ຍສໝ - ນີ້ແມ່ນປີີທີ 19 ຢ່າງລຽນຕິດ, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍໂຄງການ ຈົດຊື່ ແລະ ຍື່ນສະເໜີຍ້ອງຍໍຊົມເຊີຍຜູ້ທີ່ດີເລີດເສັງໄດ້ອັນດັບທີ 1 ໄດ້ຮັບການຍ້ອງຍໍຊົມເຊີຍ, ຮັບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ.
ຍສໝ - ໃນກອງປະຊຸມ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງ ການໃນຕອນເຊົ້າມື້ນີ້ 16 ກໍລະກົດ 2018. ສຳລັບກອງປະຊຸມໃນຄັ້ງນີ້ ຈະໄດ້ຮ່ວມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງນະຄອນຫຼວງວຽງຈັນ.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ວັນທີ 23 ມັງກອນ 2020 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສປ ນວ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ພ້ອມດ້ວຍຮອງປະທານ ສປ ນວ ສະມາຊິກສະພາແຫ່ງຊາດ (ສສຊ) ສະມາຊິກສະພາປະຊາຊົນ ນວ (ສສ ນວ) ເຂົ້າຮ່ວມ.
ຍສໝ - ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄັ້ງທີ 12 ສະໄໝທີ VI ຈັດຂຶ້ນວັນທີ 10-11 ກໍລະກົດ 2018 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະປະຈຳພັກ ຄະນະພັກ ນວ ຫົວໜ້າຫ້ອງການ ແລະ ພະແນກການອ້ອມຂ້າງ ນວ ເຂົ້າຮ່ວມ.
ນະຄອນໂຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຊື່ງກັນ ແລະ ກັນໃນຈຸດເວລານີ້ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19.
ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ຂຶ້ນໃນຄ່ຳຄືນວັນທີ 31 ທັນວາ 2019 ທີ່ສວນເຈົ້າອານຸວົງ ໂດນເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ມີການນຳຂັ້ນ ນວ ຮອງລັດຖະມົນຕີ ພະນັກງານ-ລັດຖະກອນ ນັກທຸລະກິດ ແລະ ຊາວ ນະຄອນຫຼວງ ເຂົ້າຮ່ວມຢ່າງເບີກບານມ່ວນຊື່ນ.
ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ.
ວັນທີ 05 ຕຸລາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ໄດ້ມອບເງິນຈຳນວນ 20.000 USD ໃຫ້ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ.
ຍສໝ - ຫວ່າງມໍ່ໆມານີ, ວາລະສານ Travel & Leisure ຫາກໍ່ປະກາດລາງວັນ Asia’s Best Awards 2022. ຢູ່ລາຍການນະຄອນແຖວໜ້າອາຊີຕາເວັນອອກ, ຫວຽດນາມ ມີດ່ານັ້ງຢືນຢູ່ອັນດັບທີ 3, ຮ່າໂນ້ຍຢືນຢູ່ອັນດັບທີ 5 ແລະ ນະຄອນໂຮ່ຈີມິນຢືນຢູ່ອັນດັບທີ 8.
ຍສໝ - ອນຄ່ຳວັນທີ 28 ເມສາ, ຢູ່ເຂດປູ່ສະນີຍະສະຖານແຫ່ງງຊາດພິເສດຄຸ້ມເມືອງເກົ່າ ຮວາລື ແຂວງນິງບິ່ງ, ໄດ້ຈັດໃຫ້ມີລາຍການສະແດງສິລະປະ ສະເຫຼີມສະຫຼອງ 1055 ປີ ແຫ່ງລັດ ດ້າຍໂກຫວຽດ ແລະ ໄຂງານບຸນ ຮວາລື 2023.
ຍສໝ - ນະຄອນໂຮ່ຈີມິນ ໄດ້ກຳນົດເປັນເອກະພາບນັບແຕ່ວັນທີ 16 ພະຈິກ ປະຊາຊົນຈະນຳໃຊ້ ໂປແກຼມ “PC-COVID” ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອເຂົ້າຮ່ວມການເຄື່ອນໄຫວຕ່າງໆ.
ຍສໝ - ລາງວັນ World MICE Awards 2021 ນອນໃນກຸ່ມລາງວັນທີ່ໄດ້ຮັບການຂະຫຍາຍຈາກ World MICE Awards –ລາງວັນທີ່ມີຄວາມເຊື່ອໝັ້ນອັນດັບ 1 ໃນໂລກ.
ຍສໝ - ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ມີຫຼາຍອົງການຈັດຕັ້ງ, ອົງການສື່ມວນຊົນທ່ອງທ່ຽວສາກົນ ຍັງຕີລາຄາ, ຈັດຮ່າໂນ້ຍເຂົ້າກຸ່ມບັນດານະຄອນທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກ.
ຍສໝ - ດ້ວຍອັດຕາ 96,44% ສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ຕອນເຊົ້າວັນທີ 12 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ຍສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນບັນດາການເຄື່ອນໄຫວ, ພິເສດແມ່ນໃນຂົງເຂດຈຸດສຸມຂອງແຕ່ລະເມືອງແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນພາຍຫລັງບັນດາຂໍ້ຈຳກັດການເດີນທາງທີ່ເກີດຈາກໂລກລະບາດ COVID-19 ໄດ້ຜ່ອນຄາຍລົງ.
ຍສໝ - ໄລ່ຮອດວັນທີ 1 ພະຈິກ ມີວິສາຫະກິດກ່ວາ 95% ຢູ່ບັນດາເຂດປຸງແຕ່ງ - ເຂດອຸດສາຫະກຳ ຢູ່ນະຄອນໂຮ່ຈີມິນ ໄດ້ຈົດທະບຽນເຄື່ອນໄຫວຄືນໃໝ່.
ຍສໝ - ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.
ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກັບນະຄອນຫຼວງ ວຽງຈັນ ກ່ຽວກັບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະແດງຄວາມປິຕິຊົມຊື່ນ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ສະຫາຍ ຫງວຽນວັນເນັນ ເນັ້ນໜັກວ່າ ບັນດາການຢ້ຽມຢາມ, ເຮັດວຽກຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະທີ່ຜ່ານມາ ສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 8 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຟ້ານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ພົບປະສົນທະນາກັບທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