ຕຳຫຼວດປະຊາຊົນຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

15:14 | 30/05/2025

ຍສໝ​ - ​ແຕ່​ປີ 2022, ກຳລັງຕຳຫຼວດປະຊາຊົນ​ຫວຽດນາມ ໄດ້ເຂົ້າ​ຮ່ວມ​ບັນດາ​ຄະນະປະຕິບັດງານ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດຢ່າງ​ເປັນ​ທາງ​ການ. ດ້ວຍ​ການ​ກະ​ກຽມ​ຢ່າງ​ຮອບ​ຄອບ, ເປັນ​ມື​ອາ​ຊີບ ແລະ ມີ​ຈິດ​ໃຈ​ມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ, ນາຍ​ຕຳຫຼວດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເຮັດ​ສຳ​ເລັດ​ວຽກ​ງານ​ວິຊາ​ສະ​ເພາະ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ບັນ​ລຸ​ເຄື່ອງ​ໝາຍ​ອັນ​ສວຍ​ງາມ​ໃນ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ໃນ​ບັນ​ດາ​ການ​ປະ​ທະ​ກັນ.

ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ
ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ການຝຶກອົບຮົມຕາມມາດຕະຖານສາກົນ

ຕາມຫົວໜ່ວຍຕຳຫຼວດຮັກສາສັນຕິພາບເລກທີ 1 (ກະຊວງຕຳຫຼວດ), ໃນຖານະທີ່ເປັນປະເທດທີ່ຕັ້ງໜ້າໃນການເຄື່ອນໄຫວຮັກສາສັນຕິພາບ, ຫວຽດນາມ ໄດ້ເລີ່ມເຂົ້າຮ່ວມກອງກຳລັງນີ້ໃນປີ 2014. ມາຮອດປະຈຸບັນ, ໄດ້ສົ່ງນາຍ ແລະ ພົນທະຫານກວ່າ 1.000 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ບັນດາພາລະກິດຂອງ ສປຊ, ໃນນັ້ນມີທັງກອງທັບ ແລະ ບຸກຄະລາກອນ.

ຕຳຫຼວດປະຊາຊົນຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ເຈົ້າໜ້າທີ່ຕຳຫຼວດເຂົ້າຮ່ວມການຝຶກຊ້ອມຢູ່ສະໜາມຝຶກຊ້ອມ. (ພາບ: ຫົວໜ່ວຍຕຳຫຼວດຮັກສາສັນຕິພາບເລກທີ 1)

ນັບ​ແຕ່​ປີ 2022 ​ເປັນ​ຕົ້ນ​ມາ, ຕຳຫຼວດຫວຽດນາມ ໄດ້​ຜັນ​ຂະຫຍາຍ​ກຳລັງ​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ຢ່າງ​ເປັນ​ທາງ​ການ. ມາ​ຮອດ​ປະຈຸ​ບັນ, 5 ຄະນະ​ປະຕິບັດ​ງານ​ໄດ້​ຮັບ​ການ​ມອບ​ໝາຍໄປເຮັດໜ້າທີ່ຢູ່ກົມເຄື່ອນໄຫວສັນຕິພາບ​ສະຫະ​ປະຊາ​ຊາດ​ຢູ່​ອາ​ເມ​ລິ​ກາ, ​ຄະນະປະຕິບັດງານ UNMISS (ຊູ​ດານ​ໃຕ້) ​ແລະ UNISFA (ພາກ​ພື້ນ Abyei). ຄາດ​ວ່າ​ໃນ​ເດືອນ​ມິຖຸນາ​ນີ້, ຄະນະ​ປະຕິບັດ​ງານ​ເລກທີ 6 ຈະ​ອອກ​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່ຄະນະປະຕິບັດງານ MINUSCA ຢູ່​ສາທາລະນະ​ລັດ ອາ​ຟຼິກາ​ກາງ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຂົ້າ​ຮ່ວມ​ພາລະກິດ​ນີ້.

