ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

15:00 | 02/09/2019

ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.

ຖ້າຫາກວ່າ ກ່ອນນີ້ 10 ປີ, ອັດຕາສ່ວນຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຮຽນພາສາຫວຽດ ກວມເອົາປະມານ 50% ນັ້ນ, ປັດຈຸບັນນີ້, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 70%. ມີເພື່ອນໜຸ່ມຫຼາຍຄົນຮຽນພາສາຫວຽດ ເພື່ອຮູ້ຕື່ມອີກພາສາໜຶ່ງ, ແຕ່ກໍມີເພື່ອນໜຸ່ມຫຼາຍຄົນ ຮຽນພາສາຫວຽດ ເພື່ອກັບເມືອ ຫວຽດນາມ ຮ່ຳຮຽນ, ເຮັດວຽກ ຫຼື ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ, ກົກເຄົ້າເຫງົ້າກໍຫຼືເລືອດເນື້ອເຊື້ອສາຍຂອງຕົນ.

ດ້ວຍສຽງເວົ້າທີ່ຍັງບໍ່ຂອດປານໃດ ແລະ ການໃຊ້ຄຳສັບທີ່ລຽບງ່າຍ, ເດືອງກິມຮົ່ງ ອາຍຸ 19 ປີ ມາຈາກ ກຳປູເຈຍ ຮູ້ສຶກພາກພູມໃຈເມື່ອໄດ້ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກໃນການຮຽນພາສາຫວຽດ ນັບແຕ່ຕອນເລີ່ມຕົ້ນຕະຫຼອດຮອດເວລາອ່ານໄດ້ຂຽນເປັນ. ຮົ່ງໃຫ້ຮູ້ວ່າ: ສິ່ງທີ່ລາວໄດ້ຮັບຫຼາຍສຸດຈາກການຮຽນພາສາຫວຽດ ແມ່ນ ໄດ້ໃກ້ຊິດກັບຍາດຕິພີ່ນ້ອງ ແລະ ເຂົ້າໃຈ ກ່ຽວກັບບ້ານເກີດເມືອງນອນຂອງຕົນຫຼາຍກວ່າເກົ່າ.

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ເດືອງກິມຮົ່ງ (ຜູ້ນຸ່ງເສື້ອສີດໍາ)


“ພາສາ ຫວຽດ ໄດ້ຊ່ວຍໃຫ້ນ້ອງສາມາດໂອ້ລົມທັກທາຍກັບພໍ່ແມ່, ເວລາກັບເມືອບ້ານເກີດເມືອງນອນ, ສາມາດໂອ້ລົມກັບປູ່ຍ່າຕາຍາຍ, ຍາດຕິພີ່ນ້ອງ ອັນໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມັກຫຼາຍ. ສະນັ້ນ, ນ້ອງຕັດສິນໃຈຮຽນພາສາຫວຽດນາມ ໃຫ້ເກັ່ງ. ນ້ອງເຫັນວ່າ ປັດຈຸບັນ, ເສດຖະກິດຂອງຫວຽດນາມພັດທະນາຫຼາຍ, ນ້ອງຮຽນພາສາຫວຽດ ເພື່ອຮຽນຂະແໜງ ເສດຖະກິດຢູ່ຫວຽດນາມ ເພາະວ່າ ໃນອະນາຄົດ ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດທີ່ມີພື້ນຖານເສດຖະກິດພັດທະນາທີ່ສຸດໃນ ອາຊີ”.

ສ່ວນເຈິ່ນຫວຽດທ໊າຍ, ອາຍຸ 23 ປີ ເຊິ່ງເປັນຊາວໜຸ່ມຫວຽດນາມ ອາໄສຢູ່ ໄທ ໃຫ້ຮູ້ວ່າ: ຊື່ຂອງລາວເອງ ແມ່ນ ພໍ່ປູ່ເປັນຜູ້ຕັ້ງໃຫ້ ດ້ວຍຄວາມປາດຖະໜາວ່າ ຫຼານຂອງຕົນຍາມໃດກໍຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ, ເຖິງວ່າໄດ້ກໍາເນີດຢູ່ ໄທ ກໍຕາມ ແຕ່ບ້ານເກີດເມືອງນອນ, ປະເທດຊາດ ຍາມໃດກໍຝັງເລິກໄວ້ຢູ່ໃນໃຈຂອງຕົນ. ທ໊າຍ ແບ່ງປັນວ່າ: ພໍ່ແມ່ ພຽງແຕ່ປາດຖະໜາ ແລະ ຫວັງວ່າ ພວກລູກພວກຫຼານ ຮຽນພາສາຫວຽດ ເພື່ອທັກທາຍໃນຄອບຄົວ ແລະ ຮັກສາວັດທະນະທໍາຂອງຊາວຫວຽດນາມ ໄວ້ໄດ້.

