ປອ. ຈາມີ ເປີດ​ເຜີຍ​ຄວາມ​ລັບ​ໃນ​ການ​ຊ່ວຍ​ໃຫ້​ລູກ “ອ່ານ ແລະ ຂຽນ​ໄດ້​ຢ່າງ​ຄ່ອງ​ແຄ້ວ” ​ພາ​ສາ​ຫວຽດນາມ

ປອ. ຈາມີ ເປີດ​ເຜີຍ​ຄວາມ​ລັບ​ໃນ​ການ​ຊ່ວຍ​ໃຫ້​ລູກ “ອ່ານ ແລະ ຂຽນ​ໄດ້​ຢ່າງ​ຄ່ອງ​ແຄ້ວ” ​ພາ​ສາ​ຫວຽດນາມ

ຍສໝ - ໃນ​ຂະ​ນະ​ທີ່​ຂະ​ບວນ​ການ​ດຳ​ເນີນ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ, ການ​ປົກ​ປັກ​ຮັກ​ສາ​ຫວຽດ​ນາມ​ໃຫ້​ລູກ​ຫຼານ​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ຫລາຍ​ຄອບ​ຄົວ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ. ຈາກ​ປະສົບ​ການ​ໃນ​ການ​ລ້ຽງ​ດູ​ລູກ, ທ່ານ​ນາງ ປອ. ຈາມີ ປະທານ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ຢູ່​ຈີນ ​ໄດ້​ແບ່ງປັນ​ປະສົບ​ການ​ປະຕິບັດ​ຕົວ​ຈິງ​ໃນ​ການ​ຊ່ວຍ​ເຫລືອ​ລູກ​ສາວ CiCi (SIMONA Tu Mac) ​ໃຊ້​ພາສາ​ຫວຽດນາມ ຢ່າງ​ຄ່ອງ​ແຄ້ວ, ​ເຖິງ​ວ່າ​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ຈີນ. ຕາມ​ທ່ານ​ນາງ​ແລ້ວ, ຄວາມ​ລັບ​ຫຼັກ​ແມ່ນ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ຫວຽດນາມ​ຢ່າງ​ແທ້​ຈິງ​ໃນ​ຄອບຄົວ​ນັບ​ແຕ່​ລູກ​ເກີດ​ມາ, ສົມທົບ​ກັບ​ການ​ນຳ​ລູກ​ກັບ​ຄືນ​ເມືອ​ຫວຽດນາມ ​ເພື່ອ​ພົວພັນ​ກັບ​ຄອບຄົວ​ຂະຫຍັນ​ຂັນ​ເຄື່ອນ​ໃນ​ໄລຍະ​ພັກ​ຍາວ.

ການ​ຄວບຄູ່​ດ້ານ​ວັດ​ທະ​ນະ​ທຳ - ກະ​ແຈ​ເພື່ອ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ໃຫ້​ລຸ້ນ​ໜຸ່ມ​ຢູ່​ຕ່າງ​ປະ​ເທດ

ການ​ຄວບຄູ່​ດ້ານ​ວັດ​ທະ​ນະ​ທຳ - ກະ​ແຈ​ເພື່ອ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ໃຫ້​ລຸ້ນ​ໜຸ່ມ​ຢູ່​ຕ່າງ​ປະ​ເທດ

ຍສໝ - ​ໃນ​ສະພາບ​ທີ່​ເດັກນ້ອຍ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ອິດ​ທິພົນ​ຈາກ​ສະພາບ​ແວດ​ລ້ອມ​ປະຈຳຖິ່ນ, ນັກ​ຄົ້ນ​ຄ້ວາ ​ແລະ ຄູ​ສອນ​ພາສາ​ຫວຽດນາມ ຫຼາຍຄົນ​ຢືນຢັນ​ວ່າ ພາສາ​ການ​ສອນ​ບໍ່​ສາມາດ​ແຍກ​ອອກ​ຈາກ​ວັດທະນະທຳ​ການ​ສອນ. ເມື່ອແຕ່ລະບົດຮຽນກາຍເປັນປະສົບການທາງດ້ານວັດທະນະທໍາ, ເດັກນ້ອຍບໍ່ພຽງແຕ່ໄດ້ຮຽນຮູ້ການອອກສຽງ ແລະ ການໃຊ້ຄໍາສັບເທົ່ານັ້ນ, ແຕ່ຍັງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ວິຖີຊີວິດ ແລະຄຸນຄ່າຂອງຫວຽດນາມ - ພື້ນຖານອັນສໍາຄັນໃຫ້ແກ່ການປົກປັກຮັກສາແບບຍືນຍົງ ໃຫ້ພາສາຫວຽດນາມ ຢູ່ຕ່າງປະເທດ.

