| ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI | |
| ຊາວປະມົງ ແຂວງ ແຄ໋ງຮວ່າ ນຳໃຊ້ກ້ອງຖ່າຍຮູບລົງສູ່ທ້ອງທະເລ |
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ - ພາບ: VGP/ຍືດບັກ |
ເຂົ້າຮ່ວມກອງປະຊຸມ ທີ່ຈັດຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີທ່ານ ໂຮ່ກວົກຢຸ້ງ ຮອງນາຍົກລັດຖະມົນຕີ, ທ່ານ ຫວູຫາຍກວນ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ; ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນປະຈຳ ຫວຽດນາມ; ຕາງໜ້າບັນດາວິສາຫະກິດ, ສະຖາບັນ, ມະຫາວິທະຍາໄລ, ກຸ່ມບໍລິສັດເສດຖະກິດ; ແລະ ບັນດານັກວິທະຍາສາດທັງພາຍໃນ ແລະ ຕ່າງປະເທດ.
ແຜນງານດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: "ວິທະຍາສາດ, ເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ - ກຳລັງຂັບເຄື່ອນຕົ້ນຕໍຂອງຮູບແບບການເຕີບໂຕໃໝ່". ຂີດໝາຍອັນພົ້ນເດັ່ນຂອງແຜນງານແມ່ນ ກອງປະຊຸມຜັນຂະຫຍຍເຕັກໂນໂລຊີຍຸດທະສາດ ເພື່ອແນໃສ່ຫັນເປັນຮູບປະທຳຕໍ່ກັບມະຕິສະບັບທີ 57-NQ/TW ຂອງກົມການເມືອງ ແລະ ຂໍ້ຕົກລົງສະບັບທີ 21 ລົງວັນທີ 30 ເມສາ ປີ 2026 ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍລາຍຊື່ເຕັກໂນໂລຊີຍຸດທະສາດ ແລະ ລາຍຊື່ຜະລິດຕະພັນເຕັກໂນໂລຊີຍຸດທະສາດແຫ່ງຊາດ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ - ພາບ: VGP/ຍືດບັກ |
ສິ່ງສຳຄັນທີ່ສຸດແມ່ນການປະກອບສ່ວນເຂົ້າໃນການເພີ່ມສະມັດຖະພາບ, ຄຸນນະພາບ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງພື້ນຖານເສດຖະກິດ
ກ່າວປາໄສໃນເຫດການ, ຕາງໜ້າໃຫ້ແກ່ການນຳພັກ ແລະ ລັດ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມ ແລະ ຄຳອວຍພອນອັນປະເສີດສຸດ ມາຍັງຖັນແຖວປັນຍາຊົນ, ນັກວິທະຍາສາດ, ຊ່ຽວຊານ, ນັກທຸລະກິດເຕັກໂນໂລຊີ, ຜູ້ທີ່ພວມອຸທິດສະຕິປັນຍາໃຫ້ແກ່ພາລະກິດ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ.
ທ່ານຜູ້ນຳລັດຖະບານ ໄດ້ຮື້ຟື້ນຄືນວ່າ, ໃນວັນທີ 18 ພຶດສະພາ ປີ 1963, ຢູ່ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງສະມາຄົມເຜີຍແຜ່ວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ຕັກເຕືອນໄວ້ວ່າ: "ໜ້າທີ່ຂອງວິທະຍາສາດ ແລະ ເຕັກນິກ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ, ສະນັ້ນ ທຸກໆຂະແໜງການ, ທຸກໆຄົນ ລ້ວນແຕ່ຕ້ອງເຂົ້າຮ່ວມວຽກງານວິທະຍາສາດ ແລະ ເຕັກນິກ ເພື່ອຍົກສູງສະມັດຖະພາບການອອກແຮງງານ, ຜະລິດວັດຖຸສິ່ງຂອງໃຫ້ໄດ້ເປັນຈຳນວນຫຼວງຫຼາຍ ເພື່ອສ້າງສາລັດທິສັງຄົມນິຍົມໃຫ້ໄດ້ຮັບໄຊຊະນະ". ຄຳສັ່ງສອນຂອງ ປະທານ ໂຮ່ຈີມິນ ແມ່ນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ວິທະຍາສາດເຕັກໂນໂລຊີ ຫວຽດນາມ ຕະຫຼອດໄລຍະທາງແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃນໄລຍະເວລາກວ່າ 60 ປີ ຜ່ານມາ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວປາໄສໃນເຫດການ - ພາບ: VGP/ຍືດບັກ |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ວັນວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ໃນມື້ນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ພວກເຮົາເຊີດຊູບັນດານັກວິທະຍາສາດ, ປັນຍາຊົນ, ນັກທຸລະກິດ ທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າ, ພັດທະນາ, ນຳໃຊ້ ວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ເທົ່ານັ້ນ; ແຕ່ຍັງແມ່ນໂອກາດທີ່ມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອປຸກຝັງຄວາມພາກພູມໃຈຕໍ່ກັບສະຕິປັນຍາຂອງຄົນຫວຽດນາມ, ຈິດໃຈແຫ່ງຄວາມຄິດສ້າງສັນປ່ຽນແປງໃໝ່ໃນທຸກຊັ້ນຄົນ, ໂດຍສະເພາະແມ່ນຮຸ່ນຄົນໜຸ່ມຂອງ ຫວຽດນາມ.
