ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ”

16:30 | 11/10/2021

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ.

Project Vietnam Foundation ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ Project Vietnam Foundation ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ
ງານ​ວາງ​ສະ​ແດງ​ທາງ​ໄກ “ຄວາມ​ຊົງ​ຈຳ​ຮ່າ​ໂນ້ຍ” ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ ງານ​ວາງ​ສະ​ແດງ​ທາງ​ໄກ “ຄວາມ​ຊົງ​ຈຳ​ຮ່າ​ໂນ້ຍ” ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ
ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ”
ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ”. ພາບ: TTXVN

ຕອຍເຊົ້າວັນທີ 9 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ແລະ ສູນສະຫວັດດີການສັງຄົມນະຄອນ ໂຮ່ຈີມິນ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ປີ 2021 ແລະ ເປີດຕົວ ໂຄງການ “ນະຄອນໄມຕີຈິດ- ເຊື່ອມຕໍ່ຄວາມຮັກແພງ” ດ້ວຍໂປແກຼມສະຫວັດດີການສັງຄົມຂອງ ສູນຊ່ວຍເຫຼືອສະຫວັດດີການສັງຄົມ ນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ. ໃນໄລຍະທີ່ຜ່ານມາ, ບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກຢູ່ນະຄອນໂຮ່ຈີມິນ ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນຈາກທົ່ວສັງຄົມ, ບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ.

ຜ່ານນັ້ນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ ເບິ່ງແຍງດູແລ ເພື່ອຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນະຄອນ, ປະກອບສ່ວນຢ່າງແທດຈິງເຂົ້າການປະຕິບັດໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

ທ່ານນາງ ໂຕທິບິກເຈົາໄດ້ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນ, ໃຈກູ້ສົນ, ຮ່ວມແຮ່ງມຮ່ວມໃຈຊ່ວຍເຫຼືອ ປະຊາຊົນທຸກຊັ້ນຄົນ, ວິສາຫະກິດ, ນັກທຸລະກິດ,ອົງການຈັດຕັ້ງ, ໜ່ວຍງານ, ຜູ້ໃຈບຸນໃຈກູ້ສົນ ຫວຽດນາມ ຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອຜູ້ທຸກຍາກ, ເດັກນ້ອຍກຳພ້າ, ຜູ້ມີຄວາມສ່ຽງສູງ… ມີເງື່ອນໄຂເພື່ອ ກັບຄືນສູ່ສະພາບປົກກະຕິໂດຍໄວ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດການເປັນຢູ່.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.