ເລຫງວຽນລືວອານ: ໝໍ່ສີຂຽວສືບ​ຕໍ່​ເດີນ​ທາງ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ຢູ່ ມາ​ເລ​ເຊຍ

ເລຫງວຽນລືວອານ: ໝໍ່ສີຂຽວສືບ​ຕໍ່​ເດີນ​ທາງ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ຢູ່ ມາ​ເລ​ເຊຍ

ຍສໝ - ເກີດ ແລະ ເຕີບໃຫຍ່ຢູ່ ມາເລເຊຍ, ເລຫງວຽນລືວອານ - ຜູ້ເຂົ້າແຂ່ງຂັນທີ່ອາຍຸນ້ອຍທີ່ສຸດໄດ້ຊະນະການແຂ່ງຂັນຊອກຫາທູດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ ປີ 2025 - ໄດ້ກາຍມາເປັນໜ້າຕາປົກກະຕິຂອງລຸ້ນໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ຮັກແພງ ແລະ ນັບຖືພາສາແມ່. ນັບ​ແຕ່​ໄວ​ຮຽນ​ພາສາ​ຫວຽດ​ໃນ​ຫ້ອງ​ທີ່​ແມ່​ໄດ້​ສ້າງ​ຕັ້ງ​ຂຶ້ນ, ກາຍ​ເປັນ​ຜູ້​ຊ່ວຍ​ສອນ, ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ມາ​ເລ​ເຊຍ, ການ​ເດີນ​ທາງ​ຂອງ ອານ ​ແມ່ນ​ເຄື່ອງ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນ​ຄ່າ​ອັນ​ຍືນ​ຍົງ​ຂອງ​ພາ​ສາ​ຫວຽດ​ໃນ​ຊຸມ​ຊົນ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ.

ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

ຍສໝ​ - ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ໄດ້ລົງນາມໃນບົດບັນທຶກກັບສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (ມະຫາວິທະຍາໄລ Osaka, ປະເທດ ຍີ່ປຸ່ນ) ເພື່ອຜັນຂະຫຍາຍການຄົ້ນຄວ້າ, ສອນພາສາຫວຽດນາມ ແລະ ຈັດຕັ້ງການສອບເສັງເພື່ອຕີລາຄາກຳລັງ​ຄວາມ​ສາ​ມາດພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດຢູ່ຍີ່ປຸ່ນ.

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ຍສໝ - "Đỗ" ບໍ່ແມ່ນ "Đố", "Quằn quại" ບໍ່ແມ່ນ "Quan quại"... ບັນດາຊ່ວງເວລາທີ່ຫນ້າຮັກເຫຼົ່ານີ້ ໄດ້ປະກົດຢູ່ໃນບັນດາວິດີໂອ TikTok ແລະ YouTube ຂອງທ່ານນາງ Liliya Kholodova (ລັດເຊຍ). ບັນດາວິ​ດີ​ໂອ​ເຫຼົ່າ​ນີ້​ ​ໄດ້​ດຶງ​ດູດ​ຜູ້​ຊົມ ​ແລະ ​ແບ່ງປັນ​ນັບໝື່ນ​ຄັ້ງ, ກາຍ​ເປັນ​ສັນຍາ​ລັກ​ທີ່ມີຊີວິດຊີວາກ່ຽວກັບການຜູກພັນ​ດ້ານ​ວັດທະນະທຳ, ​ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດນາມ​ ຂ້າມ​ຊາຍ​ແດນ.

ນັກ​ຮຽນ​ພາ​ສາ​ຫວຽດ ຢູ່​ໂຮນ​ລັງ ຫໍ່​ເຂົ້າ​ຕົ້ມ​ຮັບ​ປີ​ໃໝ່

ນັກ​ຮຽນ​ພາ​ສາ​ຫວຽດ ຢູ່​ໂຮນ​ລັງ ຫໍ່​ເຂົ້າ​ຕົ້ມ​ຮັບ​ປີ​ໃໝ່

ຍ​ສ​ໝ - ບັນ​ດາ​ຄອບ​ຄົວ, ພິ​ເສດ​ແມ່ນ​ຫຼານ​ນ້ອຍ, ໃນ​ນັ້ນ​ມີ​ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ ລ້ວນ​ແຕ່ຮູ້​ສຶກ​ໄດ້ເຖິງ​ບັນ​ຍາ​ກາດ​ວັນ​ບຸນ​ອົບ​ອຸ່ນ​ຂອງ​​ຄອບ​ຄົວໃຫຍ່

