ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.
ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄຊສົມພອນ ພົວວິຫານ ປາດຖະໜາຢາກສືບຕໍ່ຮ່ວມມືກັບປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ.
ຍສໝ - ຕອນບ່າຍວັນທີ 10 ທັນວາ, ຄະນະຜູ້ແທນໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳຫວຽດນາມ ໂດຍທ່ານນາງ Ramla Khalidi, ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ ເປັນນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ເປັນປະທານກອງປະຊຸມ. ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບທີ່ຕັ້ງ ແລະ ບົດບາດຂອງແມ່ຍິງ ຫວຽດນາມ ໃນລະບົບການເມືອງ - ສັງຄົມ, ແລະ ທິດທາງການຮ່ວມມືທີ່ມີທ່າແຮງລະຫວ່າງສະຫະພັນແມ່ຍິງ ຫວຽດນາມ ແລະ UNDP ໃນໄລຍະຈະມາເຖິງ.
ຍສໝ - ຕາມທ່ານຫົວໜ້າຜູ້ຕາງໜ້າຜູ້ປະຈຳໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈໍາ ຫວຽດນາມ ນາງ Ramla Khalidi ແລ້ວ, ກຳລັງແຮງຂອງວິໄສທັດໄລຍະຍາວ ແລະ ການນຳທີ່ເຂັ້ມແຂງ ໄດ້ນຳເອົາບັນດາຜົນງານອັນໃຫຍ່ຫຼວງມາໃຫ້ຫວຽດນາມ ໃນໄລຍະຜ່ານມາ.
ຍສໝ - ແມ່ຍິງຫວຽດນາມໄດ້ຮັບບົດບາດສໍາຄັນຢ່າງສະໝໍ້ສະເໝີຕະຫຼອດປະຫວັດສາດຂອງຊາດ, ຕັ້ງແຕ່ການຕໍ່ສູ້ເພື່ອຊິງອິດສະຫຼະແຫ່ງຊາດ ຈົນເຖິງການຟື້ນຟູ, ສ້າງສາ ແລະ ພັດທະນາປະເທດ.
ຍສໝ - ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຄໍາຕັດສິນຂອງປະທານປະເທດ ແລະ ຕັດສິນຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານ 3 ທ່ານຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະຜູ້ແທນUNISFA (ພາກພື້ນ Abyei).
ຍສໝ - ແຕ່ປີ 2022, ກຳລັງຕຳຫຼວດປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງເປັນທາງການ. ດ້ວຍການກະກຽມຢ່າງຮອບຄອບ, ເປັນມືອາຊີບ ແລະ ມີຈິດໃຈມະນຸດສະທຳຢ່າງເລິກເຊິ່ງ, ນາຍຕຳຫຼວດຫວຽດນາມ ບໍ່ພຽງແຕ່ເຮັດສຳເລັດວຽກງານວິຊາສະເພາະເທົ່ານັ້ນ ຫາກຍັງໄດ້ບັນລຸເຄື່ອງໝາຍອັນສວຍງາມໃນໃຈຂອງປະຊາຄົມສາກົນໃນບັນດາການປະທະກັນ.
ຍສໝ - ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ
ຍສໝ - ວັນທີ 10 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ນິວຢອກ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງສະພາບໍລິຫານງານ ອົງການເພື່ອຄວາມສະເໝີພາບລະຫວ່າງຍິິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫັແກ່ແມ່່ຍິິງຂອງສະຫະປະຊາຊາດ (UN Women) ໃນຖານະເປັນສະມາຊິກສະພາບໍລິຫານງານອາຍຸການ 2025-2027.
ຍສໝ - ການນຳ ສປຊ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຂອງກຸ່ມນັກຊ່ຽວຊານວິທະຍາສາດ ແລະການສົນທະນາກ່ຽວກັບການຄຸ້ມຄອງ AI ຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໜ່ວຍໂລກ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Jean-Pierre Lacroix ໄດ້ເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ໃຫ້ບຸລິມະສິດຍົກສູງອັດຕາສ່ວນພະນັກງານ, ນັກຮົບຍິງ.
ຍສໝ - ບັນດານາຍທະຫານ ຈະປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຼິກາກາງ (MINUSCA) ແລະ ສາທາລະນະລັດ Sudan ໃຕ້ (UNMISS).
ຍສໝ - ຕອນບ່າຍວັນທີ 10 ພະຈິກ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານ ແລະບັນດາຫົວໜ້າຜູ້ຕາງໜ້າບັນດາອົງການສະຫະປະຊາຊາດ (ສປຊ) ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຫະປະຊາຊາດ (24 ຕຸລາ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ມີຜົນສັກສິດ (ແຕ່ວັນທີ 16 ພະຈິກ 1994 ຫາວັນທີ 16 ພະຈິກ 2024), ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ, ຮອງລັດຖະມົນຕີຖາວອນກະຊວງການຕ່າງປະເທດ ທ່ານ ຫງວຽນມິນຫວູ໊ ໄດ້ຕອບສຳພາດຕໍ່ນັກຂ່າວ.
ຍສໝ - ໃນລະຫວ່າງວັນທີ 28 ຕຸລາ ຫາວັນທີ 15 ພະຈິກ, ຫ້ອງການປະຈໍາການ ກະຊວງຕໍາຫຼວດກ່ຽວກັບການຮັກສາສັນຕິພາບ ສປຊ ຫວຽດນາມ ໄດ້ສົມທົບກັບກົມເຄື່ອນໄຫວສັນຕິພາບ, ຄະນະເລຂາທິການ ສປຊ ຈັດຕັ້ງຊຸດຝຶກອົບຮົມສ້າງແຫຼ່ງຄູຝຶກຕຳຫຼວດຮັກສາສັນຕິພາບສະຫະປະຊາຊາດຢູ່ສູນສາກົນ, ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ.
ຍສໝ - ແຕ່ວັນທີ 7-9 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ທີ່ນິວຢອກ ໄດ້ໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79.
ຍສໝ - ວັນທີ 5 ມິຖຸນາ, ຢູ່ສຳນັກງານອົງການສະຫະປະຊາຊາດ ທີ່ ນິວຢອກ (ອາເມລິກາ), ໄດ້ດຳເນີນງານຕະຫຼາດນັດວັດທະນະທຳ - ອາຫານສາກົນ ປີ 2024 (UN International Bazaar) ເຊິ່ງຈັດຂຶ້ນໂດຍສະໂມສອນພັນລະຍາ, ສາມີຂອງການນຳ, ພະນັກງານສະຫະປະຊາຊາດ.
ຍສໝ - ວັນທີ 22 ກັນຍານີ້ (ຕາມເວລາທ້ອງຖິ່ນ), ໃນຂອບເຂດສັບປະດາກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊູດທີ 79 ຢູ່ ນິວຢອກ (ອາເມລິກາ), ດ້ວຍຄວາມເຫັນດີເປັນເອກະພາບ, ບັນດາສະມາຊິກສະຫະປະຊາຊາດໄດ້ຮັບຮອງເອົາ “ສົນທິສັນຍາເພື່ອອະນາຄົດ” ເພື່ອແນໃສ່ແກ້ໄຂບັນດາການຂັດແຍ້ງກັນ, ໄພຂົ່ມຂູ່ດ້ານສິ່ງແວດລ້ອມ, ກໍ່ຄືສິ່ງທ້າທາຍດ້ານເຕັກໂນໂລຊີທີ່ມວນມະນຸດພວມປະເຊີນໜ້າ.
ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບຜ່ານມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິດັ່ງກ່າວ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ມາຣົກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະເທດອຸປະຖຳຮ່ວມ.