ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ

15:29 | 06/04/2022

ຕອນເຊົ້າວັນທີ 5 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ”.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ
ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ
ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ” (ພາບ: VOV)

ບົດບັນທຶກຊ່ວຍຈຳສະບັບນີ້ໄດ້ສ້າງກອບນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ອັງກິດ ໃນຂົງເຂດສຶກສາວິຊາຊີບ, ປະກອບສ່ວນເຂົ້າໃນການຊຸກຍູ້ເປົ້າໝາຍພັດທະນາການສຶກສາວິຊາຊີບ ຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໃຫ້ຮູ້ວ່າ:

“ປັດຈຸບັນ, ຫວຽດນາມ ມີຮາກຖານການສຶກສາວິຊາຊີບ 1.929 ແຫ່ງ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານ ອັງກິດ, ຮຽງບ່າຮຽງໄຫຼ່ໃຫ້ການໜູນຊ່ວຍດ້ານການສຶກສາເວົ້າລວມໃນໄລຍະຜ່ານມາ. ໂດຍສະເພາະແມ່ນຊຸດບຳລຸງສ້າງໄລຍະສັ້ນ ເພື່ອຍົກລະດັບຄຸນນະພາບຂອງຄູອາຈານກ່ຽວກັບຄວາມຮູ້ດຳເນີນທຸລະກິດ ແລະ ການເລີ່ມຕົ້ນທຸລະກິດ; ວິທີການບຳລຸງວິຊາຊີບຕາມກຳລັງຄວາມສາມາດ; ບຳລຸງສ້າງພາສາອັງກິດໂດຍລົງເລິກຂະແໜງໃຫ້ແກ່ຄູສອນວິຊາຊີບຈຸດສຸມສາກົນ, ພາກພື້ນ ອາຊຽນ…”

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.