ຫ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່​ສະ​ວິດ

ຫ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່​ສະ​ວິດ

ຍ​ສ​ໝ - ໂຮງ​ຮຽນ​ບິ່ງ​ມິງ (ນະ​ຄອນ Zurich, ສະ​ວິດ) ໂດຍ​ທ່ານ​ນາງ ງອກ​ຢຸງ Moser ຜູ້ອຳນວຍການ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດ​ນາມ (ASV) ໄດ້​ສ້າງ​ຕັ້ງ​ແຕ່​ປີ 2017, ປັດ​ຈຸ​ບັນ​ພວມ​ສອນ​ພາ​ສາ ຫວຽດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ໃຫ້​ແກ່​ລູກຫຼານຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ສະ​ວິດ ​ ແລະ ບັນ​ດາ​ເພື່ອນ​ມິດ​ຕ່າງ​ປະ​ເທດ​ທີ່​ຮັກ​​ພາ​ສາ​ຫວຽດ ​ເກືອບ 30 ຄົນ.

ເຊີດ​ຊູ​ຄຸນ​ຄ່າ​ພາ​ສາ​ຫວຽດ​ ຜ່ານ​ການ​ເຄື່ອນ​ໄຫ​ວ​ສອນ​ພາ​ສາຫວຽດ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ເຊີດ​ຊູ​ຄຸນ​ຄ່າ​ພາ​ສາ​ຫວຽດ​ ຜ່ານ​ການ​ເຄື່ອນ​ໄຫ​ວ​ສອນ​ພາ​ສາຫວຽດ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ທີ່ການໂອ້ລົມສົນທະນາ, ບັນດາຄູສອນພາສາຫວຽດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັບຜູ້ຂຽນຮຽບຮຽງປຶ້ມແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍ ຫວຽດນາມພວມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເຊີດຊູພາສີ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຄົນຫວຽດຜູ້ເປັນແມ່ ແລະ ລູກສາວຄົນລາວ

ຄົນຫວຽດຜູ້ເປັນແມ່ ແລະ ລູກສາວຄົນລາວ

ຍ​ສ​ໝ - ໃນ​ໄວ​ອາ​ຍຸ 60 ປີ, ​ອາ​ຈານຕ໊ະທິ໋ຕວານ ຈາກຄອບຄົວໄປສອນພາສາຫວຽດຢູ່ປະ​ເທດ​ລາວເພື່ອນ​ບ້ານ. ບັນດາລູກຮັກ, ລູກສິດທັງໃໝ່ ແລະ ເກົ່າ ຍາມ​ໃດ​ກໍຍັງໃກ້​ຊິດ, ເອົາ​ໃຈ​ໃສ່ ແລະ ຊ່ວຍ​ໃຫ້ອາ​ຈານມີກຳລັງ​ໃຈທີ່​ຈະ​ມຸ້ງ​ໝັ້ນ​ກັບ​ວຽກ​ງານ…

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ທັນວາ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມທາງລັດຖະກິດ ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະໂອ້ລົມສົນ ທະນາ​ກັບ​ພະນັກງານ​ສະຖານທູດຫວຽດນາມ ປະຈຳ ກຳປູ​ເຈຍ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ ​ແລະປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່ ກຳປູ​ເຈຍ.

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ຍ​ສ​ໝ - ວັນ​ທີ 17 ພະ​ຈິກ ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ ຢູ່ ​ຕ່າງ​ປະ​ເທດ ໄດ້​ເຮັດ​ວຽກ​ກັບ​ກົມ​ການ​ສຶກ​ສານອກໂຮງຮຽນ (ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ) ກ່ຽວ​ກັບ​ບັນ​ດາ​ບັນ​ຫາທີ່​ກ່ຽວ​ຂ້ອງ​ເຖິງ ການ​ຮຽບ​ຮຽງ​ປຶ້ມ, ເອ​ກະ​ສານການຮຽນ-ການ​ສອນ​ພາ​ສາ ຫວຽດ​ນາມ ສຳລັບ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ຊຸດ​ປື້ມ​ສອງ​ພາ​ສາ ແຫ່ງ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ ສອນພາ​ສາ​ຫວຽດ​ ຢູ່ ຢູ​ແກຼນ