ຕາມທ່ານນາຍົກລັດຖະມົນຕີແລ້ວ, ຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດ ໄດ້ກຳນົດວ່າ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈિຕອນ ແມ່ນພື້ນຖານ, ແມ່ນກຳລັງຂັບເຄື່ອນ, ແມ່ນບາດກ້າວບຸກທະລຸຍຸດທະສາດແຖວໜ້າ ເພື່ອກ້າວເຂົ້າສູ່ໄລຍະການພັດທະນາໃໝ່ຂອງປະເທດຊາດ. ກົມການເມືອງໄດ້ປະກາດໃຊ້ ມະຕິສະບັບທີ 57-NQ/TW ລົງວັນທີ 22 ທັນວາ ປີ 2024 ວ່າດ້ວຍການບຸກທະລຸພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນແຫ່ງຊາດ. ນີ້ແມ່ນມະຕິທີ່ມີຄວາມໝາຍຍຸດທະສາດສຳຄັນເປັນພິເສດ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທາງດ້ານການເມືອງອັນສູງຍິ່ງຂອງພັກ ໃນການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນແຫ່ງຊາດ.
ຄະນະບໍລິຫານງານສູນກາງພັກ ມີບົດສະຫຼຸບສະບັບທີ 18-KL/TW ລົງວັນທີ 02 ເມສາ ປີ 2026 ວ່າດ້ວຍແຜນການພັດທະນາເສດຖະກິດ-ສັງຄົມ, ການເງິນແຫ່ງຊາດ ແລະ ການກູ້ຢືມ, ຕົບແທນໜີ້ສາທາລະນະ, ການລົງທຶນພາກລັດໄລຍະກາງ 5 ປີ 2026-2030 ຕິດພັນກັບການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຊຸກຍູ້ການເຕີບໂຕ "2 ຕົວເລກ" (double-digit growth), ໃນນັ້ນໄດ້ເນັ້ນໜັກເຖິງການຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່ ທີ່ຖືເອົາການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ ເປັນກຳລັງຂັບເຄື່ອນຕົ້ນຕໍ.
ຫວ່າງມໍ່ໆມານີ້, ຢູ່ທີ່ບົດສະຫຼຸບສະບັບທີ 246 ລົງວັນທີ 12 ພຶດສະພາ ປີ 2026 ຂອງກອງປະຊຸມຄັ້ງທີ 3, ຄະນະຊີ້ນຳລັດຖະບານ ວ່າດ້ວຍການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ ແລະ ແຜນການ 06 ໄດ້ຊີ້ນຳໃຫ້ຜັນຂະຫຍາຍບັນດາເນື້ອໃນຕົວຈິງ, ໃນນັ້ນ ສຸມໃສ່ປົດປ່ອຍແຫຼ່ງກຳລັງຕ່າງໆໃຫ້ແກ່ການຄົ້ນຄວ້າ, ພັດທະນາ ແລະ ການຫັນເຕັກໂນໂລຊີໃຫ້ເປັນສິນຄ້າ; ບຸລິມະສິດພັດທະນາເຕັກໂນໂຈລີຍຸດທະສາດ, ເຕັກໂນໂລຊີແກນຫຼັກ, ຍົກສູງຄວາມສາມາດໃນການເປັນເຈົ້າຕົນເອງທາງດ້ານເຕັກໂນໂລຊີ.
ເນື່ອງໃນໂອກາດ ວັນວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ, ຕາງໜ້າໃຫ້ແກ່ການນຳພັກ ແລະ ລັດ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນຢ່າງສຸດຊຶ້ງ ມາຍັງຖັນແຖວພະນັກງານ, ລັດຖະກອນ, ລັດຖະກອນຄູ, ນັກທຸລະກິດ ໃນຂົງເຂດວິທະຍາສາດເຕັກໂນໂລຊີ ທຸກໆຮຸ່ນ, ໂດຍສະເພາະແມ່ນການເສຍສະຫຼະ, ການອຸທິດສະຕິປັນຍາຢ່າງງຽບໆ ແລະ ການອອກແຮງງານຢ່າງສຸດກຳລັງວັງຊາຂອງບັນດາຮຸ່ນຄົນທີ່ເຮັດວຽກງານ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ຢູ່ທົ່ວທຸກຫົນທຸກແຫ່ງໃນທົ່ວປະເທດ ແລະ ທັງຢູ່ຕ່າງປະເທດ.
ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບບັນດາໝາກຜົນ ແລະ ຜົນສຳເລັດທີ່ບັນລຸໄດ້ນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ເບິ່ງແຍງຢ່າງກົງໄປກົງມາວ່າ, ການເຄື່ອນໄຫວ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ໃນໄລຍະຜ່ານມາ ແມ່ນຍັງມີຂໍ້ຈຳກັດຫຼາຍປະການ, ຍັງບໍ່ທັນກາຍເປັນກຳລັງຂັບເຄື່ອນ, ເປັນບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ ຢ່າງແທ້ຈິງ; ການລະດົມແຫຼ່ງກຳລັງໃຫ້ແກ່ ວິທະຍາສາດເຕັກໂນໂລຊີ ແມ່ນຍັງບໍ່ທັນໄດ້ຮັບການເອົາໃຈໃສ່ຢ່າງຖືກຕ້ອງ, ວຽກງານບຳລຸງສ້າງ, ການນຳໃຊ້ພະນັກງານ ວິທະຍາສາດເຕັກໂນໂລຊີ ເຖິງວ່າຈະມີການປ່ຽນແປງໃໝ່ ແລະ ມີຄວາມກ້າວໜ້າຫຼາຍຢ່າງ ແຕ່ກໍຍັງມີສິ່ງຄົງຄ້າງບໍ່ໜ້ອຍ; ກົນໄກພັດທະນາການເຄື່ອນໄຫວ ວິທະຍາສາດເຕັກໂນໂລຊີ ແມ່ນຍັງໄດ້ຮັບການປັບປຸງຢ່າງຊັກຊ້າ...