ເພື່ອ​ຮັບປະກັນ​ຄຸນ​ນະພາ​ບກຳລັງ, ກະຊວງຕຳຫຼວດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຝຶກ​ອົບຮົມ​ພະນັກງານ​ຕາມ​ມາດຖານ​ຂອງ ສປຊ. ທ່ານພັນໂທ ຫງວຽນກຽວຈິງ, ທີມປະຕິບັດງານເລກທີ 6 ໃຫ້ຮູ້ວ່າ ພະນັກງານ, ນັກຮົບໄດ້ຮັບການຝຶກອົບຮົມໂດຍກົງ ແລະ ຜ່ານລະບົບອອນໄລ, ອັບເດັດຂໍ້ມູນສະພາບການຂອງພາລະກິດ, ປະສົບການປະຕິບັດຕົວຈິງຈາກບັນດາກໍາລັງທະຫານ, ຕໍາຫຼວດທີ່ເຂົ້າຮ່ວມ. ເນື້ອ​ໃນ​ການ​ຝຶກ​ອົບຮົມ​ລວມມີ​ບັນດາ​ລະບຽບ​ການ​ຂອງ​ສະຫະ​ປະຊາ​ຊາດ, ທັກ​ສະ​ການ​ເຂົ້າ​ເຖິງ​ພາກ​ສະໜາມ, ການ​ສື່ສານ​ກັບ​ຊາວ​ທ້ອງ​ຖິ່ນ, ການ​ເຂົ້າ​ຮ່ວມ​ວຽກ​ງານ​ພົນລະ​ເຮືອນ, ລະບຽບ​ການ​ມາດຕະຖານ​ໃນ​ການ​ຄຸ້ມ​ຄອງ ​ແລະ ດຳ​ເນີນ​ງານ​ໃນ​ພາລະກິດ ​ແລະ ອື່ນໆ.

ທ່ານພັນໂທ ດິງຫງອກໂລກ, ຮອງກອງບັນຊາການຫົວໜ່ວຍຕຳຫຼວດຮັກສາສັນຕິພາບເລກທີ 1 ໃຫ້ຮູ້ວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດ, ກະຊວງຕຳຫຼວດ ກຳນົດທິດຕ້ອງສ້າງຖັນແຖວພະນັກງານທີ່ມີເຈດຈຳນົງການເມືອງໜັກແໜ້ນ, ມີວິຊາສະເພາະ, ມີທັກສະພາສາຕ່າງປະເທດເປັນຢ່າງດີ, ມີຄວາມເຂົ້າໃຈກ່ຽວກັບກົດໝາຍສາກົນ, ມີວິຊາສະເພາະສູງ ແລະ ມີຄວາມສາມາດໃນການເຮັດວຽກ ແລະ ເຄື່ອນໄຫວຢ່າງເປັນເອກະລາດໃນສະພາບແວດລ້ອມສາກົນ. ຫົວໜ່ວຍ​ຕຳຫຼວດ​ຮັກສາ​ສັນຕິພາບເລກທີ 1 ​ໄດ້​ເຊື້ອ​ເຊີນ​ນັກ​ຊ່ຽວຊານ​ສາກົນ​ທີ່​ມີ​ປະສົບ​ການ​ຄື: ອິນ​ໂດ​ເນ​ເຊຍ ​ແລະ ອີ​ຕາ​ລີ ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ.

ທ່ານພັນໂທ Andi Rio Indra Saputra, ຫົວໜ້າ​ກົມ​ຝຶກ​ອົບຮົມ​ສູນ​ຕຳຫຼວດ​ຮັກສາ​ສັນຕິພາບ ອິນ​ໂດ​ເນ​ເຊຍ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ອາລົມ​ຈິດ​ຮໍ່າຮຽນ​ຂອງ​ນາຍ​ທະຫານ​ຫວຽດນາມ. ທ່ານ​ແບ່ງປັນ​ວ່າ: “ພວກ​ຂ້າພະ​ເຈົ້າ​ໄດ້​ອອກ​ແບບ​ແຜນ​ງານ​ຝຶກ​ອົບຮົມ​ທີ່​ເໝາະ​ສົມ, ​ໂດຍ​ສຸມ​ໃສ່​ການ​ກະກຽມ ​ແລະ ຄຸ້ມ​ຄອງ​ໜ່ວຍ​ງານ - ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ສຳລັບ​ກຳລັງ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ຄື​ຂອງ​ຫວຽດນາມ. ຫຼາຍ​ເນື້ອ​ໃນ​ແມ່ນ​ມີ​ການ​ພົວພັນ​ຢ່າງ​ເລິກ​ເຊິ່ງ​ກັບ​ບັນດາ​ຜູ້​ບັນຊາ​ການ, ຄູ​ສອນ​ຫວຽດນາມ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຖ່າຍທອດ​ໃຫ້​ບັນດາ​ສະມາຊິກ​ອື່ນໆ​ຂອງ​ໜ່ວຍ​ງານ.”

