ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນ, ໃນຂອບເຂດການໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Anne Marie Trevelyan.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.
ຕອນເຊົ້າວັນທີ 5 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ”.
ຍສໝ - ຫວຽດນາມ ແລະ ອັງກິດ ສືບຕໍ່ປະຕິບັດ “ສັນຍາຊ່ວຍເຫຼືອດ້ານກົດໝາຍລະຫວ່າງສອງປະເທດ”, “ບົດບັນທຶກຊ່ວຍຈຳກ່ຽວກັບບັນດາບັນຫາອົບພະຍົບ”, ພິເສດແມ່ນການແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.
ຍສໝ - ເຊົ້າວັນທີ 28 ມີນາ ທີ່ຮ່າໂນ້ຍ, ທ່ານ ຟ໊າມກວ່າງຮ໊ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານນາງ ອາມາດາ ມິວລິ່ງ ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບອາຊີ ກະຊວງການຕ່າງປະເທດ ແລະ ການພັດທະນາ ໄດ້ຮ່ວມນຳພາກອງປະຊຸມສົນທະນາຍຸດທະສາດຫວຽດນາມ-ອັງກິດ ຄັ້ງທີ 8.
ຍສໝ - ໃນວາລະການພົບປະກັນຢູ່ທີ່ສຳນັກງານຄະນະເລຂາທິການອາຊຽນໃນນະຄອນຈາກາຕ່າ ວັນທີ 23 ກຸມພາ, ສອງຝ່າຍໄດ້ສົນທະນາກ່ຽວກັບຂົງເຂດຕ່າງໆທີ່ຮ່ວມກັນໃຫ້ຄວາມສົນໃຈເປັນຕົ້ນສະຖານະການການຟື້ນຟູຮອບດ້ານຂອງອາຊຽນ (ACRF), ຄວາມຍືນຍົງ ແລະ ການປ່ຽນແປງສະພາບອາກາດ, ການພັດທະນາພື້ນຖານໂຄງລ່າງ, ປ່ຽນແປງໃໝ່ທາງນະວັດຕະກຳດິຈິຕອລ ແລະ ບົດບາດເປັນສູນກາງຂອງອາຊຽນໃນມະຫາສະໝຸດອິນເດຍ.
ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນລັດຖະສະພາອັງກິດ Alok Kumar Sharma, ປະທານກອງປະຊຸມບັນດາຄູ່ຮ່ວມມືໃນກອບສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ກ່ຽວຂ້ອງກັບທິດທາງບູລິມະສິດໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງ COP26.
ຍສໝ - ການແຂ່ງຂັນ Nova Cup London 2021 ມີການເຂົ້າຮ່ວມຂອງ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳອັງກິດ ແລະ ອຽກລັງ ຫງວຽນຮ່ວາງລອງ, ຜູ້ຕາງໜ້າສະໂມສອນ ຮ່ວາງຊາ - ເຈື່ອງຊາ ຢູ່ໂປໂລຍ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ເຂົ້າຮ່ວມ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວາງດ້າວເກືອງ ໄດ້ຕີລາຄາສູງ ການໜູນຊ່ວຍຂອງສະພາອັງກິດໃນການສົມທົບ ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳ ວັດທະນະທຳ.
ຍສໝ - ຕອນບ່າຍວັນທີ 1 ພະຈິກ (ຕາມເວລາ ທ້ອງຖິ່່ນ), ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະສອງຝ່າຍກັບ ທ່ານນາງ Elizabeth Truss ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາອັງກິດ.
ຍສໝ - ເປົ້າໝາຍນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ, ເພື່ອປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນ ອຸນຫະພູມຂອງໜ່ວຍໂລກເພີ່ມຂື້ນບໍ່ເກີນ1,5 ອົງສາC.
ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.
ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ COP 26 ສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບປະຊາຄົມສາກົນ ແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ໃນການເຈລະຈາໂທລະສັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຫັນບັນດາການກຳນົດທິດຮ່ວມມືໃນຫຼາຍຂົງເຂດໃຫ້ປະກົດຜົນເປັນຈິງ.
ຍສໝ - ຕອນຄ່ຳວັນທີ 15 ສິງຫາ ຢູ່ Battersea (ລອນດອນ, ລາຊະອານາຈັກອັງກິດ) ໄດ້ດຳເນີນພິທີປຸກລະດົມຍຸດທະສາດ “ຮ່ວມແຮງຮ່ວມໃຈພ້ອມກັບ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19”, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອັງກິດ ປະກອບສ່ວນພ້ອມກັບບ້ານເກີດເມືອງນອນ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ແບ່ງປັນກັບບັນດາຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ພໍ່ແມ່ປະຊາຊົນ.