ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward

10:08 | 27/07/2022

ຍ​ສ​ໝ - ທີ່​ການ​ພົບ​ປະ​ແລກປ່ຽນ​ໃນເວລາອັນສັ້ນໆ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ​ເນັ້ນ​ໜັກ​ເຖິງ​ການ​ປະກອບສ່ວນ​ພິ​ເສດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ 4 ປີ​ຢູ່ ຫວຽດນາມ. ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ການ​ຮ່ວມ​ມື​ທີ່ເປັນມູນເຊື້ອ ​ແລະ ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ສະ​ໜິດ​ຕິດ​ພັນ​ກ່ວາ​ເວລາໃດໝົດ.

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ” ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ”
ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ນັດ​ເຕະ​​ທຳ​ອິດ​ຢູ່ AFF Cup 2022 ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ນັດ​ເຕະ​​ທຳ​ອິດ​ຢູ່ AFF Cup 2022
ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward
ກາ​ນ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: congthuong.vn)

ຕອນ​ເຊົ້າ​ວັນ​ທີ 21 ກໍລະກົດ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ​ແລະ ​ອ​ຽກ​ລັງ​ເໜືອ ປະຈຳ ຫວຽດນາມ Gareth Ward.

ທີ່​ການ​ພົບ​ປະ​ແລກປ່ຽນ​ໃນເວລາອັນສັ້ນໆ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ​ເນັ້ນ​ໜັກ​ເຖິງ​ການ​ປະກອບສ່ວນ​ພິ​ເສດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ 4 ປີ​ຢູ່ ຫວຽດນາມ. ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ການ​ຮ່ວມ​ມື​ທີ່ເປັນມູນເຊື້ອ ​ແລະ ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ສະ​ໜິດ​ຕິດ​ພັນ​ກ່ວາ​ເວລາໃດໝົດ.

ຫວ່າງ​ມໍ່ໆ​ມາ​ນີ້, ສອງ​ຝ່າຍ​ໄດ້​ຍິນ​ດີ​ເປັນ​ສັກຂີ​ພິຍານ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຫຼາຍ​ຄັ້ງ​ຂອງ​ປະມຸກ​ລັດ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ. ພິ​ເສດ​ແມ່ນ​ການ​ຢ້ຽມ​ຢາມ​ອັງ​ກິດ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ ກອງ​ປະ​ຊຸມ COP26 ເດືອນ​ພະ​ຈິກ 2021. ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ອັງ​ກິດ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໃນ​ທ້າຍ​ເດືອນ ມິຖຸນາ 2022. ກົງ​ກັນ​ຂ້າມ, ຝ່າຍ​ອັງ​ກິດ​ກໍ່​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ, ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດໄປ​ຍັງ ຫວຽດ​ນາມ. ຫວຽດນາມ ​ແລະ ອັງກິດ ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ໃນ​ປີ 2023.

​ໃນ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ໃນ 4 ປີຜ່ານມາ, ອັງກິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ ຫວຽດນາມ ​ໃຫ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ, ພິ​ເສດ​ແມ່ນ​ໃນ​ວິວັດ​ການ​ຫັນ​ປ່ຽນ​​ພະ​ລັງ​ງານໄປສູ່ທິດສີຂຽວ, ຍືນຍົງກວ່າ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຂັ້ນ​ສູງ, ບັນດາ​ຂໍ້​ຕົກລົງ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ບັນດາ​ອົງການ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ໃຫຍ່ຂອງ 2 ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມ​ດ້ວຍ​ມູນ​ຄ່ານັບ​ຫຼາຍ​ສິບ​ຕື້​ໂດ​ລາສ​ະ​ຫະ​ລັດ. ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ອັງກິດ​ຂະໜາດ​ໃຫຍ່​ຫຼາຍ​ແຫ່ງມາ​ລົງທຶນ​ຢູ່ຫວຽດນາມ, ພິ​ເສດ​ແມ່ນ​ດ້ານ​ພະລັງງານ, ການ​ທະນາຄານ ​ແລະ ການ​ບໍລິການ.

