ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຄົ້ນຄວ້າ ແລະ ພິຈາລະນາບັນຫາສຳຄັນ

10:11 | 12/07/2018

ຍ​ສ​ໝ - ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຈັດ​ຂຶ້ນ​ວັນ​ທີ 10-11 ກໍ­ລະ­ກົດ 2018 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ພັກ ນວ ຫົວ­ໜ້າ​ຫ້ອງ­ການ ແລະ ພະ­ແນກ­ການ​ອ້ອມ​ຂ້າງ ນວ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຄົ້ນຄວ້າ ແລະ ພິຈາລະນາບັນຫາສຳຄັນ

​ບັນ​ຍາ​ກາດກອງ​ປະ​ຊຸມ. (ພາບ: ເຟ​ສ​ບຸກ ວຽງ​ຈັນໃໝ່)

ໂອ­ກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່​ເຊື່ອມ​ຊຶມ​ກ່ຽວ​ກັບ​ມະ­ຕິ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 6 ສະ­ໄໝ​ທີ X ວ່າ​ດ້ວຍ​ການ​ຍົກ​ສູງ​ປະ­ສິດ­ທິ­ພາບ​ຄຸ້ມ​ຄອງ​ລັດ​ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ​ກົດ­ໝາຍ ແລະ ແຜນ​ວຽກ​ຈຸດ​ສຸມ​ຂອງ​ລັດ­ຖະ­ບານ ລວມ​ທັງ​ເອ­ກະ­ສານ​ສຳ­ຄັນ​ຂອງ​ສະ­ພາ​ແຫ່ງ​ຊາດ ເປັນ­ຕົ້ນ ແມ່ນ​ຮ່າງ​ມະ­ຕິ​ກອງ​ປະ­ຊຸມ​ສະ­ພາ ວ່າ​ດ້ວຍ​ການ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ປະ­ຈຳ 4 ເດືອນ​ຜ່ານ​ມາ ການ​ຄາດ​ຄະ­ເນ​ການ​ປະ­ຕິ­ບັດ​ແຜນ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2018 ແລະ ຮ່າງ​ມະ­ຕິ​ກອງ​ປະ­ຊຸມ​ສະ­ພາ​ວ່າ​ດ້ວຍ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ຮອດ​ປີ 2030.

ນອກ­ຈາກ​ນີ້ ໄດ້​ຮັບ​ຟັງ​ການ​ລາຍ​ງານ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ສະ­ພາບ​ການ​ອັນ​ພົ້ນ​ເດັ່ນ​ໃນ​ການ​ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຮອບ­ດ້ານ ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ ແລະ ແຜນ​ວຽກ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2018 ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ບົດ​ລາຍ​ງານ​ຂອງ​ອົງ­ການ​ປົກ­ຄອງ ນວ ທີ່​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 5 ຂອງ​ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ I ແລະ ບົດ​ລາຍ​ງານ​ຂອງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ຜົນ​ຂອງ​ການ​ບໍ­ລິ­ຫານ​ງານ​ໃນ​ໄລ­ຍະ​ເຄິ່ງ​ສະ­ໄໝ ແລະ ແຜນ​ວຽກ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2018 ແລະ ການ​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຮຽກ​ການ​ລົງ­ທຶນ ໂດຍ​ສະ­ເພາະ ແມ່ນ​ໂຄງ­ການ​ສະ­ເໜີ​ຂໍ​ສຳ​ປະ­ທານ​ທີ່​ດິນ​ໃນ​ເຂດ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈຳ­ນວນ 100 ເຮັກ­ຕາ ຂອງ​ກຸ່ມ​ບໍ­ລິ­ສັດ ພົງ​ສະ­ຫວັນ ຈຳ­ກັດ ແລະ ຄະ­ນະ​ຮັບ­ຜິດ­ຊອບ​ຊີ້​ນຳ​ການ​ລົງ​ຕິດ­ຕາມ ກວດ­ກາ ແລະ ຊຸກ­ຍູ້​ການ​ດຳ­ເນີນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ MOU ເພື່ອ​ເກັບ​ກຳ​ຂໍ້​ມູນ​ອອກ​ແບບ ແລະ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລົງ­ທຶນ​ພັດ­ທະ­ນາ​ໂຄງ­ການ​ຕ່າງໆ​ຢູ່​ນິ­ຄົມ​ອຸດ­ສາ­ຫະ­ກຳ ນວ ແລະ ໂຄງ­ການ​ກໍ່­ສ້າງ​ວາງ​ລະ­ບົບ​ທໍ່​ແຈກ​ຂອງ​ພື້ນ​ທີ່​ບໍ­ລິ­ການ ເມືອງ​ຫາດ​ຊາຍ​ຟອງ ທີ່​ມີ​ຄວາມ​ຍາວ​ທັງ​ໝົດ 100 ກິ­ໂລ­ແມັດ (ຮູບ​ແບບ EPC) ມູນ​ຄ່າ 12.864.346 ໂດ​ລາ​ສະ­ຫະ­ລັດ ທີ່​ສະ­ເໜີ​ໂດຍ ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ ພະ​ແນກ​ແຜນ­ການ-ການ​ລົງ­ທຶນ ພະ­ແນກ­ການ​ເງິນ ພະ​ແນກ​ໂຍ­ທາ​ທິ​ການ-ຂົນ­ສົ່ງ ນວ ແລະ ເມືອງ​ຫາດ​ຊາຍ​ຟອງ ເພື່ອ​ແນ­ໃສ່​ເຮັດ​ໃຫ້​ພື້ນ­ຖານ​ໂຄງ​ລ່າງ​ຂອງ ນວ ໄດ້​ຮັບ​ການ​ປັບ­ປຸງ ແລະ ພັດ­ທະ­ນາ​ຍົກ​ລະ­ດັບ​ດີ​ຂຶ້ນ​ເປັນ​ກ້າວໆ.

(ແຫຼ່ງ​ຂໍ້​ມູນ​: ນ​ສ​ພ.ວຽງ​ຈັນ​ໃໝ່)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.