ຄາວຍັງນ້ອຍ ນ້ອງບໍ່ຮູ້ພາສາຫວຽດ, ແຕ່ກ່ອນນີ້ 02 ປີ, ນ້ອງມີຄວາມຮູ້ສຶກຢາກຮຽນຮູ້ກ່ຽວກັບວັດທະນະທໍາຂອງຫວຽດນາມ, ກ່ຽວກັບວັດທະນະທໍາຂອງພໍ່ແມ່, ປູ່ຍ່າຕາຍາຍໃຫ້ເລິກເຊິ່ງກວ່າອີກ, ຫຼັງຈາກນັ້ນ ນ້ອງໄດ້ຕັດສິນໃຈຮຽນພາສາຫວຽດ. ການຮຽນພາສາຫວຽດ, ທີໜຶ່ງແມ່ນຊ່ວຍໃຫ້ນ້ອງສາມາດເຂົ້າໃຈກ່ຽວກັບວັດທະນະທໍາຫວຽດນາມ, ວັດທະນະທໍາຂອງບ້ານເກີດເມືອງນອນໄດ້ຫຼາຍກວ່າອີກ. ທີສອງແມ່ນປະຫວັດສາດຂອງຫວຽດນາມ, ເຖິງວ່າໄດ້ຮັບຟັງເລື່ອງລາວຕ່າງໆກ່ຽວກັບປະຫວັດສາດຫວຽດນາມ ແຕ່ບໍ່ແມ່່ນວ່າຈະມີຄວາມເຂົ້າໃຈໄດ້ໝົດ ແລະ ການອ່ານໄດ້ຂຽນເປັນພາສາຫວຽດ ແມ່ນຊ່ວຍໃຫ້ນ້ອງເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຊາດ ແລະ ເຂົ້າໃຈກ່ຽວກັບລຸງໂຮ່ຫຼາຍຂຶ້ນຕື່ມ. ທີສາມແມ່ນ ສາມາດທັກທາຍນໍາໝູ່ເພື່ອນ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ບັນດາປະເທດອື່ນໆໃນໂລກອີກດ້ວຍ”.

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ຫງວຽນງອກມາຍ, ອາຍຸ 22 ປີ


ກົງກັນຂ້າມກັບ ຮົ່ງ ແລະ ທ໊າຍ, ຫງວຽນງອກມາຍ, ອາຍຸ 22 ປີ ເຊິ່ງເປັນເພື່ອນໜຸ່ມຫວຽດນາມ ທີ່ໄດ້ຖືສອງສາຍເລືອດ ຫວຽດນາມ ແລະ ລາວ. ມາຍ ກໍາເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ ລາວ ແລະ ມີເງື່ອນໄຂສະດວກວ່າໝູ່ ເມື່ອມີພໍ່ມີແມ່ເປັນຜູ້ຊ່ວຍໃນການຮຽນພາສາຫວຽດ. ນັບແຕ່ຄາວຍັງນ້ອຍ ມາຍ ຍາມໃດກໍປາດຖະໜາຢາກໄດ້ທັງສອງພາສາ ແລະ ເມື່ອຮຽນຈົບມັດທະຍົມ ລາວໄດ້ຕັດສິນໃຈມາຮຽນຢູ່ຫວຽດນາມ.

“ນ້ອງຮຽນພາສາຫວຽດ ແຕ່ຄາວຍັງນ້ອຍ, ຕອນ ອາຍຸຫາກໍໄດ້ 6 ປີ. ນອກຈາກຊ່ົວໂມງຮຽນພາສາຫວຽດ ຢູ່ຫ້ອງຮຽນແລ້ວ, ເມື່ອກັບເມືອເຮືອນ ນ້ອງຍັງໄດ້ຮຽນນໍາພໍ່ນໍາແມ່ ແລະ ໄດ້ທັກທາຍກັນເປັນພາສາຫວຽດ ອີກດ້ວຍ. ການຮຽນພາສາຫວຽດ, ທີໜຶ່ງແມ່ນເພື່ອຮູ້ອີກພາສາໜຶ່ງ; ທີສອງແມ່ນເພື່ອມາ ຫວຽດນາມ ຮໍ່າຮຽນ ເພາະວ່າການສຶກສາຢູ່ຫວຽດນາມ ພັດທະນາກວ່າຢູ່ລາວ ແລະ ນ້ອງກໍຢາກນໍາເອົາບັນດາຄວາມຮູ້ໃໝ່ໆນັັ້ນມາອຸທິດສ່ວນໃຫ້ແກ່ປະເທດລາວ; ທີ 3 ແມ່ນ ນ້ອງຢາກຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ, ຢາກມີຄວາມໃກ້ຊິດສະໜິດສະໜົມກັບຍາດຕິພີ່ນ້ອງທາງແມ່ໃຫ້ຫຼາຍກວ່າເກົ່າ”.

