ຄົນຫວຽດຜູ້ເປັນແມ່ ແລະ ລູກສາວຄົນລາວ

12:08 | 20/04/2022

ຍ​ສ​ໝ - ໃນ​ໄວ​ອາ​ຍຸ 60 ປີ, ​ອາ​ຈານຕ໊ະທິ໋ຕວານ ຈາກຄອບຄົວໄປສອນພາສາຫວຽດຢູ່ປະ​ເທດ​ລາວເພື່ອນ​ບ້ານ. ບັນດາລູກຮັກ, ລູກສິດທັງໃໝ່ ແລະ ເກົ່າ ຍາມ​ໃດ​ກໍຍັງໃກ້​ຊິດ, ເອົາ​ໃຈ​ໃສ່ ແລະ ຊ່ວຍ​ໃຫ້ອາ​ຈານມີກຳລັງ​ໃຈທີ່​ຈະ​ມຸ້ງ​ໝັ້ນ​ກັບ​ວຽກ​ງານ…

ສາຍພົວພັນ ຫວຽດ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ຕະຫຼອດໄປ ສາຍພົວພັນ ຫວຽດ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ຕະຫຼອດໄປ
ໂຮງຮຽນຂອງຄວາມສາມັກຄີ ແລະ ມິດຕະພາບ ຫວຽດ-ລາວ ໂຮງຮຽນຂອງຄວາມສາມັກຄີ ແລະ ມິດຕະພາບ ຫວຽດ-ລາວ

ໃນວັນ​ໜຶ່ງຂອງເດືອນມີນາ, ອາ​ຈານຕ໊ະທິ໋ຕວານ (ອະ​ດີດຄູອາຈານພາກວິຊາພາສາສາດ, ມະຫາວິທະ ຍາໄລສ້າງຄູ ດ່ານັ້ງ, ກຳລັງສອນຢູ່ສູນພາ​ສາ​ຫວຽດແຂວງສາລະວັນ, ປະເທດລາວ) ໄດ້​ຮັບ​ສະ​ບຽງ​ອາ​ຫານ​ທີ່​ສະ​ອາດ​ໂດຍລູກສາວລັດດາວອນ ແລະ ລູກເຂີຍບຸນລຽບ.

ສະ​ບຽງອາຫານລ້ວນແລ້ວແຕ່ແມ່ນປູກເອງຢູ່ເຮືອນລັດດາວອນ ຊຶ່ງປະກອບມີ: ຜັກບົ້ງ, ຫົວສີໄຄ, ຜັກບົ່ວໃບ ທີ່ມັດຈັດ​ແຈງຢ່າງລະອຽດຈົບງາມ. ອາຫານພຽງ​ຢ່າງ​ດຽວ​ທີ່ຄອບ​ຄົວລັດດາວອນ ຊື້ ແລະ ນຳມາໃຫ້ແມ່ຕວານເທື່ອ​ນີ້​ແມ່ນປາສອງໂຕ ເປັນປາທີ່ຫາ​ຈາກແມ່ນ້ຳຂອງ ຊຶ່ງ​ຈະສະ​ອາດ ແລະ ແຊບຫຼາຍ.

ຄົນຫວຽດຜູ້ເປັນແມ່ ແລະ ລູກສາວຄົນລາວ
ອາຈານຕ໊ະ​ທິ໋​ຕວານ ຍັງໄດ້ຮັບເອົານັກຮຽນລາວຫຼາຍ​ຄົນເປັນລູກຮັກນັບແຕ່​ອາ​ຈານ​ຍັງສອນ​ຢູ່ມະຫາວິທະຍາໄລສ້າງຄູດ່ານັ້ງ.

ອາ​ຈານຕວານ​ເລົ່າວ່າ: ປີກາຍ​ນີ້ໃນ​ຊ່ວງພະຍາດໂຄວິດລະບາດໜັກນັ້ນ ດ້ວຍຄວາມເປັນຫ່ວງແມ່ຢູ່ຄົນດຽວໃນສູນ​ພາ​ສາ, ຄອບ​ຄົວລັດດາວອນ ກໍໄດ້ສົ່ງເຂົ້າສານ, ຜັກ, ປາ, ຊີ້ນ, ເຄື່ອງ​ປຸງ​ຕ່າງໆ…ໃຫ້ແມ່ຕະຫຼອດຈົນວ່າກິນບໍ່ໝົດ.