ຕາມທ່ານນາຍົກລັດຖະມົນຕີແລ້ວ, ພວກເຮົາພວມສືບຕໍ່ຜັນຂະຫຍາຍວຽກງານເປັນຈຳນວນຫຼວງຫຼາຍ ທີ່ກ່ຽວຂ້ອງກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາເຕັກໂນໂລຊີຍຸດທະສາດ, ຜະລິດຕະພັນເຕັກໂນໂລຊີຍຸດທະສາດ, ການບຳລຸງສ້າງຊັບພະຍາກອນມະນຸດ, ກົນໄກທາງດ້ານການເງິນ, ບຸກທະລຸທາງດ້ານກົນໄກນະໂຍບາຍ ເພື່ອແນໃສ່ຊຸກຍູ້ການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈિຕອນ ໃຫ້ມີຄວາມແຂງແຮງຍິ່ງໆຂຶ້ນ, ເຮັດໃຫ້ມະຕິສະບັບທີ 57 ຂອງກົມການເມືອງ ກ້າວເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງແທ້ຈິງ ແລະ ສິ່ງສຳຄັນທີ່ສຸດແມ່ນການປະກອບສ່ວນເຂົ້າໃນການເພີ່ມສະມັດຖະພາບ, ຄຸນນະພາບ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງພື້ນຖານເສດຖະກິດ.
ມີຄວາມຕັດສິນໃຈສູງສຸດ ເພື່ອບັນລຸໃຫ້ໄດ້ຄາດໝາຍໃນການເປັນເຈົ້າການທາງດ້ານເຕັກໂນໂລຊີຍຸດທະສາດ
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ, ພວກເຮົາພວມດຳລົງຊີວິດຢູ່ໃນຍຸກສະໄໝທີ່ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ມີການພັດທະນາ ແລະ ປ່ຽນແປງໃນທຸກໆວັນ, ການແຂ່ງຂັນໃນທົ່ວໂລກນັບມື້ນັບເພີ່ມຂຶ້ນ - ພາບ: VGP/ຍືດບັກ |
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ, ພວກເຮົາພວມດຳລົງຊີວິດຢູ່ໃນຍຸກສະໄໝທີ່ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ມີການພັດທະນາ ແລະ ປ່ຽນແປງໃນທຸກໆວັນ, ການແຂ່ງຂັນໃນທົ່ວໂລກນັບມື້ນັບເພີ່ມຂຶ້ນ. ປະເທດໃດທີ່ມີຂີດຄວາມສາມາດໃນການແຂ່ງຂັນສູງ ຈະກຳແໜ້ນໂອກາດເພື່ອບືນຕົວຂຶ້ນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ດ້ວຍຄາດໝາຍເພື່ອກາຍເປັນປະເທດອຸດສາຫະກຳທີ່ທັນສະໄໝໃນປີ 2030 ແລະ ເປັນປະເທດພັດທະນາ ທີ່ມີລາຍຮັບສູງໃນປີ 2045, ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈિຕອນ ໄດ້ຮັບການກຳນົດວ່າແມ່ນກຳລັງຂັບເຄື່ອນຕົ້ນຕໍ, ແມ່ນ "ລູກກະແຈຄຳ", ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ.
ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ໃນຕໍ່ໜ້າ, ພວກເຮົາ, ໂດຍສະເພາະແມ່ນຜູ້ທີ່ເຮັດວຽກງານ ວິທະຍາສາດເຕັກໂນໂລຊີ, ຈຳເປັນຕ້ອງສຸມໃສ່ບັນດາທິດທາງຕົ້ນຕໍດັ່ງນີ້:
ທີໜຶ່ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງສະແດງບົດບາດເປັນແກນກາງ ຮ່ວມກັບບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ, ວິສາຫະກິດ, ສະຖາບັນ ແລະ ມະຫາວິທະຍາໄລ ໃນການຈັດຕັ້ງປະຕິບັດການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈિຕອນແຫ່ງຊາດ. ຈຸດສຸມແມ່ນການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ ຕໍ່ກັບບັນດານາທີການພັດທະນາ ລາຍຊື່ເຕັກໂນໂລຊີຍຸດທະສາດ ແລະ ຜະລິດຕະພັນເຕັກໂນໂລຊີຍຸດທະສາດ ຕາມຂໍ້ຕົກລົງສະບັບທີ 21/2026/QĐ-TTg ລົງວັນທີ 30 ເມສາ ປີ 2026 ແລະ ຂໍ້ຕົກລົງສະບັບທີ 808/QĐ-TTg ລົງວັນທີ 06 ພຶດສະພາ ປີ 2026, ໃນນັ້ນຈຳເປັນຕ້ອງເອົາໃຈໃສ່ບາງເນື້ອໃນຄື:
ໜຶ່ງແມ່ນ: ການພັດທະນາເຕັກໂນໂລຊີຍຸດທະສາດ ຕ້ອງສ້າງໃຫ້ເກີດມີຜະລິດຕະພັນຕົວຈິງ. ຜະລິດຕະພັນເຕັກໂນໂລຊີຍຸດທະສາດທີ່ສ້າງຂຶ້ນ ຕ້ອງມີມູນຄ່າເພີ່ມ, ມີລັກສະນະນຳໃຊ້ໄດ້ໃນພຶດຕິກຳຕົວຈິງ, ສາມາດຫັນເປັນສິນຄ້າ ແລະ ມີອັດຕາສ່ວນການນຳໃຊ້ວັດຖຸດິບພາຍໃນປະເທດ (localization rate) ສູງ; ປະກອບສ່ວນຢ່າງມີປະສິດທິຜົນແທ້ຈິງ ໃຫ້ແກ່ການເພີ່ມສະມັດຖະພາບການອອກແຮງງານ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງພື້ນຖານເສດຖະກິດ. ຄວາມຮັບຜິດຊອບນີ້ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືຜູ້ທີ່ເຮັດວຽກງານ ວິທະຍາສາດເຕັກໂນໂລຊີ ແມ່ນໃຫຍ່ຫຼວງທີ່ສຸດ.
