ນະ­ຄອນ­ຫຼວງ​ວຽງ​ຈັນ ສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020

18:02 | 02/01/2020

ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ 2019 ແລະ ຕ້ອນ­ຮັບ​ປີ​ໃໝ່​ສາ­ກົນ 2020 ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 31 ທັນ­ວາ 2019 ທີ່​ສວນ​ເຈົ້າ​ອາ​ນຸ​ວົງ ໂດນ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ມີ​ການ​ນຳ​ຂັ້ນ ນວ ຮອງ​ລັດ­ຖະ­ມົນ­ຕີ ພະ­ນັກ­ງານ-ລັດ­ຖະ­ກອນ ນັກ­ທຸ­ລະ­ກິດ ແລະ ຊາວ ນະ­ຄອນ­ຫຼວງ ເຂົ້າ​ຮ່ວມ​ຢ່າງ​ເບີກ­ບານ​ມ່ວນ­ຊື່ນ.

ປະ­ທານ​ຂອງພິທີການສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ແມ່ນ ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ, ຮອງ​ເຈົ້າ​ຄອງ ນະ­ຄອນ­ຫຼວງ​ວຽງ​ຈັນ; ມີ​ການ​ນຳ​ຂັ້ນນະ­ຄອນ­ຫຼວງ​ວຽງ​ຈັນ, ຮອງ​ລັດ­ຖະ­ມົນ­ຕີ ພະ­ນັກ­ງານ-ລັດ­ຖະ­ກອນ, ນັກ­ທຸ­ລະ­ກິດ ແລະ ຊາວນະ­ຄອນ­ຫຼວງ ເຂົ້າ​ຮ່ວມ​ຢ່າງ​ເບີກ­ບານ​ມ່ວນ­ຊື່ນ.

ໃນ​ພິ­ທີ ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ກ່າວ​ວ່າ: ເພື່ອ​ເປັນ​ການ​ກະ­ກຽມ​ໃຫ້­ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສະ­ຖາ­ປະ­ນາ ສປປ ລາວ ຄົບ­ຮອບ 45 ປີ ການ​ສະ­ເຫຼີມ­ສະ­ຫຼອງ​ການ​ເປັນ ນະ­ຄອນ­ຫຼວງ​ວຽງ​ຈັນ ຄົບ­ຮອບ 460 ປີ ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ພັກ ແລະ ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ​ຂອງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ການ​ສະ­ເຫຼີມ­ສະ­ຫຼອງ​ປີ​ທ່ອງ​ທ່ຽວ​ລາວ-ຈີນ ປີ 2019 ກໍ່​ຄື​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ແລະ ການ​ສະ­ເຫຼີມ­ສະ­ຫຼອງ​ປີ​ໃໝ່​ສາ­ກົນ​ກັບ​ບັນ­ດາ​ເພື່ອນ​ມິດ. ດັ່ງ­ນັ້ນ, ມື້­ນີ້ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ 2019 ແລະ ຕ້ອນ­ຮັບ​ປີ​ໃໝ່ 2020 ຂຶ້ນ ນອກ­ຈາກ​ນັ້ນ​ກໍ່​ມີ​ຫຼາຍໆ​ຈຸດ​ທີ່​ໄດ້​ຈັດ​ງານ​ດັ່ງ­ກ່າວ ເປັນ­ຕົ້ນ​ແມ່ນ ຢູ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ບັນ­ດາ​ຫ້າງ​ຮ້ານ ແລະ ຕາມ​ເຮືອນ​ຊານ​ບ້ານ​ຊ່ອງ ຂອງ​ປະ­ຊາ­ຊົນ​ຊາວ ນະ­ຄອນ­ຫຼວງ ກໍ່​ໄດ້​ມີ​ການ​ກະ­ກຽມ​ສະ­ຫຼອງ​ຂຶ້ນ​ຢ່າງ​ມີ​ບັນ​ຍາ ກາດ​ເບີກ­ບານ​ມ່ວນ­ຊື່ນ.

ນະ­ຄອນ­ຫຼວງ​ວຽງ​ຈັນ ສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020

ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີ.