ພ້ອມ​ກັບ​ການ​ສົ່ງ​ພະນັກງານ​ໄປ​ປະຕິບັດ​ໜ້າ​ທີ່, ກະຊວງ​ຕຳຫຼວດ​ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເໜີ​ຜູ້​ສະໝັກ​ຮັບ​ຕຳ​ແໜ່​ງສຳຄັນ​ຢູ່​ສຳນັກງານ​ໃຫຍ່ ສປຊ ກໍ່​ຄື​ບັນດາ​ຕຳ​ແໜ່​ງການ​ນຳ ​ແລະ ບັນຊາ​ການ​ໃນ​ຄະນະປະຕິບັດງານຮັກສາສັນຕິພາບ. ກະຊວງ​ຕຳຫຼວດ​ກໍ່​ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ສູນ​ຝຶກ​ອົບຮົມ ​ແລະ ສ້າງ​ຄວາມ​ສາມາດ​ໃນ​ການ​ຮັກສາ​ສັນຕິພາບ​ທີ່​ໄດ້​ຮັບ​ມາດ​ຖານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ສາກົນ, ​ເພື່ອ​ແນ​ໃສ່​ກາຍ​ເປັນ​ສູນ​ກາງ​ແຖວ​ໜ້າ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ.

ສະໜັບສະໜູນຊຸມຊົນ, ເຜີຍແຜ່ຄວາມຮັກ

ບໍ່​ພຽງ​ແຕ່​ສຸມ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ດ້ານ​ວິຊາ​ຊີບ​ເທົ່າ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະຊາຊົນ​ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມຄະນະປະຕິບັດງານ​ຮັກສາ​ສັນຕິພາບ ສປຊ ຍັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ​ປະຊາຊົນ, ໜູນ​ຊ່ວຍ​ຊຸມ​ຊົນ, ໜູນ​ຊ່ວຍ​ຜູ້​ດ້ອຍ​ໂອກາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ຕຳຫຼວດປະຊາຊົນຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ຄະນະປະຕິບັດງານກະຊວງຕຳຫຼວດ​ ໄດ້​ມອບ​ຂອງຂວັນ​ທີ່​ສູນເດັກນ້ອຍກຳພ້າ Sheikh Dafalla Quranic Academic Foundation Orphanage. (ພາບ: ຫົວໜ່ວຍຕຳຫຼວດຮັກສາສັນຕິພາບເລກທີ 1)

​ໃນ​ຂອບ​ເຂດ​ການໄປປະຕິບັດງານຂອງ​ກະຊວງຕຳຫຼວດ​ຢູ່​ສາທາລະນະ​ລັດ ຊູ​ດັງ​ໃຕ້, ຄະນະ​ປະຕິບັດງານ ພ້ອມກັບເຈົ້າ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສູນ​ລ້ຽງ​ເດັກ​ກຳພ້າ Sheikh Dafalla ຢູ່​ນະຄອນຫຼວງ Juba. ປະຈຸ​ບັນ, ສະຖານ​ທີ່​ນີ້​ພວມ​ລ້ຽງ​ດູ​ເດັກນ້ອຍ​ເກືອບ 200 ຄົນ, ​ໃນ​ນັ້ນ 70% ​ແມ່ນ​ເດັກ​ກຳພ້າ, ສ່ວນ​ທີ່​ເຫຼືອ​ແມ່ນ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກແບບພິເສດ. ​ເພື່ອ​ເປັນ​ສັກຂີ​ພິຍານ​ຕໍ່​ການ​ພົບ​ປະ​ກັບ​ສະພາບ​ຂາດ​ເຂີນ​ໄຟຟ້າ, ນ້ຳ ​ແລະ ສະບຽງ​ອາຫານ, ຄະນະ​ຜູ້​ແທນ​ໄດ້​ມອບ​ຂອງ​ຂວັນ​ທີ່​ປະຕິບັດ​ໄດ້​ຫຼາຍ​ຢ່າງ​ໃຫ້​ສູນ​ເຊັ່ນ: ປື້ມບັນທຶກ 1.000 ຫົວ, ຕຽງ​ນອນ, ຜ້າ​ມັດ​ຢາງ, ຜ້າ​ມ່ານ, ​ເຂົ້າສານ​ເຄິ່ງ​ໂຕນ ​ແລະ ​ຖົ່ວ​ເຫຼືອງ....

ທ່ານ Shiek Juma Ali, ຜູ້ຄຸ້ມຄອງສູນ Sheikh Dafalla ແບ່ງປັນວ່າ "ປື້ມ, ສໍ, ປາກກາທີ່ເຂົາເຈົ້າເອົາມາບໍ່ພຽງແຕ່ເປັນວັດຖຸເທົ່ານັ້ນ, ແຕ່ຍັງເປັນຄວາມຫວັງ ແລະ ຄວາມຝັນຂອງຄວາມຮູ້ສໍາລັບເດັກນ້ອຍຢູ່ທີ່ນີ້. ເຂົາເຈົ້າຢາກຊ່ວຍໃຫ້ເດັກນ້ອຍຮຽນຮູ້ການອ່ານ, ຂຽນ ແລະ ກາຍເປັນຄົນທີ່ມີອະນາຄົດ. ນອກຈາກນັ້ນ, ການຊ່ວຍເຫຼືອດ້ານສະບຽງອາຫານໃນຊ່ວງເວລາທີ່ຫຍຸ້ງຍາກນີ້ແມ່ນມີຄ່າທີ່ສຸດ”.