ສອງແມ່ນ: ວິສາຫະກິດ, ສະຖາບັນ, ມະຫາວິທະຍາໄລ ຕ້ອງແມ່ນສູນກາງຂອງລະບົບນິເວດ. ບັນດາກະຊວງ, ຂະແໜງການ ທີ່ໄດ້ຮັບການມອບໝາຍໜ້າທີ່ຈາກທ່ານນາຍົກລັດຖະມົນຕີ ຕ້ອງຮີບຮ້ອນສ້າງແຜນງານໜ້າທີ່, ສັ່ງຊື້-ສັ່ງຜະລິດ (ກຳນົດໃບສັ່ງຊື້) ນຳວິສາຫະກິດ, ສະຖາບັນ, ມະຫາວິທະຍາໄລ ເພື່ອພັດທະນາເຕັກໂນໂລຊີແກນຫຼັກ, ຜະລິດຕະພັນເຕັກໂນໂລຊີຍຸດທະສາດ ຮັບໃຊ້ໃຫ້ແກ່ວຽກງານການຊີ້ນຳນຳພາ, ການຄຸ້ມຄອງ ແລະ ຮັບໃຊ້ໃຫ້ແກ່ການເຄື່ອນໄຫວການຜະລິດດຳເນີນທຸລະກິດໃນແຕ່ລະຂົງເຂດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ. ພວກເຮົາຕັດສິນໃຈໃນປີນີ້ ຕ້ອງຫັນເປັນຮູບປະທຳຕົວຈິງໃຫ້ໄດ້ບາງຜະລິດຕະພັນ ເພື່ອຮັບໃຊ້ໃຫ້ແກ່ບາງຂົງເຂດຈຸດສຸມ.
ສາມແມ່ນ: ກົນໄກນະໂຍບາຍບຸລິມະສິດ ຕ້ອງມີຄວາມແຂງແຮງພໍ ແລະ ມີຄວາມເປັນໄປໄດ້ສູງ, ສາມາດນຳໃຊ້ໄດ້ໃນຕົວຈິງ. ນະໂຍບາຍຕ້ອງມາຄຽງຄູ່ກັບຄຳແນະນຳຢ່າງລະອຽດ ເພື່ອຜັນຂະຫຍາຍໄດ້ທັນທີ, ຕ້ອງຊີ້ໃຫ້ເຫັນຈະແຈ້ງເຖິງຈຸດຕິດຂັດ, ສິ່ງກີດຂວາງຕົວຈິງ, ຂອບເຂດອຳນາດໃນການແກ້ໄຂ ແລະ ຂໍ້ສະເໜີປົດປ່ອຍໃຫ້ທັນການ. ໂດຍສະເພາະ, ຕ້ອງຮີບຮ້ອນກວດກາ, ປົດປ່ອຍທັນທີຕໍ່ກັບບັນດາ "ຈຸດຕິດຂັດ" ທີ່ກ່ຽວຂ້ອງກັບກົນໄກທາງດ້ານການເງິນໃຫ້ແກ່ ວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່; ບຸລິມະສິດຮັບປະກັນແຫຼ່ງກຳລັງໃຫ້ແກ່ເຕັກໂນໂລຊີຍຸດທະສາດ, ເຕັກໂນໂລຊີແກນຫຼັກ ແລະ ວິສາຫະກິດເຕັກໂນໂລຊີ, ຊຸກຍູ້ການພັດທະນາຕະຫຼາດທຶນໃຫ້ແກ່ຄວາມຄິດສ້າງສັນປ່ຽນແປງໃໝ່, ກອງທຶນລົງທຶນທີ່ມີຄວາມສ່ຽງ (venture capital) ແລະ ວິສາຫະກິດເລີ່ມຕົ້ນທຸລະກິດສ້າງສັນ (startup).
ແບ່ງປັນກ່ຽວກັບບັນຫານີ້, ລັດຖະບານໄດ້ມອບໜ້າທີ່ໂດຍກົງໃຫ້ແກ່ ທ່ານລັດຖະມົນຕີກະຊວງການເງິນ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາທ່ານລັດຖະມົນຕີໃນຂົງເຂດຕ່າງໆ, ຕ້ອງປັບປຸງໃຫ້ສຳເລັດໂດຍໄວ; ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ກົນໄກຕ້ອງມີຄວາມບຸກທະລຸ, ຖ້າພວກເຮົາຫາກນຳໃຊ້ຕາມຂັ້ນຕອນ, ກົນໄກແບບປົກກະຕິທົ່ວໄປ ແມ່ນຈະບໍ່ສາມາດຈັດຕັ້ງປະຕິບັດວຽກງານການລົງທຶນໃຫ້ແກ່ຄວາມຄິດສ້າງສັນປ່ຽນແປງໃໝ່ໄດ້. ໂຈດບັນຫາແມ່ນການສັ່ງຊື້-ສັ່ງຜະລິດ, ຍອມຮັບຄວາມສ່ຽງທີ່ມີການຄວບຄຸມ ແລະ ຖືເອົາຜະລິດຕະພັນສຸດທ້າຍ, ຜະລິດຕະພັນຂາອອກ ເປັນບ່ອນອີງເພື່ອຕີລາຄາປະສິດທິຜົນການລົງທຶນຂອງລັດ.
