ຍສໝ - ການຫຼຸດລົງຂອງເງິນກີບ (ລາວ) ໃນໄລຍະຍາວເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນໃນປະເທດນີ້. ດັ່ງນັ້ນ, ລັດຖະບານລາວ ຈຶ່ງໄດ້ຕົກລົງ ທີ່ຈະປະຕິບັດມາດຕະການເພື່ອແກ້ໄຂບັນຫາລາຄາ.
ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.
ຕອນບ່າຍວັນທີ 3 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ, ອົງການກວດກາແຫ່ງລັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ແລະ ຊ່ວຍເຫຼືອລາວ ເພື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2024 ຢ່າງສຳເລັດຜົນ; ຮຽກຮ້ອງໃຫ້ລາວ ສົມທົບກັນຊຸກຍູ້ການພົວພັນ OECD - ອາຊຽນ ແລະ ໂຄງການອາຊີຕາເວັນອອກສຽງໃຕ້ (SEARP) ຂອງ OECD.
ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີການຕ່າງປະເທດໄທ ຈະມາຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານລັດຖະມົນຕີ ຮ່ວາງແທງດາດ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດລາວ ຊຸດທີ 7, ໂດຍທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ເປັນປະທານເພື່ອຮັບຟັງການລາຍງານ ແລະ ປຶກສາຫາລືບັນດາບັນຫາສຳຄັນຂອງປະເທດ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ-ລັດ ຕະຫຼອດຮອດຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມເປັນຈຳນວນຫຼາຍ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ, ໃນວັນທີ 7 ພຶດສະພານີ້, ຢູ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດລາວສູນກາ ... ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.
ຍສໝ - ມີຫຼາຍການເຄື່ອນໄຫວໃນຂອບເຂດທົ່ວປະເທດ ໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023).
ຍສໝ - ໃນວັນທີ 13 ຕຸລາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ບາໂກດຽກ ບູການັອຟ (Mr. Bakhodir Burkhanov) ເພື່ອດໍາລົງຕໍາແໜ່ງເປັນ ຜູ້ປະສານງານ ອົງການ ສະຫະປະຊາຊາດ (ສປຊ) (United Nations Resident Coordinator ຫລື UNRC) ປະຈໍາ ສປປ ລາວ ຄົນໃໝ່.
ຍສໝ - ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ ໄດ້ເກີດຂຶ້ນການພົບປະລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມໃຫຍ່ຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບສປປ.ລາວ.
ຍສໝ - ແຂວງຄໍາມ່ວນ ເປັນແຂວງໜຶ່ງຂຶ້ນຊື່ເປັນທີ່ຮັບຮູ້ ແລະ ໂດ່ງດັງກ່ຽວກັບມໍລະດົກດ້ານວັດທະນະທໍາ ແລະ ປະຫວັດສາດ ຈົນກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມທ່ີຫລາຍຄົນຢາກໄປສໍາຜັດໂດຍສະເພາະພະທາດສີໂຄດ ຕະບອງສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະ ບອງ (ສະຕະວັດທີ 6-8)
ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ທີ່ເມືອງ ລົກຮ່າ, ກອງບັນຊາການທະຫານຊາຍແດນ ແຂວງຮ່າຕິງ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ ພະນັກງານ ກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ 20 ຄົນ.
ຍສໝ - ໃນໂອກາດ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ແຂວງອຸດົມໄຊ ໂດຍມີທ່ານເຈົ້າແຂວງອຸດົມໄຊເຂົ້າຮ່ວມ.
ຍສໝ - ວັນທີ 7 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ
ຍສໝ - ຕອນຄ່ຳວັນທີ 1 ກັນຍານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/2945 – 2/9/2023).
ຍສໝ - ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດລາວ ຊຸດທີ IX ພວມດຳເນີນຢູ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ນຳໃຊ້ຫຼາຍມາດຕະການເພື່ອຊຸກຍູ້ການຜະລິດສິນຄ້າພາຍໃນປະເທດ ແລະ ຫຼຸດຜ່ອນການນຳເຂົ້າເປັນເທື່ອລະກ້າວ.
ຍສໝ - ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ໄດ້ປະກາດແຜນການສະບັບເລກທີ 2792/KH-UBND ກ່ຽວກັບການຈັດຕັ້ງສັບປະດາວັດທະນະທຳ ແລະ ທ່ອງທ່ຽວພາກຕາເວັນຕົກສ່ຽງເໜືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ທີ່ຫຼວງພະບາງ, ປະເທດລາວ.