ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ

07:07 | 03/07/2022

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ
ໄຂ​ສັບ​ປະ​ດາ​ສິນ​ຄ້າ ແລະ ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່​ລາ​ຊະ​ອານ​າ​ຈັກ​ອັງ​ກິດ ໄຂ​ສັບ​ປະ​ດາ​ສິນ​ຄ້າ ແລະ ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່​ລາ​ຊະ​ອານ​າ​ຈັກ​ອັງ​ກິດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ (ພາບ: VOV)

ກ່ອນນີ້ 100 ປີ, ທ່ານປະທານ ໂຮ່ຈີມິນໄດ້ມາດຳລົງຊີວິດ ແລະ ເຮັດວຽກຢູ່ໂຮງແຮມ Carlton. ເພື່ອສະແດງຄວາມເຄົາລົບຮັກຕໍ່ເພິ່ນ, ສະມາຄົມມິດຕະພາບ ອັງກິດ - ຫວຽດນາມ ແລະ ເພື່ອນມິດອັງກິດທີ່ຮັກແພງ ຫວຽດນາມ ໄດ້ຕັ້ງ ປ້າຍອາໄລຫາສີຟ້າແຫ່ງສັນຕິພາບ ດ້ວຍແຖວໜັງສື “ໂຮ່ຈີມິນ (1890 - 1969) - ຜູ້ໃຫ້ກຳເນີດປະເທດ ຫວຽດນາມ - ໄດ້ເຮັດວຽກຢູ່ໂຮງແຮມ Carlto, ອາຄານເກົ່າແກ່ຢູ່ຜືນດິນນີ້, ປີ 1913”. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຖະຫວາຍດອກໄມ້ ແລະ ໄວ້ອາໄລ, ກົ້ມຫົວໄວ້ອາໄລຫາປະທານໂຮ່ຈີມິນແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກເປັນເວລາ 1 ນາທີ.

​vovworld.vn

ເຫດການ
302 Found

Found

The document has moved here.