ຕາມທ່ານນາຍົກລັດຖະມົນຕີແລ້ວ, ຄຽງຄູ່ກັບແຫຼ່ງທຶນຂອງລັດທີ່ເປັນພຽງສ່ວນໜຶ່ງ, ຈຳເປັນຕ້ອງຊຸກຍູ້ແຫຼ່ງທຶນຂອງວິສາຫະກິດ ແລະ ສັງຄົມ ເພື່ອຮ່ວມກັນລົງທຶນ, ສຸມໃສ່ເຂົ້າໃນບາງຜະລິດຕະພັນບຸລິມະສິດ, ໃນນັ້ນກົນໄກທາງດ້ານການເງິນຂອງລັດ ຕ້ອງມີຄວາມໂປ່ງໂລ່ງ ແລະ ສະດວກສະບາຍເປັນຢ່າງຍິ່ງ.
ສີ່ແມ່ນ: ລັດຕ້ອງເຮັດໃຫ້ດີໃນບົດບາດການແນະນຳ, ເຊື່ອມຕໍ່, ສັ່ງຊື້-ສັ່ງຜະລິດ, ຊ່ວຍເຫຼືອການຄົ້ນຄວ້າພັດທະນາ ແລະ ສະແດງບົດບາດເປັນ "ຜູ້ຊື້ທຳອິດ" (first buyer) ຕໍ່ກັບຜະລິດຕະພັນເຕັກໂນໂລຊີຍຸດທະສາດເມື່ອມີເງື່ອນໄຂຄົບຖ້ວນ. ຈິດໃຈຄື: ຈະແຈ້ງໃນໂຈດບັນຫາ, ຈະແຈ້ງໃນຜະລິດຕະພັນ, ຈະແຈ້ງໃນອົງການຈັດຕັ້ງຮັບຜິດຊອບຫຼັກ, ຈະແຈ້ງໃນວິສາຫະກິດ, ສະຖາບັນ ແລະ ມະຫາວິທະຍາໄລທີ່ເຂົ້າຮ່ວມ, ຈະແຈ້ງໃນແຫຼ່ງກຳລັງທຶນຮອນ ແລະ ຈະແຈ້ງໃນກຳນົດເວລາ. ກະຊວງ, ອົງການຈັດຕັ້ງໃດທີ່ໄດ້ຮັບການມອບໝາຍໜ້າທີ່, ທ່ານລັດຖະມົນຕີ, ຫົວໜ້າອົງການຈັດຕັ້ງນັ້ນ ຕ້ອງຊີ້ນຳໂດຍກົງ ແລະ ຮັບຜິດຊອບຮອດທ້າຍສຸດ. ສຸມໃສ່ການເປັນເຈົ້າການທາງດ້ານເຕັກໂນໂລຊີ, ຍົກສູງອັດຕາສ່ວນການນຳໃຊ້ວັດຖຸດິບພາຍໃນປະເທດ, ມູນຄ່າເພີ່ມ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດ ຫວຽດນາມ.
ທີສອງ, ສ້າງລະບົບນິເວດຄວາມຄິດສ້າງສັນປ່ຽນແປງໃໝ່ທີ່ມີປະສິດທິຜົນ, ໃນນັ້ນ ລັດເປັນຜູ້ສ້າງສັນລະບອບລະບຽບການ; ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລເປັນຜູ້ສ້າງຄວາມຮູ້, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ; ວິສາຫະກິດແມ່ນສູນກາງໃນການຈັດຕັ້ງການນຳໃຊ້, ການຫັນເຕັກໂນໂລຊີໃຫ້ເປັນສິນຄ້າ, ແລະ ແມ່ນສູນກາງຂອງລະບົບນິເວດຄວາມຄິດສ້າງສັນປ່ຽນແປງໃໝ່ແຫ່ງຊາດ. ລັດສຸມໃສ່ຊ່ວຍເຫຼືອວິສາຫະກິດຍົກສູງຄວາມສາມາດໃນການຮັບເອົາ, ການເປັນເຈົ້າການທາງດ້ານເຕັກໂນໂລຊີ, ການພັດທະນາ ແລະ ການຫັນຜະລິດຕະພັນເຕັກໂນໂລຊີຍຸດທະສາດໃຫ້ເປັນສິນຄ້າ. ຕ້ອງສ້າງໃຫ້ເກີດມີບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ທີ່ມີຂີດຄວາມສາມາດໃນການແຂ່ງຂັນລະດັບສາກົນ ແລະ ສະແດງບົດບາດນຳພາໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ.
ທີສາມ, ເພີ່ມທະວີການຮ່ວມມືສາກົນ; ມີກົນໄກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດທີ່ມາລົງທຶນຢູ່ ຫວຽດນາມ ຖ່າຍທອດເຕັກໂນໂລຊີ; ເຂົ້າຮ່ວມ ແລະ ເປັນເຈົ້າການໃນບັນດາຫ່ວງໂສ້ເຕັກໂນໂລຊີຍຸດທະສາດເທື່ອລະກ້າວ; ເສີມຂະຫຍາຍຢ່າງແຂງແຮງຕໍ່ກັບເຄືອຂ່າຍປັນຍາຊົນ ແລະ ຊ່ຽວຊານຄົນຫວຽດນາມຢູ່ຕ່າງປະເທດ.
