ສ້າງ ແລະ ພັດທະນາວັດທະນະທຳ ອາຫານການກິນ ຫວຽດນາມ ໃຫ້ເປັນເຄື່ອງໝາຍການຄ້າແຫ່ງຊາດ | |
ເຍື່ອງອາຫານທີ່ເປັນເອກະລັກຢູ່ເຫ້ວ ແຕ່ມີຄົນໜ້ອຍຮູ້ຈັກເຖິງ |
![]() |
ສິນຄ້າບາງຊະນິດຂອງ ຫວຽດນາມ ໄດ້ວາງສະແດງໃນສັບປະດາສິນຄ້າ (ພາບ: TTXVN) |
ວັນທີ 26 ມິຖຸນາ, ໂຄງການ “ສັບປະດາສິນຄ້າ ແລະ ອາຫານການກິນ ຫວຽດນາມ ປະຈຳອັງກິດ ປີ 2022” ໄດ້ໄຂຂຶ້ນຢູ່ຮ້ານສັບພະສິນຄ້າ Longdan ຢູ່ເທດສະບານ Crawlwy, ຫ່າງຈາກນະຄອນຫຼວງ ລອນດອນໄປທາງທິດໃຕ້ ປະມານ 45 ກີໂລແມັດ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 3 ກໍລະກົດ, ເຫດການໂດຍຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອັງກິດຈັດຕັ້ງດ້ວຍການສົມທົບກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອັງກິດ (VBUK) ແລະ ສອງກຸ່ມບໍລິສັດ Longdan ແລະ EUTEK Group.
ໃນສັບປະດາສິນຄ້າ ແລະ ອາຫານການກິນ ຫວຽດນາມ ປະຈຳອັງກິດ, ບັນດາສິລະປະກຳ, ກາເຟ, ໝາກໄມ້ສົດ, ໝາກມ່ວງຫິມະພານ, ເຂົ້າສານຫອຍສນດາວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ໄດ້ຖືກນຳມາວາງສະແດງຢູ່ ຮ້ານສັບພະສິນຄ້າ Longdan Crawley ແລະ ຕະຫຼາດ ຫວຽດນາມ ຢູ່ນະຄອນ Nottingham. ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.
ວີໂອວີ