ທ່ານພົນໂທ ເຈີ່ນຈ້ອງງວຽນ , ຮອງກອງບັນຊາການຫົວໜ່ວຍຕໍາຫຼວດຮັກສາສັນຕິພາບເລກທີ 1 ເນັ້ນໜັກວ່າ “ພາລະກິດຂອງພວກຂ້າພະເຈົ້າແມ່ນໜູນຊ່ວຍປະຊາຊົນຢູ່ບັນດາເຂດທີ່ເກີດການປະທະກັນ, ພ້ອມກັນນັ້ນກໍ່ຖືເອົາຮີດຄອງປະເພນີຮັກຫອມສັນຕິພາບຂອງກຳລັງຕຳຫຼວດປະຊາຊົນ ແລະ ປະເທດຊາດຫວຽດນາມ ເພື່ອໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ. ໃນ​ຂະ​ບວນ​ການ​ຝຶກ​ອົບ​ຮົມ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສະ​ເໝີ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ອຳນາດ​ການ​ປົກຄອງປະຈຳຖິ່ນ ແລະ ທ້ອງ​ຖິ່ນ ​ເພື່ອ​ເຜີຍ​ແຜ່​ຄຸນຄ່າ​ມະນຸດສະທຳ​ຂອງ​ກຳລັງ​ຕຳຫຼວດ​ຮັກສາ​ສັນຕິພາບ”.

ບັນດາ​​ເຈົ້າ​ໜ້າ​ທີ່ຮັກສາສັນຕິພາບກໍ່​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ຮູບ​ແຕ້ມ​ສັນຕິພາບ​ກັບ​ເດັກນ້ອຍ​ທ້ອງ​ຖິ່ນ, ປະຕິບັດ​ໂຄງການ “​ຮ່ວມເດີນທາງກັບ​ປະຊາ​ຄົມ”. ດ້ວຍເຫດນີ້ຈຶ່ງສ້າງພາບພົດຂອງເຈົ້າໜ້າທີ່ຕຳຫຼວດທີ່ບໍ່ພຽງແຕ່ມີຄວາມຊຳນານຢ່າງເຂັ້ມແຂງເທົ່ານັ້ນ ແຕ່ຍັງເຕັມໄປດ້ວຍຄວາມເມດຕາສົງສານອີກດ້ວຍ. ບໍ່​ພຽງ​ແຕ່​ມີ​ທັກ​ສະ​ວິ​ຊາ​ຊີບ​ເທົ່າ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ ຍັງ​ມີ​ນ້ຳ​ໃຈ​ເມດ​ຕາ​ຈິດ​ໃຈ​ມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ. ການປະຕິບັດຕົວຈິງ ແລະ ທ່າທາງການກຸສົນຂອງເຂົາເຈົ້າ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ໃນຫົວໃຈຂອງຊາວທ້ອງຖິ່ນ, ເພີ່ມຄວາມຫວັງໃຫ້ມີຊີວິດທີ່ສະຫງົບສຸກ ແລະດີຂຶ້ນ. ນັ້ນ​ແມ່ນ​ຮູບ​ພາບ​ທີ່​ສວຍ​ງາມ, ມີ​ມະ​ນຸດ​ສະ​ທຳ​ຂອງ​ທະ​ຫານ​ຫວຽດ​ນາມ ໃນ​ການ​ເດີນ​ທາງ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI

ຍສໝ - ການ​ນຳ ສປຊ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ສວມບົດບາດຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ກົນ​ໄກ​ຂອງ​ກຸ່ມ​ນັກ​ຊ່ຽວຊານ​ວິທະຍາສາດ ​ແລະການ​ສົນທະນາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ AI ຂອງ​ອົງການຈັດຕັ້ງ​ຫຼາຍ​ຝ່າຍ​ໃຫຍ່​ທີ່​ສຸດ​ໃນ​ໜ່ວຍໂລກ.

ຫວຽດນາມ - ສະຫະປະຊາຊາດເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ ຫວຽດນາມ - ສະຫະປະຊາຊາດເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ແລະ ທ່ານຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Jean-Pierre Lacroix ​ໄດ້ເປັນ​ເອກະພາບເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ, ​ໃຫ້​ບຸລິມະສິດ​ຍົກສູງ​ອັດຕາ​ສ່ວນ​ພະນັກງານ, ນັກຮົບຍິງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