ລັດດາວອນ ໄດ້​ເປັນລູກສາວຂອງແມ່ຕ໊ະ​ທິ໋​ຕວານຫຼາຍປີມາແລ້ວ. ເມື່ອຄັ້ງຍັງເປັນນັກຮຽນຂະ​ແໜງ​ການທະນາຄານຢູ່ມະຫາວິທະຍາໄລເສດຖະກິດດ່ານັ້ງ, ລັດດາວອນໄດ້ຖືກແມ່ຕວານຮັບເປັນລູກລ້ຽງ ແລະ ໄປມາຫາສູ່ເຮືອນແມ່ຕວານເປັນປະ​ຈຳ. ເມື່ອ​ອາ​ຈານ​ຕວານມາ​ທີ່​ລາວ​ເພື່ອສອນພາສາຫວຽດ ຊຶ່ງ​ຢູ່ໃກ້ເຮືອນລູກສາວ​ຮັກທີ່ສາລະວັນ. ລັດດາວອນມັກຈະແວ່ໄປວຽນມາຫາແມ່, ບາງຄັ້ງກໍເອົາຜັກ, ເຂົ້າສານ, ປາມາໃຫ້ແມ່. ບາງຄັ້ງກໍມາຮັບແມ່ໄປດື່ມກາເຟ, ໄປທ່ອງທ່ຽວຮ່ວມກັບຄອບຄົວ ຫຼື ພົບປະກັບລູດສິດເກົ່າທີ່ຢູ່ລາວ…

ໃນວັນແມ່ຍິງສາກົນ (8 ມີນາ), ຄອບຄົວລັດດາວອນ ພ້ອມດ້ວຍລູກເຕົ້າໄດ້ຮັບເອົາ “ແມ່ເຖົ້າ” ຕວານໄປຢູ່ນຳ. ອ​າ​ຈານ​ຕວານ​ກໍ​ຢູ່​ຄຽງກັບດາວອນ ແລະ ຄອບຄົວນ້ອຍໆຂອງລາວ ໃນຊ່ວງທີ່ລັດດາວອນ ຮັບປະກາສະ​ນີ​ຍະ​ບັດຈົບປະລິນຍາໂທຂອງມະວິທະຍາໄລ ກຸຍເຍີນ…

ຕົ້ນປີນີ້, ແມ່ຕວານກັບຄືນດ່ານັ້ງສະຫຼອງກຸດປີໃໝ່ຮ່ວມກັບຄອບຄົວ, ຄອບຄົວລັດດາວອນໄດ້ເອົາເຂົ້າໜຽວລາວ 60 ກິໂລກຣາມ ໃຫ້ແມ່ຕວານເອົາ​ກັບ​ໄປເປັນຂອງຕ້ອນ. ເຂົ້າຈຳນວນດັ່ງກ່າວນີ້ ອາ​ຈານ​ຕວານໄດ້ນຳໄປຕ້ອນເພື່ອນບ້ານເຮືອນລະສອງສາມກິໂລກຣາມ, ໃຜໆກໍຍ້ອງວ່າເຂົ້າອ່ອນນຸ້ມ ແລະ ຫອມຫຼາຍ. ມື້ທີ່ກັບລາວ, ໃນກະເປົ໋າເຄື່ອງຂອງ​ອາ​ຈານນອກຈາກເຂົ້າໜົມ, ໝາກພ້າວເສັ້ນແລ້ວ ຍັງມີເກີບສາມຄູ່ເປັນຂອງຕ້ອນໃຫ້ແກ່ຜົວເມຍລັດດາວອນ ແລະ ນ້ອງ​ສາວຂອງລູກຮັກນຳອີກ.

“ແມ່ບໍ່ມີຫຍັງມາຕ້ອນພວກລູກ. ຫວັງວ່າພວກລູກຄົງພໍໃຈ ແລະ ດີ​ໃຈ, ບໍ່ຮູ້ວ່າຈະໃສ່ພໍດີບໍ່. ລົດກໍນ້ອຍຄັບກັນໂພດ ແມ່ຈະເອົາຫຍັງມາກໍບໍ່ໄດ້”, ແມ່ຕວານເວົ້າໄປໃນຂະນະທີ່ລູກລ້ຽງເອງກຳລັງດີໃຈອວດອ້າງຂອງຕ້ອນຈາກຫວຽດນາມລົງໃນ​ສື່​ສັງ​ຄົມ​ອອນ​ໄລ໌.

