ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

15:13 | 13/02/2025

ຍສໝ - ວັນ​ທີ 10 ກຸມພາ 2025, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະຜູ້ແທນ ຫວຽດນາມ ປະຈຳ ​ນິວຢອກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາບໍລິຫານ​ງານ ອົງການເພື່ອຄວາມສະເໝີພາບລະຫວ່າງຍິິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫັແກ່ແມ່່ຍິິງຂອງສະຫະປະຊາຊາດ (UN Women) ​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ບໍລິຫານ​ງານອາຍຸ​ການ 2025-2027.

ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025
ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​​ສະພາ​ບໍລິຫານ​ງານ UN Women ​ໃນ​ປີ 2025 ​ເພື່ອ​ແລກປ່ຽນ​ກ່ຽວ​ກັບການ​ຍົກສູງ​ການ​ເຄື່ອນ​ໄຫວ ​ແລະ ກຳນົດທິດແຜນການ​ຍຸດ​ທະ​ສາດ​ໄລຍະ 2026-2029 ຢ່າງມີປະສິດທິ​ຜົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ​ແລະ ສປຊ ຕີ​ລາຄາ​ບັນດາ​ຄວາມ​ຄືບ​ໜ້າ​ທີ່​ບັນລຸ​ໄດ້ ​ແລະ ຖອດ​ຖອນ​ບັນດາບົດຮຽນ​ສຳຄັນ. ຈາກ​ນັ້ນ, ກໍ່ວາງອອກວິທີການແກ້ໄຂ​​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ທັນ​ການສຳລັບບັນດາສິ່ງທ້າທາຍ, ພ້ອມກັນນັ້ນ ກໍ່ແບ່ງປັນ​ບາງ​ບຸລິມະສິດ​ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ​ທົ່ວ​ໂລກ.

ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ຫວຽດນາມ​ ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາບໍລິຫານ​ງານ ​ ອົງການເພື່ອຄວາມສະເໝີພາບລະຫວ່າງຍິິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫັແກ່ແມ່່ຍິິງຂອງສະຫະປະຊາຊາດ (UN Women).

ທ່ານ​​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ ​ໃນ​ສະພາບ​ການ​ປະຈຸ​ບັນ ຕ້ອງ​ຍູ້ແຮງ​ການ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຂອງ​ແມ່ຍິງ​ໃນບັນດາ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ... ຕ້ອງ​ແບ່ງປັນ​ແຫຼ່ງກຳລັງ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃຫ້ບັນດາ​ຂົງ​ເຂດ​ສຳຄັນ​ຄື: ການແພດ, ການສຶກສາ, ປະຕິບັດຕີລາຄາ​ຜົນ​ກະທົບ​ກ່ຽວກັບເພດ, ວາງອອກບັນດາ​ເປົ້າໝາຍ​ລະອຽດ, ຊັດ​ເຈນ, ຊຸກຍູ້​ຢ່າງໂປ່ງໃສກ່ຽວກັບ​ລາຍຈ່າຍ​ງົບປະມານ ຈະ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຢ່າງແທ້ຈິງ.

ທ່ານ​​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ການ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ມີເປົ້າໝາຍ​ຄື ການ​ກຳນົດ​ອັດຕາ​ການ​ເຂົ້າ​ຮ່ວມ​ຂອງ​ເພດ​ຍິງ, ບັນດາ​ລາຍການ​ບຳລຸງສ້າງ​ການ​ນຳ ​ແລະ ​ນະ​ໂຍບາຍ​ໜູນ​ຊ່ວຍ​ເພື່ອ​ຮັບປະກັນ​ຄວາມ​ດຸ່ນດ່ຽງ​ໃນ​ການ​ເຮັດ​ວຽກ - ການດຳລົງຊີວິດ ​ແມ່ນ​ສິ່ງທີ່​ຈຳ​ເປັນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ເສີມຂະຫຍາຍ​ບົດບາດ​ຂອງ​ຕົນ ​ແລະ ປະກອບສ່ວນ​ໃນການ​ວາງແຜນກຳນົດ​ນະ​ໂຍບາຍ ​ແລະ ການ​ອອກຂໍ້ກຳນົດຫຼາຍກວ່າ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​​ເອກ​ອັກຄະ​ລັດຖະທູດ ​ໄດ້​ແບ່ງປັນ ​ແລະ ຍົກໃຫ້ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ​ທີ່​ ຫວຽດນາມ ບັນລຸ​ໄດ້​ໃນ​ການ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ພິ​ເສດ​ແມ່ນ​ອັດຕາ​​ສູງຂອງ​​ຜູ້​ແທນ​ສະພາ​ແຫ່ງ​ຊາດ, ນັກວິທະຍາສາດ​ເພດ​ຍິງ, ມີ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໄລຍະ 2020-2030.

ຫວຽດນາມ ຢືນຢັນ​ຄວາມ​ພ້ອມ​ຂອງ​ຕົນ​ໃນ​ການ​ຮ່ວມ​ມື​ກັບ​ UN Women ແລະ ສະມາຊິກ​ສະພາບໍລິຫານ​ງານ​ ປະກອບສ່ວນ​ເຂົ້າ​ໃນ​​ຄວາມ​ມານະ​ພະຍາຍາມ​ລວມ​ຂອງ​ປະຊາ​ຄົມ​ສາກົນ ​ເພື່ອຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ​, ຍູ້ໄວການ​ປະຕິບັດ SDGs, ​ເພື່ອ​ບໍ່​ໃຫ້​ໃຜ​ຖືກ​ປະ​ໄວ້ຢູ່ທາງຫຼັງ.

ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.

ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ຕຸລາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ອາຍຸ​ການ 2023-2028. ທ່ານ ​ເຈີ່ນແທັງເມີນ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳກອງ​ປະຊຸມ. ທ່ານ ຫງວຽນດັກວິງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາທິການ​ວັດທະນະທຳ ...

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026

ວັນທີ 2 ມີນາ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກຕັ້ງທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຊຸດທີ XIII, ສະມາຊິກສະພາແຫ່ງຊາດຊຸດທີ XV, ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