ທີສີ, ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ; ຕ້ອງມີກົນໄກທີ່ໂດດເດັ່ນເໜືອກວ່າເພື່ອກວດກາພົບ, ບຳລຸງສ້າງ, ດຶງດູດ ແລະ ນຳໃຊ້ຜູ້ນຳພາທີ່ມີພອນສະຫວັນ, ເປັນຕົ້ນແມ່ນບັນດາຊ່ຽວຊານຊັ້ນນຳຂອງຂະແໜງ, ນັກວິທະຍາສາດໜຸ່ມ ແລະ ຜູ້ມີພອນສະຫວັນດ້ານເຕັກໂນໂລຊີ. ວຽກງານນີ້ໄດ້ມອບໝາຍໃຫ້ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຜັນຂະຫຍາຍ. ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ຈຳເປັນຕ້ອງສູ້ຊົນເພື່ອກາຍເປັນສູນກາງການຄົ້ນຄວ້າທີ່ເຂັ້ມແຂງ, ສູນກາງຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການເລີ່ມຕົ້ນທຸລະກິດ.
ທີຫ້າ, ຕ້ອງຫັນປ່ຽນຢ່າງແຂງແຮງຈາກແນວຄິດ "ເຮັດໃຫ້ມີ" ມາເປັນແນວຄິດການສ້າງຜະລິດຕະພັນທີ່ມີເນື້ອແທ້, ມູນຄ່າທີ່ແທ້ຈິງ ແລະ ປະສິດທິຜົນທີ່ແທ້ຈິງ. ທຸກໆແຜນງານ, ໜ້າທີ່ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ຕ້ອງມຸ່ງໄປສູ່ການແກ້ໄຂໂຈດບັນຫາໃຫຍ່ໆຂອງປະເທດຊາດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດໂດຍກົງ, ໂດຍຖືເອົາຜະລິດຕະພັນຂາອອກ, ປະສິດທິຜົນໃນພຶດຕິກຳຕົວຈິງ ແລະ ລະດັບການຫັນເປັນສິນຄ້າ ເປັນໄມ້ຫລາວັດແທກເພື່ອຕີລາຄາໝາກຜົນການຈັດຕັ້ງປະຕິບັດ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ການພັດທະນາ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່, ການຫັນປ່ຽນເປັນດິຈິຕອນ ແລະ ເຕັກໂນໂລຊີຍຸດທະສາດ ແມ່ນເສັ້ນທາງເພື່ອພາໃຫ້ປະເທດຊາດຂອງພວກເຮົາພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະການພັດທະນາໃໝ່.
"ລັດຖະບານມີຄວາມເຊື່ອໝັ້ນວ່າ, ດ້ວຍສະຕິປັນຍາ ຫວຽດນາມ, ຄວາມກ້າຫານ ຫວຽດນາມ ຄຽງຄູ່ກັບຄວາມມຸ່ງມາດປາດຖະໜາໃນການບືນຕົວຂຶ້ນຂອງປະຊາຊາດຫວຽດນາມ, ພວກເຮົາແນ່ນອນຈະເປັນເຈົ້າການທາງດ້ານເຕັກໂນໂລຊີຍຸດທະສາດເທື່ອລະກ້າວ, ຍົກສູງຄວາມສາມາດກຳກັບຕົນເອງຂອງຊາດ ແລະ ຢັ້ງຢືນໄດ້ເຖິງຖານະຕຳແໜ່ງຂອງ ຫວຽດນາມ ໃນຍຸກດິຈິຕອນ ແລະ ຕ້ອງມີຄວາມຕັດສິນໃຈສູງສຸດເພື່ອເຮັດໃຫ້ໄດ້, ບັນລຸໃຫ້ໄດ້ຄາດໝາຍນີ້", ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວປາໄສ.
ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ຊ່ຽວຊານ, ນັກທຸລະກິດ, ຊຸມຊົນວິສາຫະກິດເຕັກໂນໂລຊີ ແລະ ທົ່ວສັງຄົມ ສືບຕໍ່ເສີມຂະຫຍາຍຢ່າງແຂງແຮງຕໍ່ກັບຈິດໃຈຮັກຊາດ, ຄວາມມຸ່ງມາດປາດຖະໜາໃນການອຸທິດສະຕິປັນຍາ, ຈິດໃຈແຫ່ງຄວາມຄິດສ້າງສັນປ່ຽນແປງໃໝ່; ຮ່ວມແຮງຮ່ວມໃຈກັນສ້າງສາພື້ນຖານ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ໃຫ້ມີການພັດທະນາຢ່າງເຂັ້ມແຂງ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ມັ່ງຄັ່ງ, ເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ມີຄວາມຍຸຕິທຳ ແລະ ຜາສຸກ.
ລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະຍາມໃດກໍຮ່ວມເດີນທາງ, ຮັບຟັງ, ປົດປ່ອຍຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກສະບາຍທີ່ສຸດ ເພື່ອໃຫ້ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ ກາຍເປັນກຳລັງຂັບເຄື່ອນໃນການພັດທະນາປະເທດຊາດໃນຍຸກໃໝ່ຢ່າງແທ້ຈິງ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງຖັນແຖວຜູ້ເຮັດວຽກງານ ວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ທຸກທົ່ວໜ້າ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ສືບຕໍ່ຮັກສາຈິດໃຈສະແຫວງຫາສິ່ງໃໝ່, ສ້າງສັນ ແລະ ອຸທິດເພື່ອການພັດທະນາຂອງປະເທດຊາດ.