ນອກຈາກລັດດາວອນ, ອາຈານຕ໊ະ​ທິ໋​ຕວານ ຍັງໄດ້ຮັບເອົານັກຮຽນລາວຫຼາຍ​ຄົນເປັນລູກຮັກນັບແຕ່​ອາ​ຈານ​ຍັງສອນ​ຢູ່ມະຫາວິທະຍາໄລສ້າງຄູດ່ານັ້ງ. ອາຈານຈິງ​ໃຈ​ກ່າວວ່າ ຮອດຕອນນີ້ຍັງຈື່ບໍ່ຖ້ວນວ່າໄດ້ຮັບນັກຮຽນລາວເປັນລູກລ້ຽງຈັກຄົນແລ້ວ, ຮູ້ພຽງວ່າເວ​ລາ​ທີ່ກ້າວຂາມາ​ໃນແດນດິນຈຳປາເພື່ອສອນພາສາຫວຽດນີ້ ໄປໃສອາຈານກໍມີລູກຮັກ. ບັນດາລູກຮັກ, ລູກສິດເກົ່າ ຍາມ​ໃດກໍຮັກ​ແພງ, ໃກ້​ຊິດສະໜິດສະໜົມຖາມໄຖ່ ເຖິງຈະ​ຫ່າງ​ໄກ​ບ້ານ​ເປັນ 4 ປີ ແຕ່ອາຈານຕວານກໍບໍ່ເຄີຍຮູ້ສຶກໂດດດ່ຽວ.

ກ່ອນນີ້ຫຼາຍປີ, ເມື່ອຍັງເປັນອາຈານສອນໃນ​ພາກວິ​ຊາພາສາສາດ, ມະຫາວິທະຍາໄລສ້າງຄູດ່ານັ້ງ, ອາຈານຕ໊ະ​ທິ໋​ຕວານ ໄດ້ກະ​ຕື​ລື້​ລົ້ນເຂົ້າຮ່ວມຫຼັກສູດອາ​ໃສຢູ່ເຮືອນປະຊາຊົນ (ໂຮມສະເຕ) ໃຫ້ແກ່ນັກສຶກ​ສາ​ລາວ​ທີ່​ສຶກ​ສາ ແລະ ຄົ້​ນ​ຄວ້າຢູ່ຫວຽດນາມ. ໃນ​ຊ່ວງວັນຕົ້ນໆ​ທີ່ນ້ອງໆມາອາໄສຢູ່ຮ່ວມນຳຄອບ​ຄົວອາຈານນັ້​ນ ຍັງເປັນ​ອັນ​ແປກໆກັບວິ​ຖີ​ການດຳລົງຊີວິດ, ຍັງບໍ່ລື້ງ​ກັບລົດຊາດຂອງອາຫານບາງ​ປະ​ເພດ, ອາຈານຕວານເອົາໃສ່ໃຈໃນ​ທຸກ​ລາຍ​ລະ​ອຽດ. ອາ​ຈານ​ຖາມ​ລະ​ອຽດແຕ່​ລະ​ປະ​ເພດ​ອາ​ຫານຖືກ​ລົດ​ຊາດ​ມັກ​ຂອງ​ພວກ​ນ້ອງບໍ່, ແລ້ວກໍຍັງຫາ​ໃຫ້ພວກນ້ອງສອນວິທີແຕ່ງອາຫານລາວອີກ…

ເປັນ​ອັນໂຊກດີອາຈານຕວານໄປສອນພາສາຫວຽດຢູ່ລາວຫຼາຍ​ເທື່ອ ຈຶ່ງເຂົ້າໃຈວິຖີຊີວິດ, ປະ​ເພ​ນີ​ຂອງລາວ, ຊ່ວຍໃຫ້ບັນດາລູກຮັກສາມາດປັບຕົວເຂົ້າກັນໄດ້ໄວ. ຄ້າຍຄືກັບລັດດາວອນເອງ, ພວກນ້ອງໆກໍຖືວ່າຄອບຄົວອາຈານຕວານເປັນຄອບຄົວທີສອງຂອງຕົນ. ຢູ່ທີ່ນັ້ນມີພໍ່ແມ່ ແລະ ອ້າຍເອື້ອຍສຸດທີ່ຮັກແພງກັນ. ໄດ້ຍິນພວກນັກຮຽນລາວເອີ້ນພໍ່, ຮຽກແມ່, ວ່າລູກແລ້ວ, ອາຈານຕວານສຸດທີ່ດີໃຈ ໂດຍສະເພາະແມ່ນເວລາທີ່ລູກໆໄດ້ເຕີບໃຫຍ່ຂຶ້ນແລ້ວໄປຊອກເຮັດຫາຢູ່ໄກ.

"ມື້ນັ້ນ ພວກເດັກນ້ອຍມັກມາເຮືອນຂ້ອຍເປັນປົກກະຕິ. ຂ້ອຍບອກພວກລູກໄປໃສບໍ່ຈຳເປັນຕ້ອງເຊົ່າລົດ, ໃຫ້ເອົາລົດແມ່ໄປ, ບໍ່ຕ້ອງເກງໃຈ. ຂ້ອຍນັບຖືພວກເດັກນ້ອຍເປັນຄືລູກຫຼານຄີງຂອງຕົນເອງ. ບໍ່ຮູ້ວ່າເປັນຫຍັງການສອນນັກຮຽນລາວ ຂ້ອຍຮູ້ສຶກແພງພວກເຂົາທີ່​ສຸດ, ອັນໃດກໍຢາກຊ່ວຍ" ອາຈານຕວານລະ​ບາຍ​ໃຫ້ຟັງ.

ໃນວັນບຸນສົງ​ການປີໃໝ່ລາວຍາມ​ໃດ​ແມ່ນເຮືອນອາຈານຕວານເຕັມ​ໄປ​ດ້ວຍ​ຄວາມມ່ວນຊື່ນທີ່ສຸດ ເພາະບັນດາລູກຮັກມາເຕົ້າ​ໂຮມ​ກັນ. ອາຈານ ແລະ ຄອບຄົວຈັດງານປີໃໝ່ໃຫ້ລູກໆສະຫຼອງປີ​ໃໝ່, ແຕ່ງອາຫານເອ​ກະ​ລັກ​ຂອງ​ລາວ ແລະ ທຳ​ພິ​ທີ​ສູ່​ຂວັນຜູກຂໍ້ຕໍ່ແຂນນຳອີກ.

ຍ້ອນວາດ​ສະ​ໜາ​ໄດ້ຜູກພັນໃກ້​ຊິດກັບບັນດານັກສຶກ​ສາລາວ ຊຶ່ງ​ໃນ​ໄວ​ອາ​ຍຸ 60 ປີ, ເມື່ອດ່ານັ້ງເປີດບັນ​ດາສູນພາສາຫວຽດຢູ່ບັນດາແຂວງທັງພາກໃຕ້ຂອງລາວ ແລະ ເຊີນອາຈານໄປສອນ, ​ອາຈານຕວານບໍ່ໄດ້ລັ່ງເລໃຈຕອບຮັບຄຳເຊີນ. ການດຳລົງຊີວິດຕົວຄົນດຽວຢູ່ບ້ານເພິ່ນເມືອງທ່ານນັ້​ນ, ອາຈານຕວານສຸດທີ່ຄິດຮອດບ້ານ ແຕ່ໂຊກດີທີ່ອາ​ໄສເຟສບຸກ, ຊາໂລ, ບັນ​ດາລູກໆເຮືອນໃດກໍຕິດຕັ້ງກ້ອງ ສະ​ນັ້​ໜ​ຍາມໃດອາຈານຕວານກໍສາມາດໂທ ຫຼື ເບິ່ງໜ້າຕາລູກຫຼານເພື່ອບັນເທົາຄວາມຄິດຮອດ. ທ້າຍເດືອນກຸມພາທີ່ຜ່ານມາ, ເມື່ອນັກຮຽນທີ່​ດ່ານັ້ງໄດ້​ເຂົ້າໂຮງຮຽນພາຍຫຼັງການອອນໄລ໌ເປັນໄລຍະເວ​ລາຍາວນານ, ອາຈານຕວານຕື່ນ​ເຕັ້ນ​ດີ​ໃຈເຫັນໃນ​ກ້ອງຟັງຫຼານສາວກ່າວສະບາຍດີແມ່ເພື່ອໄປຮຽນ.

ອາຈານຕວານບອກວ່າ: ຕອນຢູ່ລາວອາຈານບໍ່ຄ່ອຍຈະມີເວລາທີ່​ຈະມາ​ເຫງົາເສົ້າ. ພວກລູກຮັກ, ລູກສິດເກົ່າ ທຽວມາຖາມໄຖ່, ພາອາຈານໄປນີ້ໄປນັ້ນຕະຫຼອດ. ນອກຈາກການສອນຢູ່ສູນແລ້ວ, ອາຈານຕວານ ຍັງເປີດຫ້ອງສອນພາສາຫວຽດໃຫ້ພວກເດັກນ້ອຍທີ່ອາໄສຢູ່ໃກ້​ບ່ອນ​ອາ​ຈານ​ອາ​ໄສ​ຢູ່ຕື່ມອີກ "ພວກເດັກນ້ອຍມາຮຽນນຳຫຼາຍ ແລະ ພວກ​ເຂົາສຸດທີ່ເປັນຕາຮັກ. ແຕ່ລະເທື່ອກັບເມືອຫວຽດນາມ, ອາຈານຈະເອົາເຄື່ອງນຸ່ງ, ເຂົ້າໜົມມາ​ຕ້ອນເດັກນ້ອຍ. ແຕ່ວ່າຊຸດນີ້ພະຍາດລະບາດແຮງຫຼາຍ ຕ້ອງໄດ້ພັກຮຽນຊົ່ວຄາວ. ພວກເດັກນ້ອຍມາຫຼິ້ນມາອ້ອນວ່າ: “ອາຈານສອນນ້ອງແດ່” ແຕ່ອາຈານບໍ່ກ້າສອນ”, ອາຈານຕວານເລົ່າສູ່ຟັງ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