ທ່ານ ຫງວຽນຮວ່າງນໍາ, ຮອງປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການເຂົ້າຮ່ວມຄ້າຍພັກແລ້ງ ແມ່ນໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ພົບປະແລກປ່ຽນ, ຍົກສູງຄວາມສາມາດໃນການທັກທາຍກັນດ້ວຍພາສາຫວຽດ ແລະ ວຽກງານຍົກສູງ ພາສາຫວຽດ ແມ່ນ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງຄະນະກໍາມະການ. ທ່ານ ຫງວຽນຮວ່າງນໍາ ແບ່ງປັນວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ຜ່ານຄ້າຍພັກແລ້ງຄັ້ງນີ້, ບັນດາເພື່ອນໜຸ່ມຈະມີເງື່ອນໄຂເພື່ອປັບປຸງຄວາມສາມາດໃນການເວົ້າພາສາຫວຽດຂອງຕົນ. ຜ່ານການພົບປະແລກປ່ຽນ, ພວກຂ້າພະເຈົ້າ ຈຶ່ງຮູ້ວ່າ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ ແຕ່ກໍມີບາງຄົນ ເວົ້າຍັງບໍ່ທັນດີປານໃດ. ຫວັງວ່າໃນໂອກາດນີ້, ບັນດາເພື່ອນໜຸ່ມຈະມີໂອກາດຮຽນຮູ້ພາສາຫວຽດຕື່ມອີກ, ບໍ່ພຽງແຕ່ສໍາລັບບັນດາຊາວໜຸ່ມຫວຽດນາມ ທີ່ອາໄສຢູ່ບັນດາປະເທດໃນໂລກເທົ່ານັ້ນ ຫາກບັນດານັກສຶກສາ, ນັກຮຽນຢູ່ພາຍໃນປະເທດກໍມີໂອກາດໄດ້ຍົກສູງຄວາມສາມາດໃນການນໍາໃຊ້ພາສາຫວຽດຂອງຕົນອີກດ້ວຍ”.

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ທ່ານ ຫງວຽນຮວ່າງນໍາ, ຮອງປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດ


ພາສາຫວຽດ ມີບົດບາດສໍາຄັນສໍາລັບ ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ຖ້າຫາກວ່າ ພາສາຫວຽດ ບໍ່ໄດ້ຮັບການຮັກສາໄວ້ນັ້ນ ສີສັນວັດທະນະທໍາຂອງຊາດຫວຽດນາມ ຢູ່ ຕ່າງປະເທດ ກໍຖືກຈາງຫາຍໄປ. ເລື່ອງຮັກສາພາສາຫວຽດໃນພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍແມ່ນເປົ້າໝາຍແຖວໜ້າຂອງພັກ, ລັດ. ເພາະສະນັ້ນ, ພາສາຫວຽດ ແມ່ນພາກສ່່ວນໜຶ່ງທີ່ບໍ່ອາດແຍກອອກຈາກວັດທະນະທໍາຂອງຊາດໄດ້ ດ້ວຍທິດນໍາທີ່ວ່າ “ຍັງມີພາສາຫວຽດແມ່ນຍັງມີຄົນຫວຽດ”.

ທ໊າຍ: “ນ້ອງຕັດສິນໃຈຮຽນພາສາຫວຽດ ເພີ່ມເຕີມ ແລະ ຢາກຮຽນຢູ່ ຮ່າໂນ້ຍ ເພື່ອມີໂອກາດໄດ້ຄົ້ນຫາກ່ຽວກັບວັດທະນະທໍາຂອງຫວຽດນາມ. ຖ້າຫາກມີໂອກາດ ນ້ອງກໍຢາກເຮັດວຽກຢູ່ຫວຽດນາມ ເຊັ່ນດຽວກັນ”.

ມາຍ: “ນ້ອງຢາກເຮັດວຽກການທະນາຄານ, ຢາກເປັນພະນັກງານທະນາຄານ ເພາະວ່່າ ມີທະນາຄານຂອງຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ລາວ ເປັນຈໍານວນຫຼວງຫຼາຍ ແລະ ການຮຽນພາສາຫວຽດ ໄດ້ເຮັດໃຫ້ນ້ອງມີທ່າໄດ້ປຽບກວ່າເມື່ອທຽບໃສ່ກັບບັນດາເພື່ອນລາວ”.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.