ໄລ່​ຮອດ​ເດືອນ ມິຖຸນາ 2022, ອັງກິດ ມີ 467 ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 4,2 ຕື້ USD. ທັງໝົດນີ້ເນັ້ນໜັກເຖິງການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດທີ່ພວມໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງເຂັ້ມແຂງໃນສະພາບການປ່ຽນແປງທີ່ສັບສົນຂອງເສດຖະກິດໂລກໃນປະຈຸບັນ.

2 ຝ່າຍ​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ ແລະ ການ​ຄ້າ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ການ​ຊຸກຍູ້​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອັງກິດ (UKVFTA) ​ແລະ ການຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມະການ​ການ​ຄ້າ ຂອງ​ສັນຍາ UKVFTA. ພາຍຫຼັງ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ສາມາດ​ເວົ້າ​ໄດ້​ວ່າ: ສັນຍາ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ອັນ​ຕັ້ງໜ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2021, ​ເຖິງ​ວ່າ​ຈະ​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ກໍ່ຕາມ ແຕ່ກໍ​ຍັງ​ຮັກສາ​ອັດຕາ​ການ​ເຕີບ​ໂຕ​ໃນ 6 ​ເດືອນ​ຕົ້ນ​ປີ 2022.

ນອກຈາກ​ນັ້ນ, ຫວຽດນາມ ​ແລະ ອັງກິດ ຍັງ​ໄດ້​ຈັດ​ຕັ້ງ​ສຳ​ເລັດກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ (JETCO) ຄັ້ງ​ທີ 12 ​ໃນ​ເດືອນ ພຶດສະພາ 2022 ຢູ່ ລອນ​ດອນ, ກອງ​ປະຊຸມ​ຄັ້ງ​ທີ 11 ປີ 2019 ຢູ່​ນະຄອນ ​ຮະ​ລອງ ​ໃນ​ໄລຍະ​ອາຍຸການຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ.

ທ່ານ​ລັດຖະມົນຕີ​ຖື​ວ່າ, ນີ້​ແມ່ນ​ໝາກຜົນ​ການ​ຮ່ວມ​ມື​ທີ່​ດີ​ເດັ່ນ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຊ່ວຍ​ໜູນ​ກອງ​ປະຊຸມ​ດຳ​ເນີນ​ໄປ​ຢ່າງ​ສະດວກ, ບັນລຸ​ໄດ້​ຫຼາຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ຕາມ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ທີ່​ກອງ​ປະຊຸມ JETCO 12 ຄັ້ງ​ຫຼ້າ​ສຸດ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ດັ້ງ​ຮ່ວາງ​ອານ ​ແລະ ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ, ກົມ​ການ​ຄ້າ​ສາກົນ ອັງກິດ Penny Mordaunt, 2 ຝ່າຍ​ໄດ້​ມີ​ການ​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ, ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ຮ່ວມ​ມືທີ່ແທດ​ຈິງ ແລະ ລະ​ອຽດ​ຄື: ການທູດ; COP26 ແລະ ພະລັງງານທົດແທນ; ຜະລິດຕະພັນກະເສດ, ອາຫານ ແລະ ເຄື່ອງດື່ມ; ເຕັກໂນໂລຊີ ແລະ ເຕັກໂນໂລຊີທາງດ້ານການເງິນ; ການດູແລສຸຂະພາບ ແລະ ການຢາ; ການສຶກສາ; ອຸດສາຫະກໍາ; ການ​ຄຸ້ມ​ຄອງ​ຕະ​ຫຼາດ ​ແລະ ​ການ​ປ້ອງ​ກັນ​​ການ​ຄ້າ​.

ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ Gareth Ward ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ​ເຂົ້າ​ຮ່ວມ CPTPP ຂອງ ອັງກິດ ​ແລະ ຮຽກຮ້ອງ​ຫວຽດນາມ ສະໜັບສະໜູນ. ພາຍຫຼັງ​ໄດ້​ຮັບ​ຟັງ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ​ຽນ ຢືນຢັນ​ຄືນ​ໃໝ່​ການ​ສະໜັບສະໜູນ​ ອັງກິດ ​ເຂົ້າ​ຮ່ວມ CPTPP ໂດຍ​ໄວ. ທ່ານ​ລັດຖະມົນຕີ​ຖື​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ອັງກິດ​ບໍ່​ພຽງ​ແຕ່​ຈະ​ເປີດ​ກວ້າງ​ຂອບ​ເຂດ​ເປີດ​ຕະຫຼາດ​ຂອງ​ອັງກິດ ​ແລະ ບັນດາ​ສະມາຊິກ CPTPP ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ສັນຍາໃນ​ບົດ​ບາດ​ເປັນ FTA ຮຸ່ນ​ໃໝ່, ມາດຕະຖານ​ສູງ, ​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າຂອງສະຕະວັດທີ 21. ທ່ານ​ລັດຖະມົນຕີ​ກໍ່ຂອບ​ໃຈ​ສະຖານທູດ​ອັງກິດ ປະຈຳ ຫວຽດນາມ ທີ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ທັນ​ການ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນການ​ພົວພັນ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ອັງກິດ ​ໃນ​ຂອບ​ເຂດ​ການ​ເຈລະຈາ​ເພື່ອ​ເຂົ້າ​ຮ່ວມ CPTPP ​ໃຫ້ເປັນ​ຢ່າງ​ດີ.

ພາຍຫຼັງ​ການ​ໂອ້​ລົມ​ສົນທະນາ, ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ໂດຍ​ຕາງໜ້າ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ທ່ານ​ລັດຖະມົນຕີ ​ໄດ້​ປະດັບ​ຫຼຽນ​ໄຊ “​ເພື່ອ​ພາລະກິດ​ພັດທະນາ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດ​ນາມ” ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ​ທີ່ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອັງກິດ ​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ​ເພື່ອ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ອັງກິດ. , ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ສິ້ນ​ສຸດ​ອາ​ຍຸ​ການໃນ​ທ້າຍ​ເດືອນ ກໍລະກົດ 2022. ທ່ານ​ລັດ​ຖະ​ມົນ​ຕີ​ຫວັງ​ວ່າ, ພາຍຫຼັງ​ສິ້ນ​ສຸດ​ການ​ເຮັດ​ວຽກ​ຢູ່​ຫວຽດ​ນາມ, ໃນ​ພາ​ລະ​ກິດ​ໃໝ່​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ແຕ່​ລະ​ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ, ຖື​ຫວຽດ​ນາມ​ແມ່ນ​ບ້ານ​ເກີດແຫ່ງ​ທີ​ສອງ​ຂອງ​ຕົນ​ ແລະ ​ກັບ​ຄືນ​ມາ​ເລື້ອຍໆ.

ປີ 2021, ຍ້ອນ​ສັນຍາ​ການ​ຄ້າ​ເສລີ​ອັງກິດ-ຫວຽດນາມ (UKVFTA), ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງກະໂດດຂັ້ນ, ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ພະ​ຍາດໂຄວິດ - 19, ກໍບັນລຸ 6,6 ຕື້ USD, ​ເພີ່ມ​ຂຶ້ນ 17,2% ​ເມື່ອ​ທຽບ​ໃສ່​ປີ 2020.ໃນ​ນັ້ນ ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 5,8 ຕື້ USD, ເພີ່ມຂຶ້ນ 16,4%, ການສົ່ງອອກຂອງອັງກິດບັນລຸ 849 ລ້ານ USD, ເພີ່ມຂຶ້ນ 23,6%.

​ໃນ 6 ​ເດືອນ​ຕົ້ນ​ປີ 2022, ວົງ​ເງິນ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ ຫວຽດນາມ - ອັງກິດ ບັນລຸ​ເກືອບ 3,3 ຕື້ USD, ​ເພີ່ມ​ຂຶ້ນ 2,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ​ໃນ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ 2,9 ຕື້ USD, ເພີ່ມຂຶ້ນເລັກໜ້ອຍ 1,2% ເມື່ອທຽບໃສ່ໄລຍະດຽວກັນ. ວົງ​ເງິນ​ການ​ນຳ​ເຂົ້າ​ບັນລຸ 372,5 ລ້ານ USD, ​ເພີ່ມ​ຂຶ້ນ 14,6%.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.