ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ ຈັດ​ການ​ໂອ້​ລົມ​ສົນ​ທະ​ນາແບ​ບ​ທາງ​ໄກ

17:53 | 21/10/2021

ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກັບນະຄອນຫຼວງ ວຽງຈັນ ກ່ຽວກັບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະແດງຄວາມປິຕິຊົມຊື່ນ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ສະຫາຍ ຫງວຽນວັນເນັນ ເນັ້ນໜັກວ່າ ບັນດາການຢ້ຽມຢາມ, ເຮັດວຽກຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະທີ່ຜ່ານມາ ສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ
ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ ຈັດ​ການ​ໂອ້​ລົມ​ສົນ​ທະ​ນາແບ​ບ​ທາງ​ໄກ

ການໂອ້ລົມສົນທະນາແບບທາງໄກ ລະຫວ່າງ ນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ.(ພາບ: thanhuytphcm.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 247 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ລາຍການພາກພາສາລາວ ໄດ້ຮັບ ຈົດໝາຍ 13 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ

ເພື່ອນ ອານຸສິດ ສີບຸນເຮືອງ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ໂດຍໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວຫຼາຍມື້ເຮັດໃຫ້ເກີດ ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງ ຢູ່ແຂວງ ເຊີນລາ, ອຽນບ໊າຍ, ຮ່ວາບີງ ແລະ ແທງຮວາ ຂອງ ຫວຽດນາມ, ພິເສດແມ່ນ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຢູ່ຕາມແຂວງດັ່ງກ່າວນັ້ນ. ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງປະຊາຊົນ ຫວຽດນາມ ອ້າຍນ້ອງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ ພວກຂ້າພະເຈົ້າຫວັງວ່າ ປະຊາຊົນ ຫວຽດນາມ ອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ ”.

ພວກຂ້າພະເຈົ້າຂໍຂອບໃຈເພື່ອນ ອານຸສິດ ສີບຸນເຮືອງ ແລະ ເພື່ອນມິດທີ່ຢູ່ທາງປະເທດ ລາວ ທີ່ໄດ້ເອົາໃຈໃສ່ຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງປັນ, ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຢູ່ເຂດປະສົບກັບໄພທຳມະຊາດຢູ່ແຂວງທາງພາກເໜືອ ຫວຽດນາມ ແຫວ່ງແລ້ວນີ້.

ລຸງ ສົມເພັດ ຈັນທະວົງຢູ່ແຂວງວຽງຈັນ ເພິ່ນເປັນນັກຮົບເກົ່າລາວໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 – 30/10/2021). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດທີ່ສຸດເຖິງອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ. ທະຫານປະເທດລາວກໍ່ຄືປະຊາຊົນລາວຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່, ສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະປະຊາຊົນລາວ ໃນຊຸມເດືອນປີເກີດສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາສຶກສາອົບຮົມ ໃຫ້ຄົນລຸ້ນຫລັງເຂົ້າໃຈຢ່າງຈະແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ລຸງ ສົມເພັດ ຈັນທະວົງ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳແບ່ງປັນຂອງລຸງທີ່ມີຕໍ່ລາຍການ ກໍ່ຄືຄຳອວຍພອນອັນປະເສີດທີ່ສະຫງວນໃຫ້ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ຂໍໃຫ້ລຸງມີສຸຂະພາບແຂງແຮງ, ສືບຕໍ່ມີການອຸທິດສ່ວນເພື່ອສ້າງສາຍພົວພັນມິດຕະພາບດັ່ງກ່າວນີ້ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນຂຶ້ນຕື່ມ.

ເພື່ອນ ພອນສະຫວັນ ພວມດຳລົງຊີວິດ ຢູ່ນະຄອນວຽງຈັນ ໄດ້ສົ່ງຂໍ້ຄວາມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້ິ້: ອາທິດຜ່ານມາ, ເມື່ອອ່ານຂ່າວໃນເວັບໄຊ vovworld.vn ຂ້າພະເຈົ້າໄດ້ຮູ້ວ່່ານະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນໄດ້ຈັດການໂອ້ລົມສົນທະນາແບບທາງໄກ, ຢາກໃຫ້ທາງລາຍການສະໜອງຂໍ້ມູນກ່ຽວກັບການໂອ້ລົມດັ່ງກ່າວໃຫ້ແກ່ຂ້າພະເຈົ້າຮູ້ຕື່ມອີກແດ່? ຂໍ້ຂອບໃຈ.

ເພື່ອນພອນສະຫວັນທີ່ຮັກແພງ! ການໂອ້ລົມສົນທະນາ ທາງໄກ ແລະ ພິທີລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ (ປະເທດລາວ) ໄດ້ດຳເນີນໃນ ຕອນເຊົ້າວັນທີ 15 ຕຸລາ ທີ່ຜ່ານມາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກັບນະຄອນຫຼວງ ວຽງຈັນ ກ່ຽວກັບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະແດງຄວາມປິຕິຊົມຊື່ນ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ສະຫາຍ ຫງວຽນວັນເນັນ ເນັ້ນໜັກວ່າ ບັນດາການຢ້ຽມຢາມ, ເຮັດວຽກຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະທີ່ຜ່ານມາ ສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ສ່ວນ ທ່ານ ອະນຸພາບ ຕຸລາລົມ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ໄດ້ຕາງໜ້າໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ວຽງຈັນ, ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ ໂຮ່ຈີມິນ ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກຢູ່ ແຕ່ກໍ່ຍັງແບ່ງປັນ ຊ່ວຍເຫຼືອນະຄອນຫຼວງ ວຽງຈັນ ເພື່ອປ້ອງກັນ, ຕ້ານໂລກລະບາດໃນໄລຍະທີ່ຜ່ານມາ.

ສິ້ນສຸດການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະເພີ່ມທະວີແລກປ່ຽນຄະນະຜູ້ແທນ, ໝູນໃຊ້ຮູບການທາງໄກໃນວົງກ້ວາງ, ເພີ່ມທະວີການພົວພັນແລກປ່ຽນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ໂຄງການລົງທຶນ, ດຳເນີນທຸລະກິດຂອງແຕ່ລະຝ່າຍ. ນອກຈາກນັ້ນ, ນະຄອນໂຮຈີມິນ ຍັງສືບຕໍ່ສະໜອງທຶນການສຶກສາລະດັບປະລິນຍາຕີ, ປະລິນຍາໂທ, ຊຸກຍູ້ການບຳລຸງສ້າງ, ຍົກສູງວິຊາສະເພາະ ຂອງ ພະແນກ, ຂະແໜງການຂອງນະຄອນຫຼວງວຽງຈັນຕື່ມອີກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວ[email protected].

vovworld.vn

ເຫດການ
302 Found

Found

The document has moved here.