ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມຢູ່ ຊູແອັດ

ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມຢູ່ ຊູແອັດ

ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.

ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕັ້ງແຕ່ວັນທີ 26 ຫາ ວັນທີ 27 ພຶດສະພາ, ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva ຈະມາຢ້ຽມຢາມ ຮ່າໂນ້ຍ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI).

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ

ຍສໝ - ໃນຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ. ກ່າວປາໄສໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ ໄດ້ຮັບການກຳນົດວ່າແມ່ນກຳລັງຂັບເຄື່ອນຕົ້ນຕໍ, ແມ່ນ "ລູກກະແຈຄຳ", ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ, ພວກເຮົາຕ້ອງມີຄວາມຕັດສິນໃຈສູງສຸດເພື່ອເຮັດໃຫ້ໄດ້, ບັນລຸໃຫ້ໄດ້ຄາດໝາຍໃນການເປັນເຈົ້າການທາງດ້ານເຕັກໂນໂລຊີຍຸດທະສາດເທື່ອລະກ້າວ, ຍົກສູງຄວາມສາມາດກຳກັບຕົນເອງຂອງຊາດ.

ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ

ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ

ຍສໝ - ນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ, ໃນຕອນແລງວັນທີ 6/5 (ຕາມເວລາທ້ອງຖິ່ນ), ຢູ່ທີ່ນະຄອນຫຼວງ ນິວເດລີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະສານສົມທົບກັບ ກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ ຈັດເວທີປຶກສາຫາລືການປ່ຽນແປງໃໝ່ປະດິດສ້າງ ຫວຽດນາມ - ອິນເດຍ ພາຍໃຕ້ຫົວຂໍ້: ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຊີ້ນຳໃນເວທີປຶກສາຫາລື.

ການຈັດຕັ້ງປະຕິບັດມະຕິ 57-NQ/TW: ກະຊວງການຕ່າງປະເທດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະສານງານກັນເພື່ອສົ່ງເສີມການຫັນເປັນດິຈິຕອລຢ່າງຮອບດ້ານ

ການຈັດຕັ້ງປະຕິບັດມະຕິ 57-NQ/TW: ກະຊວງການຕ່າງປະເທດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະສານງານກັນເພື່ອສົ່ງເສີມການຫັນເປັນດິຈິຕອລຢ່າງຮອບດ້ານ

ຍສໝ - ຕອນບ່າຍວັນທີ 30 ມີນາ, ທີ່ສຳນັກງານໃຫຍ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານການຫັນເປັນດີຈີຕອນ ຕາມມະຕິເລກທີ 57-NQ/TW ຂອງກົມການເມືອງ.

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳລະຫວ່າງຫວຽດນາມ ແລະ ອາເມລິກາ

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳລະຫວ່າງຫວຽດນາມ ແລະ ອາເມລິກາ

ຍສໝ - ໃນໂອກາດເຂົ້າຮ່ວມຄະນະປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລີມເພື່ອເຂົ້າຮ່ວມກອງປະຊຸມເປີດສະພາສັນຕິພາບກ່ຽວກັບເຂດກາຊາ, ໃນວັນທີ 19 ແລະ 20 ກຸມພາ (ຕາມເວລາທ້ອງຖິ່ນ) ທີ່ວໍຊິງຕັນດີຊີ, ອາເມລິກາ, ທ່ານ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ, ແລະ ເລຂາຄະນະພັກຮ່າໂນ້ຍ, ໄດ້ເປັນປະທານກອງປະຊຸມເຮັດວຽກກັບບໍລິສັດ Rosen Partners, ມະຫາວິທະຍາໄລລັດ Arizona (ASU), ບໍລິສັດ Meta, ແລະ ສະມາຄົມອຸດສາຫະກຳເຄິ່ງຕົວນຳຂອງອາເມລິກາ (SIA).

