ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

13:33 | 26/12/2020

ຍ​ສ​ໝ - ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

ນັກ​ສຶກ​ສາ​ລາວ 239 ຄົນ ສຳ​ເລັດ​ການ​ແຍກ​ຕົວ​ຢູ່​ຮ່າ​ຕິງ
ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ
ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ
ທ່ານ​ນາງ ເຈິ່ນ​ທິ​ມາຍ​ດ່າວ ຮອງອະທິການບໍດີມອບ​ໃບ​ຢັ້ງ​ຢືນ​ໃຫ້​ແກ​່​ນັກ​ສຶກ​ສາ​ລາວ

ຕອນ​ເຊົ້າ​ວັນ​ທີ 24 ທັນ​ວາ, ມະ​ຫາ​ວິ​ທະ​ຍາ​ໄລ ຟ້າມ​ວັນ​ດົ່ງ​ໄດ້​ຈັດ​ພິ​ທີ​ສະຫຼຸບ, ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຮຽນ​ພາ​ສາ​ຫວຽດ ສົກ​ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ.

ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

ພາຍຫຼັງ​ສຳ​ເລັດ​ຊຸດ​ຮຽນ​ພາ​ສາ​ຫວຽດ, ບັນ​ດາ​ນັກ​ສຶກ​ສາ​ລາວ​ຈະ​ສືບ​ຕໍ່​ໄປ​ຮຽນ​ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ສາ​ທາ​ລະ​ນະ​ສຸກ ດັ້ງ​ທຸ່ຍ​ເຈິມ ແລະ ບັນ​ດາ​ຂະ​ແໜງ​ການ​ຄື: ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ເສດ​ຖະ​ກິດ, ພາ​ສາ​ຕ່າງ​ປະ​ເທດ…ຢູ່​ໂຮງ​ຮຽນ​ຟ້າມ​ວັນ​ດົ່ງ.

ນັກ​ສຶກ​ສາ​ລາວ 239 ຄົນ ສຳ​ເລັດ​ການ​ແຍກ​ຕົວ​ຢູ່​ຮ່າ​ຕິງ

ຍ​ສ​ໝ - ດ້ວຍ​ຜົນ​ກວດ​ຫາ​ເຊື້ອ​ເປັນ​ລົບ​ຄັ້ງ​ທີ 2, ນັກ​ຮຽນ​ລາວ 239 ຄົນ ໄດ້​ສຳ​ເລັດ​ເວ​ລາ​ແຍກ​ຕົວ​ຢູ່​ຫໍ​ພັກ Mitraco ຢ່າງ​ສຳ​ເລັດ (ຫໍ​ພັກ ກິ່​ແອງ, ຮ່າ​ຕິງ).

ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ

ຍ​ສ​ໝ - ຫວຽດ​ນາມ ແລະ ລາວ​ມີ​ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ໃນ​ໄລ​ຍະ ປີ 2011 – 2020, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ຜົນ​ການ​ຮ່ວມ​ມື ...

ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

ຍ​ສ​ໝ - ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.