ຊຸດ​ປື້ມ​ສອງ​ພາ​ສາ ແຫ່ງ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ ສອນພາ​ສາ​ຫວຽດ​ ຢູ່ ຢູ​ແກຼນ

ຍ​ສ​ໝ - ປິ 2018, ​ຄູ ເວິນ​ແອັງ ໄດ້ຮຽບຮຽງ​ສຳ​ເລັດ​ປຶ້ມ​​ພາ​ສາຫວຽດ​ ລະ​ດັບ A ແລະ ປື້ມ​​ພາ​ສາຫວຽດ​ ລະ​ດັບ B. ໃນປື້ມຫົວ​ທີ 2, ​ຄູ ເວິນ​ແອັງ ໄດ້​ຮັບ​ຜິດ​ຊອບ​ເນື້ອ​ໃນ​ພາ​ສາ​ຫວຽດ, ສ່ວນ​ຄູ່​ຮ່ວມ​ງານ​ Victoria Musiychuk ຮັບ​ຜິດ​ຊອບ​ການ​ຈັດໜ້າ, ປະ​ດັບ​ປະ​ດາ​ຮູບ​ພາບ ແລະ ເນື້ອ​ໃນ​ພາ​ສາ ຢູ​ແກຼນ.

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.

ອັດ​ຊຸດ​ຝຶກ​ອົບ​ຮົມ​ການສອນ​ພາ​ສາ​ຫວຽດ​ ໃຫ້​ແກ່​ຄູ​ອາ​ຈານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ອັດ​ຊຸດ​ຝຶກ​ອົບ​ຮົມ​ການສອນ​ພາ​ສາ​ຫວຽດ​ ໃຫ້​ແກ່​ຄູ​ອາ​ຈານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.

ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ

ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ

ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະມາຄົມພາສາສາກົນ Esperanto ຫວຽດນາມ (1957 - 2022) ແລະ ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນ Esperanto ອາຍຸການທີ່ VII (2022 - 2024).

ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ ແມ່ນ​ພາ​ສາ​ຮຽນ​ທາງ​ການ

ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ ແມ່ນ​ພາ​ສາ​ຮຽນ​ທາງ​ການ

ຍ​ສ​ໝ - ຕາມ​ທ່ານ​ ສາດ​ສະ​ດາ​ຈານ Pietro Masina ແລ້ວ, ນັກ​ສຶກ​ສາ​ຮຽນ​ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ ອາດ​ຈະ​ຄົ້ນ​ຄ້​ວາ​ລົງ​ເລິກ​ກ່ຽວ​ກັບ ຫວຽດ​ນາມ ຜ່ານ​ການ​ຮຽນ​ພາ​ສາຫວຽດ ໃນ 5 ປີ, ຄຽງຄູ່ກັບ​​ໂຄງ​ການ​ສິດ​ສອນ​ກ່ຽວ​ກັບ​ມະ​ນຸດ​ສາດ ຫຼື ​ວິ​ທະ​ຍາ​ສາດ​ການ​ເມືອງ ແລະ ການ​ພົວ​ພັນ​ສາ​ກົນ. ມາ​ຮອດປັດຈຸບັນ, ນັບ​ທັງ​ໃນ​ບັນ​ດາຫຼັກ​ສູດ​ທົດ​ລອງ, ພາ​ສາ​ຫວຽດ ກໍ່ໄດ້​ຮັບ​ຄວາມ​ສົນ​ໃຈຂອງ​ນັກ​ສຶກ​ສາ​ຫຼາຍ​ທີ່​ສຸດ​.

ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ຍ​ສ​ໝ - ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ

ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ

ວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຄູ່ຮ່ວມມື ຈັດພິທີປຸກລະດົມ “ວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2023 – 2030”.

ສ້າງ​ຮູບ​ພາບພາສາຫວຽດນາມ ເປັນພາ​ສາ​ມິດ

ສ້າງ​ຮູບ​ພາບພາສາຫວຽດນາມ ເປັນພາ​ສາ​ມິດ

ຍສໝ - ນີ້​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານປອ. ເຈີ່ນຫືວຈີ໋, ຫົວໜ້າພາກວິຊາ​ພາສາ - ວັດທະນະທຳ ຫວຽດນາມ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ເຮັດ​ໃຫ້​ພາສາ​ຫວຽດນາມ ​ເປັນ “ພາສາ​ຂົວ” ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.