ຊຸກຍູ້ການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ ລະຫວ່າງຫວຽດນາມ ແລະ ອິດສະລາແອນ

ຊຸກຍູ້ການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ ລະຫວ່າງຫວຽດນາມ ແລະ ອິດສະລາແອນ

ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມປະຈຳ Tel Aviv, ແຕ່ວັນທີ 31 ມັງກອນ ຫາ ວັນທີ 4 ກຸມພາ, ທ່ານປອ. ຮວ່າງມິງເຊີນ, ກຳມະການ ຄະນະບໍລິຫານງານສູນກາງພັກ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ນຳພາຄະນະຜູ້ແທນຈາກມະຫາວິທະຍາໄລມາຢ້ຽມຢາມ ແລະ ເຮັດວຽກຢູ່ອິດສະຣາເອນ ເພື່ອເປັນຮູບປະທຳໃຫ້ແກ່ນະໂຍບາຍຕົ້ນຕໍຂອງພັກ ແລະ ລັດກ່ຽວກັບການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ.

ຫວຽດນາມ ​ແລະ ລາວ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຫວຽດນາມ ​ແລະ ລາວ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ ແລ້ວ, ໃນ​ບັນຍາກາດ​ແຫ່ງ​ການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (2 ທັນວາ 1975 – 2 ທັນວາ 2025) ​ແລະ 105 ປີ​ແຫ່ງ​ວັນ​ເກີດ​ປະທານ​ໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2025), ວັນທີ 15 ທັນວານີ້, ທີ່ນະຄອນ ໄກສອນພົມວິຫານ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ສົມທົບກັບໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນ VR Robots ຂັ້ນມັດທະຍົມ ປະຈຳປີ 2025.

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ເອີ​ລົບ: ຈາກ​ການ​ເຊື່ອມ​ຕໍ່​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້ ເຖິງການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ເອີ​ລົບ: ຈາກ​ການ​ເຊື່ອມ​ຕໍ່​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້ ເຖິງການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຍສໝ - ​ໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ, ການ​ທູດ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ​ເປັນ​ຂົວ​ຕໍ່​ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ, ສ້າງ​ພື້ນຖານ​ແບບ​ຍືນ​ຍົງ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື. ຈາກ​ການ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ເພື່ອ​ເປີດ​ກວ້າງ​ແຫຼ່ງກຳລັງ​ພາຍ​ນອກ, ຊ່ອງ​ທາງ​ປະຊາຊົນ​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ຕົນ​ໃນ​ການ​ລະດົມ​ຄວາມ​ຮູ້, ​ເຕັກ​ໂນ​ໂລ​ຢີ, ການ​ເງິນ ​ແລະ ປະສົບ​ການ​ສາກົນ​ເພື່ອ​ພັດທະນາ. ຜ່ານ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຫວຽດນາມ ບໍ່​ພຽງ​ແຕ່​ກ້າວ​ໄປ​ເຖິງ​ບັນດາ​ຮູບ​ແບບ​ທີ່​ກ້າວໜ້າ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ໃນ​ຂົງ​ເຂດ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ນະ​ວັດຕະກຳ, ຫັນ​ຈິດ​ໃຈ​ມິດຕະພາບ​ເປັນ​ກຳລັງ​ແຮງ​ການ​ເຄື່ອນ​ໄຫວ.

ການເດີນທາງໃໝ່ຂອງນັກສຶກສາລາວຢູ່ຮ່າຕິງ

ການເດີນທາງໃໝ່ຂອງນັກສຶກສາລາວຢູ່ຮ່າຕິງ

ຍສໝ - ການເດີນທາງຂອງການສຶກສາ ແລະ ບຳລຸງລ້ຽງຄວາມຝັນທາງການແພດຂອງນັກສຶກສາລາວ ແມ່ນໄດ້ຮັບການຮ່ວມເດີນທາງ ແລະ ສະໜັບສະໜູນຢ່າງກະຕືລືລົ້ນຈາກພະນັກງານ, ອາຈານສອນ ແລະ ນັກສຶກສາຂອງວິທະຍາໄລແພດສາດຮ່າຕິ້ງ.

ການພັດທະນາແບບຍືນຍົງໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະ ດິຈິຕອນ

ການພັດທະນາແບບຍືນຍົງໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະ ດິຈິຕອນ

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ.

ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ

ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ

ຍສໝ - ໃນ​ຂອບ​ເຂດ​ການ​ຜັນ​ຂະຫຍາຍ​ມະຕິເລກທີ່ 57-NQ/TW ລົງ​ວັນ​ທີ 22 ທັນວາ 2024 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ບຸກທະລຸການພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ການ​ຫັນ​ເປັນ​ດິຈິ​ຕອນ​ແຫ່ງ​ຊາດ, ຫ້ອງວ່າການວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຢີ (ສະຖານທູດ ຫວຽດນາມ ປະຈຳ ກາ​ນາ​ດາ) ຫາກໍ່ຈັດ​ຕັ້ງ​ພິທີ​ເປີດຕົວ​ເຄືອ​ຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). ນີ້​ແມ່ນ​ຂໍ້​ລິ​ເລີ່ມ​ອັນ​ສຳຄັນ​ເພື່ອ​ລະດົມ​ແຫຼ່ງກຳລັງ​ປັນຍາ​ຊົນ​ຂອງຊຸມຊົນປັນຍາ​ຊົນຊາວ​ຫວຽດນາມ ຢູ່ ກາ​ນາ​ດາ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ເຊື່ອມຕໍ່ບັນດາສິ່ງຍອດຢ້ຽມວິທະຍາສາດໂລກຢູ່ໂຮງຮຽນລະດູຮ້ອນ ຢູ່ຫວຽດນາມ

ເຊື່ອມຕໍ່ບັນດາສິ່ງຍອດຢ້ຽມວິທະຍາສາດໂລກຢູ່ໂຮງຮຽນລະດູຮ້ອນ ຢູ່ຫວຽດນາມ

ຍສໝ - ນັບແຕ່ວັນທີ 9 ຫາ ວັນທີ 20 ມິຖຸນາ, ໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີ ກວນເຕີມ ແລະ ກຳລັງແຮງດຶງດູດ ກວນເຕີມ 2025 ໄດ້ໄຂຂຶ້ນຢູ່ສູນວິທະຍາສາດສາກົນ ແລະ ການສຶກສາລະຫວ່າງຂະແໜງການ (ICISE), ນະຄອນ ກຸຍເຍີນ (ແຂວງ ບິງດິ້ງ). ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ວິ​ທະ​ຍາ​ສາດ ກວ່າ 60 ທ່ານ​ທີ່​ມາ​ຈາກ 22 ປະ​ເທດ ແລະ ເຂດ​ແຄ້ວນ, ເຫດການດັ່ງ​ກ່າວ​ໄດ້ຕີລາຄາ​​ວ່າ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ວິ​ທະ​ຍາ​ສາດ​ພື້ນ​ຖານ​ຂອງ​ຫວຽດ​ນາມໃນ​ເວ​ທີ​ສາ​ກົນ.

ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່.

ຫວຽດນາມ ມີນັກວິທະຍາສາດ 6 ທ່ານ ຍາດໄດ້ລາງວັນປະດິດຄິດສ້າງ ອາຊີ

ຫວຽດນາມ ມີນັກວິທະຍາສາດ 6 ທ່ານ ຍາດໄດ້ລາງວັນປະດິດຄິດສ້າງ ອາຊີ

ຍສໝ - ລາງວັນ​ປະດິດຄິດສ້າງ ​ອາຊີ​ ຂອງ​ກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້​ປະກາດລາຍ​ຊື່​ນັກວິທະຍາສາດ 15 ທ່ານທີ່​ຊະນະ​ເລີດ​ໃນ​ປີ 2024​, ​ໃນ​ນັ້ນ ຫວຽດນາມ ​ໄດ້​ຮັບ​ລາງວັນ​ໃຫຍ່​ດີ​ເລີດ 2 ລາງວັນ ​ແລະ ລາງວັນ​ຊົມ​ເຊີຍ 4 ລາງວັນ.

ຫວຽດນາມ ສາມາດຍົກສູງຖານະບົດບາດ, ຄວາມໄວ້ວາງໃຈເມື່ອເປັນເຈົ້າພາບຈັດຕັ້ງ ເວທີປາໄສວິທະຍາສາດໂລກ ຄັ້ງທີ 6

ຫວຽດນາມ ສາມາດຍົກສູງຖານະບົດບາດ, ຄວາມໄວ້ວາງໃຈເມື່ອເປັນເຈົ້າພາບຈັດຕັ້ງ ເວທີປາໄສວິທະຍາສາດໂລກ ຄັ້ງທີ 6

ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ

ຍສໝ - ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).

ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ

ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໂດຍ​ທ່ານ​ລັດຖະມົນຕີ​ ຮ່ວາງ​ແທງ​ດາດ ນຳ​ໜ້າ​ໄດ້ເຂົ້າຢ້ຽມຂ່ຳນັບ​ ​ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີລາວ.