ພັດທະນາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້ເປັນຕົວເມືອງສີຂຽວ

16:30 | 24/01/2020

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ (ສປ ນວ) ຊຸດ​ທີ I ວັນ​ທີ 23 ມັງ­ກອນ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ປະ­ທານ ສປ ນວ ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຮອງ​ປະ­ທານ ສປ ນວ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນວ (ສສ ນວ) ເຂົ້າ​ຮ່ວມ.

ພັດທະນາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້ເປັນຕົວເມືອງສີຂຽວ

ພາບປະກອບ

ສຳ­ລັບ​ມື້​ທີ 4 ນີ້ ໄດ້​ຮັບ​ຟັງ​ລາຍ​ງານ​ຜົນ​ການ​ປະ​ເມີນ ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ບຸ​ຄະ­ລາ​ກອນ​ດຳ­ລົງ​ຕຳ­ແໜ່ງ ທີ່ ສປ ນວ ເລືອກ​ຕັ້ງ ແລະ ຮັບ­ຮອງ​ເອົາ​ການ​ແຕ່ງ­ຕັ້ງ ຮ່າງ​ມະ­ຕິ​ວ່າ​ດ້ວຍ​ການ​ຮັບ­ຮອງ​ເອົາ ການ​ປະ​ເມີນ​ບຸ​ຄະ­ລາ​ກອນ​ດຳ­ລົງ​ຕຳ­ແໜ່ງ​ທີ່ ສປ ນວ ເລືອກ​ຕັ້ງ ແລະ ຮັບ­ຮອງ​ເອົາ​ການ​ແຕ່ງ­ຕັ້ງ ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ປະ​ເມີນ​ຫົວ­ໜ່ວຍ​ລາ­ຄາ​ທີ່​ດິນ​ທົ່ວ ນວ ແລະ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ພັດ­ທະ­ນາ ນວ ໃຫ້​ເປັນ​ຕົວ​ເມືອງ​ສີ­ຂຽວ.

ເມືອງ​ຈັນ­ທະ​ບູ​ລີ ມີ 30 ບ້ານ ໄດ້​ກຳ­ນົດ​ເຂດ​ປະ​ເມີນ​ລາ­ຄາ​ທີ່​ດິນ​ປະ­ກອບ​ມີ: ເຂດ​ອະ­ນຸ​ຮັກ​ເມືອງ­ເກົ່າ ເຂດ​ຕົວ​ເມືອງ ແລະ ອ້ອມ​ຂ້າງ​ຕົວ​ເມືອງ ຄື: ບ້ານ​ວັດ​ຈັນ ມີ​ໄຊ ທີ່​ຕິດ​ກັບ​ຖະ­ໜົນ​ສາຍ​ຫຼັກ ຄື: ຖະ­ໜົນ​ຂຸນ​ບູ­ລົມ ເສດ​ຖາ​ທິ​ລາດ ເຈົ້າ­ຟ້າ​ງຸ່ມ ເຈົ້າ​ອາ​ນຸ​ວົງ ແລະ ຖະ­ໜົນ​ດອນ​ຈັນ ບ້ານ​ຊຽງ​ຍືນ ຖະ­ໜົນ​ຂຸນ​ບູ­ລົມ ເສດ​ຖາ​ທິ​ລາດ ເຈົ້າ­ຟ້າ​ງຸ່ມ ດອນ​ຈັນ ສາມ​ແສນ​ໄທ ມະ­ໂຫ­ສົດ ລ້ານ​ຊ້າງ ບ້ານ​ຫາຍ​ໂສກ ຖະ­ໜົນ​ເຈົ້າ​ອາ​ນຸ​ວົງ ຖະ­ໜົນ​ຂຸນ​ບູ­ລົມ ເສດ​ຖາ​ທິ​ລາດ ສາມ​ແສນ​ໄທ ບ້ານ​ອາ​ນຸ ຖະ­ໜົນ​ເຈົ້າ​ອາ​ນຸ​ວົງ ຂຸນ​ບູ­ລົມ ເສດ​ຖາ​ທິ​ລາດ ບ້ານ​ສີ​ຫອມ ຖະ­ໜົນ​ສາມ​ແສນ​ໄທ ສຸ​ພາ­ນຸ​ວົງ ອາ​ຊຽນ ລາ­ຄາ 6,5 ລ້ານ​ກີບ​ຕໍ່​ຕາ​ແມັດ ສ່ວນ​ຖະ­ໜົນ​ສາຍ​ເຊື່ອມ ລາ­ຄາ 4,8 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 3,2 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ດັ່ງ​ເດີມ ຫຼື ບໍ່​ມີ​ທາງ 1,6 ລ້ານ​ກີບ​ຕໍ່​ຕາ​ແມັດ ບ້ານ​ຫັດ­ສະ­ດີ ເຂດ​ທີ່​ຕິດ​ກັບ​ຖະ­ໜົນ​ລ້ານ​ຊ້າງ ຂຸນ​ບູ­ລົມ ຖະ­ໜົນ​ຫັດ­ສະ­ດີ ລາ­ຄາ 6,8 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 5,1 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 3,4 ລ້ານ​ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 1,7 ລ້ານ​ກີບ​ຕໍ່​ຕາ​ແມັດ ບ້ານ​ສາຍ​ລົມ ຖະ­ໜົນ​ສາຍ​ລົມ ດົງ​ປ່າ​ລານ ຂຸນ​ບູ­ລົມ ບ້ານ​ຂົວ​ຫຼວງ ຖະ­ໜົນ​ສາມ​ແສນ​ໄທ ຂຸນ​ບູ­ລົມ ອາ​ຊຽນ ບ້ານ​ທົ່ງ​ຕູມ ຮ່ອງ​ຄ້າ ທົ່ງ​ຂັນ​ຄຳ ດົງ​ໝ້ຽງ ສີ​ສະ­ຫວາດ ສີ­ດຳ​ດວນ ຖະ­ໜົນ​ອາ​ຊຽນ ເຈົ້າ​ອາ​ນຸ​ວົງ ສະ­ຫວ່າງ ບ້ານ​ສີ​ບຸນ​ເຮືອງ ຖະ­ໜົນ P3 ອາ​ຊຽນ ລາ­ຄາ 6,5 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 4,8 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 3,2 ລ້ານ​ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 1,6 ລ້ານ​ກີບ​ຕໍ່​ຕາ​ແມັດ ສ່ວນ​ເຂດ​ທີ່​ຕິດ​ກັບ​ຖະ­ໜົນ ໄກ­ສອນ ພົມ­ວິ­ຫານ ລາ­ຄາ 6,2 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 4,6 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 3,1 ລ້ານ​ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 1,5 ລ້ານ​ກີບ​ຕໍ່​ຕາ​ແມັດ ບ້ານ​ຮ່ອງ​ແຊງ ຖະ­ໜົນ P3 ລາ­ຄາ 5,8 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 4,3 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 2,9 ລ້ານ​ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 1,4 ລ້ານ​ກີບ​ຕໍ່​ຕາ​ແມັດ ບ້ານ​ຮ່ອງ​ໄກ່­ແກ້ວ ບ້ານ​ທົ່ງ​ສາງ​ນາງ ຖະ­ໜົນ P3 ລາ­ຄາ 3 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 2,2 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 450.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 180.000 ກີບ​ຕໍ່​ຕາ​ແມັດ ບ້ານ​ທົ່ງ​ສາງ​ນາງ ຖະ­ໜົນ​ສາຍ​ເຊື່ອມ 1,5 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 450.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 180.000 ກີບ​ຕໍ່​ຕາ​ແມັດ ບ້ານ​ສະ­ຫວ່າງ ບ້ານ​ດົງ​ປາ​ແຫຼບ ຖະ­ໜົນ​ສະ­ຫວ່າງ ເຈົ້າ​ອາ​ນຸ​ວົງ ລາ­ຄາ 2 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 1,5 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 350.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 100.000 ກີບ​ຕໍ່​ຕາ​ແມັດ ບ້ານ​ດົງ​ປາ​ແຫຼບ ຖະ­ໜົນ​ສາຍ​ເຊື່ອມ 700.000 ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 200.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 80.000 ກີບ​ຕໍ່​ຕາ​ແມັດ ບ້ານ​ໂພນ​ຕ້ອງ​ຈອມ​ມະ­ນີ ບ້ານ​ໂພນ​ຕ້ອງ​ສະ­ຫວາດ ຖະ­ໜົນ​ສະ­ຫວ່າງ P3 T4N 2,5 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ເຊື່ອມ 1,5 ລ້ານ​ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 500.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 200.000 ກີບ​ຕໍ່​ຕາ​ແມັດ ບ້ານ​ໂພນ​ສະ­ຫວ່າງ ຖະ­ໜົນ​ສະ­ຫວ່າງ P3 2,5 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ເຊື່ອມ 800.000 ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 200.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 60.000 ກີບ​ຕໍ່​ຕາ​ແມັດ ບ້ານ​ດອນ​ແດງ ໜອງ​ທາ​ເໜືອ ໜອງ​ທາ​ໃຕ້ ຖະ­ໜົນ​ເຈົ້າ​ອາ​ນຸ​ວົງ 1,2 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 800.000 ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 200.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 60.000 ກີບ​ຕໍ່​ຕາ​ແມັດ ບ້ານ​ຫ້ວຍ​ຫົງ ຖະ­ໜົນ​ເຈົ້າ​ອາ​ນຸ​ວົງ 1,2 ລ້ານ​ກີບ​ຕໍ່​ຕາ​ເມັດ ຖະ­ໜົນ T6 1 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 500.000 ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 200.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 50.00 ກີບ​ຕໍ່​ຕາ​ແມັດ ບ້ານ​ບໍ່​ນາ​ງົວ ບ້ານ​ໜອງ​ປີງ ລາ­ຄາ 1 ລ້ານ​ກີບ​ຕໍ່​ຕາ​ແມັດ ຖະ­ໜົນ​ສາຍ​ເຊື່ອມ 600.000 ກີບ​ຕໍ່​ຕາ​ແມັດ ທາງ​ຮ່ອມ 130.000 ກີບ​ຕໍ່​ຕາ​ແມັດ ບໍ່​ມີ​ທາງ 50.000 ກີບ​ຕໍ່​ຕາ​ແມັດ ນອກ​ນີ້​ເມືອງ​ອື່ນໆ​ກໍ​ໄດ້​ມີ​ການ​ກຳ­ນົດ​ເຊັ່ນ​ດຽວ​ກັນ.

ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ໄດ້​ຜ່ານ​ຮ່າງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ປີ 2019 ແລະ ທິດ​ທາງ ປີ 2020 ຂອງ ນວ ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 20 ມັງ­ກອນ 2020 ວ່າ: ປີ 2020 ນວ ໄດ້​ວາງ​ຄາດ­ໝາຍ​ສູ້​ຊົນ ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​ລະ­ດັບ​ສູງ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ເພີ່ມ​ຂຶ້ນ ບໍ່​ໃຫ້​ຫຼຸດ 9,5% ຄາດ​ຄະ­ເນ GDP ໃຫ້​ໄດ້​ໃນ​ລະ­ດັບ 54.080 ຕື້​ກີບ ສະ­ເລ່ຍ​ໃສ່​ຫົວ​ຄົນ 6.120 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 54 ລ້ານ​ກີບ ໃນ​ນີ້ ກະ­ສິ­ກຳ ແລະ ປ່າ­ໄມ້ ເພີ່ມ​ຂຶ້ນ 4,5% ກວມ 14% ອຸດ​ສາ​ຫະ ກຳ ເພີ່ມ​ຂຶ້ນ 12,5% ກວມ 49% ການ​ບໍ­ລິ­ການ ເພີ່ມ​ຂຶ້ນ 10% ກວມ 37% ຂອງ GDP. ຄາດ­ໝາຍ​ຂະ­ແໜງ​ກະ­ສິ­ກຳ ແລະ ປ່າ­ໄມ້ ການ​ຜະ­ລິດ​ເຂົ້າ​ໃຫ້​ບັນ­ລຸ 66.380 ເຮັກ­ຕາ ຄາດ​ຄະ­ເນ​ຜະ­ລິດ​ຕະ​ພາບ​ສະ­ເລ່ຍ 4,68 ໂຕນ​ຕໍ່​ເຮັກ­ຕາ ຜົນ​ຜະ­ລິດ 309.900 ໂຕນ ເນື້ອ­ທີ່​ການ​ຜະ­ລິດ​ພືດ-ຜັກ 10.782 ເຮັກ­ຕາ ຄາດ​ຄະ­ເນ​ຜະ­ລິດ​ຕະ​ພາບ​ສະ­ເລ່ຍ 10,27 ໂຕນ​ຕໍ່​ເຮັກ­ຕາ ຜົນ​ຜະ­ລິດ 110.271 ໂຕນ ເນື້ອ­ທີ່​ປູກ​ໄມ້​ກິນ​ໝາກ 760 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະ­ລິດ 13.945 ໂຕນ ເນື້ອ­ທີ່​ແຜນ­ການ​ປູກ​ສາ­ລີ​ເປັນ​ສິນ­ຄ້າ 1.005 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະ­ລິດ 4.934 ໂຕນ ນອກ​ນີ້ ຍັງ​ຈະ​ຊຸກ­ຍູ້​ໃຫ້​ຊາວ​ກະ​ສິກ​ກອນ ບັນ­ດາ​ຟາມ​ລ້ຽງ​ໝູ​ໃຫ້​ໄດ້​ຂຶ້ນ​ທະ­ບຽນ​ຟາມ​ສັດ ຂະ­ຫຍາຍ​ພັນ​ໝູ​ໃຫ້​ມີ​ຊີ້ນ​ຈຳ­ໜ່າຍ​ບໍ່​ໃຫ້​ຫຼຸດ 360.000 ໂຕ ແລະ ຜະ­ລິດ​ໝູ​ນ້ອຍ​ໃຫ້​ໄດ້ 190.000-200.000 ໂຕ ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສູ້​ຊົນ​ໃຫ້​ມູນ​ຄ່າ​ຜະ­ລິດ​ຕະ​ພັນ​ປຸງ​ແຕ່ງ​ຂະ­ຫຍາຍ­ຕົວ​ຕໍ່​ເນື່ອງ​ບໍ່​ໃຫ້​ຫຼຸດ 12,5% ສູ້​ຊົນ​ເຮັດ​ໃຫ້​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຂະ­ຫຍາຍ­ຕົວ ບໍ່​ໃຫ້​ຫຼຸດ 8% ຂະ­ແໜງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຈະ​ເພີ່ມ​ຄຸນ­ຄ່າ ແລະ ແຍກ​ທາດ ເຊັ່ນ: ບີ​ສະ​ມຸດ ເທ ລູ​ລຽນ ທອງ​ແທ່ງ ເຄິ່ງ​ສຳ­ເລັດ​ຮູບ ຊືນ ສັງ­ກະ­ສີ ແລະ​ອື່ນໆ ເພື່ອ​ສົ່ງ​ອອກ​ໃຫ້​ໄດ້ 200.000 ໂຕນ ສ່ວນ​ຂະ­ແໜງ​ໂຍ­ທາ ແລະ ຂົນ­ສົ່ງ ຈະ​ສຸມ​ໃສ່​ແກ້​ໄຂ​ເສັ້ນ­ທາງ​ຈຸດ​ທີ່​ຫຼໍ່​ແຫຼມ ທາງ​ຂາດ​ໃນ​ຕົວ​ເມືອງ ຂຶ້ນ​ແຜນ​ກໍ່­ສ້າງ​ປ້ອງ​ກັນ​ຕະ​ຝັ່ງ​ເຈື່ອນ ຊອກ​ຫາ​ວິ­ທີ​ແກ້​ໄຂ​ຢ່າງ​ຂາດ​ຕົວ​ບັນ­ຫາ​ນ້ຳ​ຖ້ວມ ສືບ­ຕໍ່​ຂະ­ຫຍາຍ​ນ້ຳ​ປະ­ປາ​ໃຫ້​ໄດ້ 364.000 ແມັດ​ກ້ອນ​ຕໍ່​ມື້ ຕອບ​ສະ­ໜອງ 7 ຕົວ​ເມືອງ ໃຫ້​ໄດ້ 90% ແລະ 1 ເມືອງ​ນອກ​ໃຫ້​ໄດ້ 70%.

(ໄຊພອນ)

ເຫດການ
302 Found

Found

The document has moved here.