ຈົດ​ຊື່​ 90 ຄົນທີ່​ເສັງ​ໄດ້​ອັນ​ດັບ​ທີ 1 ຢູ່ ວັນ​ມຽ​ວ - ກວັກ​ຕື​ຢາມ ເຂົ້າ​ໃນ​ປຶ້ມ​ຄຳ

06:09 | 22/11/2021

ຍ​ສ​ໝ - ນີ້​ແມ່ນ​ປີີ​ທີ 19 ຢ່າງ​ລຽນ​ຕິດ, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ໂຄ​ງ​ການ ຈົດ​ຊື່ ແລະ ຍື່ນສະເໜີ​ຍ້ອງ​ຍໍ​ຊົມ​ເຊີຍ​ຜູ້​ທີ່ດີເລີດເສັງໄດ້​ອັນ​ດັບ​ທີ 1 ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ, ຮັບ​ໃບ​ຍ້ອງ​ຍໍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ.

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9 ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ
ຈົດ​ຊື່​ 90 ຄົນທີ່​ເສັງ​ໄດ້​ອັນ​ດັບ​ທີ 1 ຢູ່ ວັນ​ມຽ​ວ - ກວັກ​ຕື​ຢາມ ເຂົ້າ​ໃນ​ປຶ້ມ​ຄຳ
​ພິ​ທີ​ຈົດ​ຊື່​ 90 ຄົນທີ່​ເສັງ​ໄດ້​ອັນ​ດັບ​ທີ 1 ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງ ເຂົ້າ​ໃນ​ປຶ້ມ​ຄຳ (ພາບ: TTXVN)

ຫວ່າງແລ້ວນີ້, ໄດ້​ດຳ​ເນີນ​ພິ​ທີ​ຈົດ​ຊື່​ 90 ຄົນທີ່​ເສັງ​ໄດ້​ອັນ​ດັບ​ທີ 1 ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງ ເຂົ້າ​ໃນ​ປຶ້ມ​ຄຳ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຜູ້​ເສັງ​ໄດ້​​ອັນ​ດັບ​ທີ 1 ຈົດ​ ​ຊື່, ຜົນ​ງານ​ຂອງຕົນ ເພື່ອ​ໃຫ້​ຄົນ​ລຸ້ນ​ຕໍ່ໆ​ໄປ​ປະ​ຕິດ​ຕາມ​ແບບ​ຢ່າງ​ໃນ​ການ​ຮ່ຳ​ຮຽນ, ສືບ​ຕໍ່​ສືບ​ທອດ, ເສີມ​ຂະ​ຫ​ຍາຍ​ມູນ​ເຊື້​ອ​ອັນ​ລ້ຳ​ຄ່າ​ຂອງຊາດ.

ໃນ​ນັ້ນ​ມີ ມີຫຼາຍ​ບຸກ​ຄົນ​ແມ່ນ​ສະ​ມາ​ຊິກ​ພັກ​ດີ​ເດັ່ນ, ພະ​ນັງ​ງານ​ຄະນະຊາວ​ໜຸ່ມ, ກອງ​ເຍົາ​ວະ​ຊົນ​ທີ່​ຕັ້ງ​ໜ້າ, “ນັກ​ສຶກ​ສາ 5 ດີ”, ແບບ​ຢ່າງ​ກ່ຽວ​ກັບ​ການ​ບືນ​ຕົວຂຶ້ນ​ຜ່ານ​ຜ່າ​ຄວາ​ມ​ຫຍຸ້ງ​ຍາກ, ເຈົ້າຂ​ອງ​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຫົວ​ຂໍ້, ຂໍ້​ລິ​ເລີ່ມ, ວິ​ທີ​ການ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ຍາດ​ໄດ້​ບັນ​ດາ​ລາງວັນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ນີ້​ແມ່ນ​ປີີ​ທີ 19 ຢ່າງ​ລຽນ​ຕິດ, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ໂຄ​ງ​ການ ຈົດ​ຊື່ ແລະ ຍື່ນສະເໜີ​ຍ້ອງ​ຍໍ​ຊົມ​ເຊີຍ​ຜູ້​ທີ່ດີເລີດເສັງໄດ້​ອັນ​ດັບ​ທີ 1 ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ, ຮັບ​ໃບ​ຍ້ອງ​ຍໍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.