ຈັດຕັ້ງ 42 ແຜນງານວິທະຍາສາດເຕັກໂນໂລຊີແຫ່ງຊາດ ຄືນໃໝ່ໃຫ້ກາຍເປັນ 06 ແຜນງານໃຫຍ່
ກ່າວປາໄສໃນກອງປະຊຸມ, ທ່ານລັດຖະມົນຕີ ຫວູຫາຍກວນ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ຕໍ່ກັບແນວຄິດການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ. ລັດບໍ່ພຽງແຕ່ຄຸ້ມຄອງເທົ່ານັ້ນ ແຕ່ຕ້ອງສ້າງສັນການພັດທະນາ; ບໍ່ພຽງແຕ່ຄວບຄຸມຄວາມສ່ຽງເທົ່ານັ້ນ ແຕ່ຕ້ອງສ້າງພື້ນທີ່ໃຫ້ແກ່ຄວາມຄິດສ້າງສັນປ່ຽນແປງໃໝ່; ບໍ່ພຽງແຕ່ຊ່ວຍເຫຼືອການຄົ້ນຄວ້າເທົ່ານັ້ນ ແຕ່ຕ້ອງຊຸກຍູ້ການສ້າງຕັ້ງຕະຫຼາດເຕັກໂນໂລຊີ ແລະ ລະບົບນິເວດຄວາມຄິດສ້າງສັນປ່ຽນແປງໃໝ່ທີ່ສົມບູນແບບ.
ທ່ານໃຫ້ຮູ້ວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພວມສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ ຕາມທິດທາງຍອມຮັບຄວາມສ່ຽງທີ່ມີການຄວບຄຸມ; ຊຸກຍູ້ກົນໄກກຳກັບຕົນເອງໃຫ້ແກ່ບັນດາອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີ; ປ່ຽນແປງໃໝ່ກົນໄກທາງດ້ານການເງິນ; ພັດທະນາຕະຫຼາດວິທະຍາສາດເຕັກໂນໂລຊີ; ປົກປ້ອງສິດຊັບສິນທາງປັນຍາ; ແລະ ສ້າງສະພາບແວດລ້ອມທີ່ສະດວກສະບາຍກວ່າເກົ່າ ເພື່ອໃຫ້ບັນດາວິສາຫະກິດຄວາມຄິດສ້າງສັນປ່ຽນແປງໃໝ່, ວິສາຫະກິດເຕັກໂນໂລຊີ ແລະ ສະຕາດອັບ (startup) ເຕັກໂນໂລຊີ ຫວຽດນາມ ໄດ້ຮັບການພັດທະນາ.
ຄຽງຄູ່ກັນນັ້ນ, ການລົງທຶນຈັດສັນ ແລະ ນຳໃຊ້ແຫຼ່ງທຶນທາງດ້ານການເງິນຢ່າງມີປະສິດທິຜົນ ແມ່ນພວມໄດ້ຮັບການຈັດຕັ້ງປະຕິບັດ ຜ່ານແຜນການປັບປຸງໂຄງສ້າງບັນດາແຜນງານວິທະຍາສາດເຕັກໂນໂລຊີແຫ່ງຊາດ; ການວາງຜັງເຄືອຂ່າຍບັນດາສູນຄວາມຄິດສ້າງສັນປ່ຽນແປງໃໝ່ລະດັບຊາດ ແລະ ທ້ອງຖິ່ນ;
ຕາມທິດທາງດັ່ງກ່າວນີ້, 42 ແຜນງານວິທະຍາສາດເຕັກໂນໂລຊີແຫ່ງຊາດ ຄາດວ່າຈະໄດ້ຮັບການຈັດຕັ້ງຄືນໃໝ່ ຕາມທິດທາງກະທັດຮັດ ແລະ ແບ່ງຂັ້ນພາລະບົດບາດ, ໃຫ້ກາຍເປັນ 06 ແຜນງານໃຫຍ່, ລວມມີ: (1) ບັນດາແຜນງານຄົ້ນຄວ້າພື້ນຖານ; (2) ບັນດາແຜນງານວິທະຍາສາດເຕັກໂນໂລຊີແຫ່ງຊາດ;(3) ບັນດາແຜນງານຜັນຂະຫຍາຍເຕັກໂນໂລຊີຍຸດທະສາດແຫ່ງຊາດ;(4)ບັນດາແຜນງານຄວາມຄິດສ້າງສັນປ່ຽນແປງໃໝ່ແຫ່ງຊາດ; (5)ບັນດາແຜນງານການຫັນປ່ຽນເປັນດິຈິຕອນແຫ່ງຊາດ; (6) ບັນດາແຜນງານຍົກສູງທ່າແຮງບົ່ມຊ້ອນວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນແຫ່ງຊາດ;
ໃນຫົກເສົາຄ້ຳດັ່ງກ່າວນີ້, ການພັດທະນາເຕັກໂນໂລຊີຍຸດທະສາດແຫ່ງຊາດ ແມ່ນມີບົດບາດສຳຄັນເປັນພິເສດ, ແນໃສ່ສຸມໃສ່ແຫຼ່ງກຳລັງທຶນຮອນເພື່ອແກ້ໄຂໂຈດບັນຫາເຕັກໂນໂລຊີໃຫຍ່ໆ ທີ່ມີຄວາມໝາຍຍຸດທະສາດ ຕໍ່ກັບຄວາມສາມາດໃນການເປັນເຈົ້າຕົນເອງທາງດ້ານເຕັກໂນໂລຊີຂອງປະເທດຊາດ. ວິທີການເຂົ້າເຖິງແບບນີ້ ຈະຊ່ວຍສຸມໃສ່ແຫຼ່ງກຳລັງໃຫ້ແກ່ບັນດາຂົງເຂດທີ່ມີຜົນກະທົບແຜ່ລາມອັນໃຫຍ່ຫຼວງ, ພ້ອມກັນນັ້ນກໍຍັງຮັບປະກັນການພັດທະນາທີ່ສົມດຸນ ຂອງລະບົບນິເວດວິທະຍາສາດເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່.
