| ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ | |
| ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ | 
![]()  |   		
|   			 ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ຕ້ອນຮັບທ່ານ Kenneth Atkinson ປະທານ Britcham (ພາບ: TTXVN)  |   		
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທ້ອງຖິ່ນຂອງ ຫວຽດນາມ ຍາມໃດກໍ່ກຽມພ້ອມຮ່ຳຮຽນ, ຮັບຟັງບົດຮຽນປະສົບການຂອງອັງກິດໃນການເສີມຂະຫຍາຍບົດບາດຂອງພາກລັດ ແລະ ເອກະຊົນ, ການບໍລິຫານເອກະຊົນ, ບໍລິຫານແຫ່ງຊາດ, ປະກອບສ່ວນປະຕິບັດຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ ໃນນັ້ນມີຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີເລື່ອງບາງອົງການຂອງສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບ Britcham, ຈັດຕັ້ງການໂອ້ລົມສົນທະນາ ກັບບັນດາວິສາຫະກິດ, ຜ່ານນັ້ນ ປະກອບສ່ວນແກ້ໄຂຈຸດຄ້າງຄາ, ຍົກສູງຄວາມສາມາດໃນການບໍລິຫານວິສາຫະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດບໍລິຫານແຫ່ງຊາດບົນຈິດໃຈຕ່າງຝ່າຍຕ່າງມີໄຊຊະນະ.
ທ່ານປະທານສະພາດຳເນີນທຸລະກິດອັງກິດ Britcham ໃຫ້ຮູ້ວ່າ ບັນດາບໍລິສັດຂອງອັງກິດໃນປັດຈຸບັນພວມສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫວຽດນາມ ນັບຫຼາຍພັນຄົນ, ສ້າງມູນຄ່າສົ່ງອອກນັບຫຼາຍລ້ານ USD ກໍ່ຄືປະກອບສ່ວນເຂົ້າໃນຂົງເຂດການເງິນ - ການສຶກສາ. ທ່ານປະທານ Britcham ຖືວ່າ, ສອງຝ່າຍອາດສົມທົບກັນເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄື ການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມສະເໝີພາບ ແລະ ພັດທະນາພະລັງງານຜະລິດຄືນໃໝ່.
ບຸນຄົງ
                