັບຄວາມເຄົາລົບນັບຖື. ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນນີ້ຈະນັບມື້ນັບແໜ້ນແຟ້ນ, ຮ່ວມສ້າງອະນາຄົດບົນພື້ນຖານມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື,” ທ່ານ Vipra Pandey ເນັ້ນໜັກ.
![]() | ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ ທວນຄືນການເດີນທາງອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືດ້ານການປ້ອງກັນຊາດອັນເລິກເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ. |
![]() | ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024 ຍສໝ - ການຝຶກຊ້ອມສອງຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ລະຫວ່າງຫວຽດນາມ ແລະອິນເດຍ ປີ 2024 (VINBAX 2024) ພວມດຳເນີນໄປດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງລະຫວ່າງກຳລັງການແພດທະຫານ, ທະຫານຊ່າງແສງ ຮັກສາສັນຕິພາບຂອງຫວຽດນາມ ແລະອິນເດຍ ທີ່ກອງພັນໃຫຍ່ຊ່າງແສງ 67 ຂຶ້ນກັບກອງພົນນ້ອຍຊ່າງແສງ 474, ທະຫານພາກຕາເວັນຕົກ ເຊິ່ງຕັ້ງທັບຢູ່ໃນ Ambala ແລະກອງພົນນ້ອຍ 474 ຢູ່ Chandimandir, ... |
ແທັງຮັ່ງ