![]() |
| ທ່ານນາຍົກລັດຖະມົນຕີ ຖ່າຍພາບອະນຸສອນສະຖານຮ່ວມກັບບັນດາຜູ້ແທນ - ພາບ: VGP/ຍືດບັກ |
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ປ່ຽນແປງໃໝ່ກົນໄກການຄຸ້ມຄອງ ແລະ ບໍລິຫານຢ່າງຄົບຊຸດ. ຄາດໝາຍແມ່ນການສ້າງຕັ້ງຮູບແບບການຄຸ້ມຄອງທີ່ເປັນເອກະພາບ ແລະ ສະຫຼາດສ່ອງໃສ ເທິງເວທີດິຈິຕອນເທື່ອລະກ້າວ, ຜ່ານນັ້ນ ຍົກສູງຄວາມໂປ່ງໃສ, ຈຳກັດຄວາມຊ້ຳຊ້ອນໃນການຄຸ້ມຄອງບັນດານາທີວິທະຍາສາດເຕັກໂນໂລຊີ. ວິທີການແກ້ໄຂຈຸດສຸມແມ່ນການຜັນຂະຫຍາຍ ແລະ ເປີດດຳເນີນງານ ເວທີການຄຸ້ມຄອງວິທະຍາສາດເຕັກໂນໂລຊີແຫ່ງຊາດ, ເຊື່ອມຕໍ່ ແລະ ຫັນຂໍ້ມູນເປັນເອກະພາບໃນຂອບເຂດທົ່ວປະເທດ ກ່ຽວກັບໜ້າທີ່ວິທະຍາສາດເຕັກໂນໂລຊີ, ບັນດາກອງທຶນຊ່ວຍເຫຼືອ, ແຫຼ່ງທຶນ, ຖັນແຖວນັກວິທະຍາສາດ, ໝາກຜົນການຄົ້ນຄວ້າ ແລະ ການເຄື່ອນໄຫວຖ່າຍທອດເຕັກໂນໂລຊີ.
ໃນກອງປະຊຸມ, ຫຼາຍບົດປະກອບຄຳເຫັນໄດ້ສຸມໃສ່ທິດທາງການເປັນເຈົ້າການທາງດ້ານເຕັກໂນໂລຊີແກນຫຼັກ, ພັດທະນາບັນດາເວທີດິຈິຕອນ ແລະ ຊຸກຍູ້ການຫັນຜະລິດຕະພັນເຕັກໂນໂລຊີໃຫ້ເປັນສິນຄ້າ. ສະເພາະມີດັ່ງນີ້:
ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ບັນດາເວທີການປະມວນຜົນແບບກຸ່ມເມກ (cloud computing), ຄວາມປອດໄພທາງໄຊເບີ (cybersecurity) ແລະ ໂດຣນ/ເຮືອບິນບໍ່ມີຄົນຂັບ (UAV) ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຫັນປ່ຽນເປັນດິຈິຕອນແຫ່ງຊາດ;
ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຜັນຂະຫຍາຍບັນດາແຜນງານຄົ້ນຄວ້າຈຸດສຸມ ກ່ຽວກັບອຸປະກອນເຄິ່ງຊັກນຳ (semiconductor), AI, ເຕັກໂນໂລຊີຄວນຕຳ (quantum technology) ແລະ ສະເໜີກົນໄກທົດລອງນະໂຍບາຍ (sandbox) ສຳລັບເຕັກໂນໂລຊີໃໝ່;
ກຸ່ມບໍລິສັດ MK ແບ່ງປັນປະສົບການການເປັນເຈົ້າການທາງດ້ານເຕັກໂນໂລຊີແກນຫຼັກ ໃນຂົງເຂດການຢັ້ງຢືນຕົວຕົນດິຈິຕອນ (digital identity) ແລະ ອຸດສາຫະກຳປ້ອງກັນຊາດເຕັກໂນໂລຊີສູງ;
ກຸ່ມບໍລິສັດ ThaiBinh Seed ປະກອບຄຳເຫັນກ່ຽວກັບການຍູ້ແຮງການນຳໃຊ້ເຕັກໂນໂລຊີຊີວະພາບ, AI ແລະ ຂໍ້ມູນຂະໜາດໃຫຍ່ (Big Data) ເຂົ້າໃນການພັດທະນາແນວພັນພືດຮຸ່ນໃໝ່ ແລະ ການກະສິກຳສີຂຽວ.
| ທ່ານ ເຈິ່ນບ໋າຟຸກ: ຈຳເປັນຕ້ອງສ້າງ ‘ແນວໂຮມດິຈິຕອນ’ ເພື່ອເຊື່ອມຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິຜົນກວ່າເກົ່າ ຍສໝ - ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ແບ່ງປັນກັບ ວາລະສານ ຍຸກສະໄໝ ກ່ຽວກັບບົດບາດຂອງຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ໃນວຽກງານການທູດປະຊາຊົນ, ການເຊື່ອມຕໍ່ແຫຼ່ງກຳລັງຂອງຄົນຫວຽດນາມຢູ່ຕ່າງປະເທດ ກໍຄືບັນດາຂໍ້ສະເໜີ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຫຼາຍຂຶ້ນຕື່ມອີກໃນໄລຍະໃໝ່. |
| ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ ຍສໝ - ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ ຄົບຮອບ 115 ປີ ແຫ່ງວັນທີ່ລຸງໂຮ່ ເດີນທາງໄປຮອດ ຝຣັ່ງ ເປັນຄັ້ງທຳອິດ, ໃນວັນທີ 14 ພຶດສະພາ, ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ ຈິ້ງດຶກຫາຍ ... |