ໃນ​ໜຶ່ງ​ປີ­ຜ່ານ­ມາ ນວ ໄດ້​ເຮັດ​ວຽກ ແລະ ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ​ເປັນ­ຕົ້ນ​ແມ່ນ: ຕິດ​ພັນ​ກັນ​ນັ້ນ​ກໍ່​ໄດ້​ເປີດ​ຂະ​ບວນ​ການ​ແຂ່ງ­ຂັນ “ຮັກ​ຊາດ ແລະ ພັດ­ທະ­ນາ” ຕິດ​ພັນ​ກັບ​ຮັກ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ້ອນ­ຮັບ​ປີ​ທ່ອງ​ທ່ຽວ​ລາວ, ໂດຍ​ປະ­ຕິ­ບັດ​ຕາມ​ວຽກ​ງານ 3 ຫຼຸດ 3 ເພີ່ມ 3 ຂະ​ບວນ​ການ ແລະ 3 ເພື່ອ ໄດ້​ສົມ­ທົບ​ກັບ​ບັນ­ດາ​ເມືອງ​ເພື່ອ​ເຜີຍ­ແຜ່​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019 ແລະ ສ້າງ​ຂະ​ບວນ​ການ​ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ-ສັງ­ຄົມ ໂດຍ​ສະ­ເພາະ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້ ໃນ​ຂົງ­ເຂດ​ການ​ບໍ­ລິ­ການ​ວັດ­ທະ­ນະ­ທຳ-ທ່ອງ​ທ່ຽວ ເພື່ອ​ເປັນ​ເຈົ້າ­ພາບ​ທີ່​ດີ ຕ້ອນ­ຮັບ​ການ­ທ່ອງ­ທ່ຽວ ຢູ່ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຊຸກ­ຍູ້​ບ້ານ​ວັດ­ທະ­ນະ­ທຳ ໃນ​ທົ່ວ ນະຄອນ­ຫຼວງ​ວຽງ​ຈັນ ເພື່ອ​ສ້າງ​ບ້ານ​ແບບ­ຢ່າງ​ໃນ​ການ​ເປັນ​ເຈົ້າ­ພາບ​ທີ່​ດີ.

ຈາກ​ການ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ ເຮັດ​ໃຫ້ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ສະ­ຫງົບ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໂດຍ​ພື້ນ­ຖານ ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ໄດ້​ຮັບ​ການ​ພັດ­ທະ­ນາ​ເຂັ້ມ­ແຂງ​ເປັນ​ກ້າວໆ ຄາດ​ວ່າ GDP ຂອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈະ​ຂະ­ຫຍາຍ­ຕົວ​ໃນ​ລະ­ດັບ 4,5% ສະ­ເລ່ຍ​ລາຍ​ຮັບ​ຕໍ່​ຄົນ 5.700 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 50 ລ້ານ​ກວ່າ​ກີບ ບັນ­ຍາ­ກາດ​ການ​ລົງ­ທຶນ ການ­ທ່ອງ­ທ່ຽວ ຢູ່ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ຟົດ­ຟື້ນ ພິ­ເສດ​ການ​ເກັບ​ລາຍ​ຮັບ​ປີ​ນີ້ ກໍ​ເປັນ​ອີກ​ປີ​ໜຶ່ງ​ທີ່​ລື່ນ​ແຜນ­ການ​ທີ່​ມອບ​ໝາຍ​ໃຫ້ ເຊິ່ງ​ຜົນ­ສຳ­ເລັດ​ຕ່າງໆ​ທີ່​ຍາດ​ມາ​ໄດ້​ນັ້ນ​ແມ່ນ​ເກີດ​ຈາກ​ການ​ເອົາ­ໃຈ­ໃສ່ ຊີ້​ນຳ-ນຳ­ພາ ຂອງ​ສູນ​ກາງ​ພັກ-ລັດ­ຖະ­ບານ ແລະ ການ ປະ­ກອບ­ສ່ວນ​ຂອງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ. ໃນ​ໂອ­ກາດ​ນີ້​ຂໍ​ເຊີນ­ຊວນ​ບັນ­ດາ​ທ່ານ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຈົ່ງ​ເດີນ­ທາງ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ ສປປ ລາວ ກໍ​ຄືນະ­ຄອນ­ຫຼວງ​ວຽງ​ຈັນ ດ້ວຍ​ຄວາມ​ເບີກ​ມ່ວນ­ຊື່ນມາ​ສຳ­ຜັດ​ໃນ​ຄວາມ​ງາມ​ທາງ​ທຳ​ມະ​ຊາດ ມາ​ຮຽນ​ຮູ້​ປະ­ຫວັດ­ສາດ ມາ​ຊິມ​ຣົດ​ຊາດ​ອາ­ຫານ​ເອ­ກະ­ລັກ​ວຽງ​ຈັນ ແລະ ມາ​ສຳ­ຜັດ​ກັບ​ມົນ​ສະ­ເໜ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ-ໄມ​ຕຣີ​ຈິດ​ມິດ­ຕະ­ພາບ​ອັນ​ດູດ­ດື່ມ​ຈາກ​ຊາວ ນະ­ຄອນ­ຫຼວງ​ວຽງ​ຈັນ.

ພາຍ​ໃນ​ງານ​ສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ 2019 ຕ້ອນ­ຮັບ​ປີ​ໃຫມ່ 2020 ໄດ້​ມີ​ການ­ສະ­ແດງ​ສິ­ລະ​ປະຮ້ອງ­ເພງ ຟ້ອນ ທີ່​ສະ­ແດງ​ເຖິງ​ວັດ­ທະ­ນະ­ທຳ​ທີ່​ເປັນ​ເອ­ກະ­ລັກ​ສະ­ເພາະ​ຂອງ​ລາວ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.