ກອງປະຊຸມສະພາ ນະ​ຄອນ​ຫຼວງວຽງ​ຈັນ ຊຸດທີ I

16:41 | 16/07/2018

ຍ​ສ​ໝ - ໃນກອງປະຊຸມ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງ ການໃນຕອນເຊົ້າມື້ນີ້ 16 ກໍລະກົດ 2018. ສຳລັບກອງປະຊຸມໃນຄັ້ງນີ້ ຈະໄດ້ຮ່ວມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງນະຄອນຫຼວງວຽງຈັນ.

ກອງປະຊຸມສະພາ ນະ​ຄອນ​ຫຼວງວຽງ​ຈັນ ຊຸດທີ I

ກອງປະຊຸມຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນະຄອນຫຼວງວຽງຈັນ. (ພາບ: ເຟ​ສ​ບຸກ)

ໃນກອງປະຊຸມ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງ ການໃນຕອນເຊົ້າມື້ນີ້ 16 ກໍລະກົດ 2018. ສຳລັບກອງປະຊຸມໃນຄັ້ງນີ້ ຈະໄດ້ຮ່ວມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງນະຄອນຫຼວງວຽງຈັນ ດັ່ງນີ້:

ໜຶ່ງ ແມ່ນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2018; ສອງ ແມ່ນ ພິຈາລະນາ ແລະ ຮັບຮອງເອົາໂຄງການຮຽກການລົງທຶນກ່ຽວກັບການຂໍສໍາປະທານທີ່ດິນ ຈໍານວນ 100 ເຮັກຕາຢູ່ເຂດນິຄົມອຸດສາຫະກໍານະຄອນຫຼວງວຽງຈັນ ເພື່ອພັດທະນາເປັນເມືອງທັນສະໄໝ, ສູນການຄ້າ ແລະ ເຂດອຸດສາຫະກຳສະອາດ; ສາມ ແມ່ນ ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໃຫວ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ ຂອງຄະນະປະຈຳ ສະພາປະຊາຊົນ ນະ​ຄອນ​ຫຼວງວຽງ​ຈັນ; ສີ່ ແມ່ນ ພິຈາລະນາ ແລະ ຮັບຮອງເອົານິຕິກໍາ ຈໍານວນ 2 ສະບັບ ຄື:
ສະ​ບັບທີໜຶ່ງ​ແມ່ນ ຮ່າງຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງ ວ່າດ້ວຍການກໍານົດຫົວໜ່ວຍລາຄາທົດແທນຄ່າເສຍຫາຍໃຫ້ຜູ້ຖຶກຜົນກະ ທົບຈາກໂຄງການກໍ່ສ້າງທາງດ່ວນວຽງຈັນ; ສະ​ບັບ​ທີ​ສອງ​ແມ່ນ ຮ່າງຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງ ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດເຫດ ແລະ ຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວນະຄອນຫຼວງ.

ນອກນັ້ນ ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I , ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຂອງນະຄອນຫຼວງວຽງຈັນ ຍັງໄດ້ລາຍຜົນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ -ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ບາງມາດຕະການ ເພື່ອສືບຕໍ່ຕັດຕັ້ງປະຕິບັດຄາດໝາຍ 6 ເດືອນທ້າຍປີ 2018 ວ່າ: ໃນ 6 ​ເດືອນ​ຕົ້ນປີ ເສດຖະກິດນະຄອນຄອນຫຼວງວຽງຈັນ​ໄດ້​ສືບຕໍ່ຂະຫຍາຍຕົວ​ໃນ​ທ່ວງທ່າ​ທີ່​ດີ ​ແລະ ມີ​ການ​ລົງທຶນ​ຄຶກຄື້ນ, ຕົວ​ເລກ​ການ​ອະນຸມັດ​ການ​ລົງທຶນ​ເຖິງ 8.4456,55 ຕື້​ກີບ ​ເທົ່າ​ກັບ 54% ຂອງ​ແຜນການ​ປີ (15.500 ຕື້​ກີບ). ​ໃນ​ນັ້ນ ການ​ລົງທຶນ​ຂອງ​ລັດ (ບ້ວງ​ທຶນ​ປົກກະຕິ) ປະຕິບັດ​ໄດ້ 224 ​ໂຄງການ, ມູນ​ຄ່າ 42,776 ຕື້​ກີບ, ​ເທົ່າ​ກັບ 44,79% ຂອງ​ແຜນການ (95,48 ຕື້​ກີບ); ບ້ວງ​ທຶນ​ພັດທະນາ​ຊົນນະບົດ ປະຕິບັດ​​ໄດ້ 8 ​ໂຄງການ ມູນ​ຄ່າ 4,25 ຕື້​ກີບ ​ເທົ່າ​ກັບ 96,59% ຂອງ​ແຜນການ (4,4 ຕື້​ກີບ); ການ​ລົງທຶນ​ໃນ​ກິດຈະກຳ​ສຳ​ປະທານ 3 ​ໂຄງການ ຄື: ​ໂຄງການ​ບລິການ​ບໍລິ​ເວນ​ຫາດ​ຊາຍ​ແຄມ​ຂອງຫາດ​ດອນ​ຈັນ, ​ໂຄງການ​ຜະລິດ​ພະລັງງານ​ໄຟຟ້າ​ຈາກ​ແສງຕາ​ເທິງໜ້ານ້ຳທີ່​ມີ​ກຳລັງ​ຕິດຕັ້ງ 14 MW ຢູ່ໜອງນ້ຳ​ເຂດ​ບ້ານໜອງ​ແຫ້ວ ​ແລະ ໜອງນ້ຳ​ເຂດ​ບ້ານ​ນາ​ໄຮ່ ​ເມືອງ​ຫາດ​ຊາຍຟອງ.

​ພ້ອມນັ້ນ ກໍ່ມີຫຼາຍ​ໂຄງການ​ລົງທຶນ​ເມື່ອ​ກ່ອນ ​ໄດ້​ເປີດ​ບໍລິການ​ແລ້ວ​ຄື: ​ໂຄງການ​ຕະຫຼາດທົ່ງ​ຂັນ​ຄຳ, ສູນ​ການ​ຄ້າ​ຕະຫຼາດ ທາດຫຼວງ, ສູນ​ການ​ຄ້າ​ສາກົນ​ເວີລ​ເທດ​ເຊັນ​ເຕີ ​ແລະ ປັດຈຸບັນ ຍັງ​ມີ​ນັກ​ລົງທຶນ​ສະ​ເໜີ​ເຈດ​ຈຳນົງ​ຂໍ​ລົງທຶນ​ໃສ່ 2 ​ໂຄງການ​ໃຫຍ່​ຄື: ​ໂຄງການ​ກໍ່ສ້າງ​ສູນ​ວາງສະ​ແດງ ​ແລະ ຈຳໜ່າຍວັດ​ສະ​ດຸກໍ່ສ້າງ​ໃໝ; ​ໂຄງການ​ເມືອງ​ອັດສະລິຍະ (smart city) ຂອງ​ກຸ່ມ​ບໍລິສັດ​ພົງ​ສະຫວັນ ​ແລະ ​ໂຄງການ​ສ້າງ​ເຂດ​ກະສິກຳ​ເພື່ອ​ສົ່ງ​ອອກຢູ່​ເຂດ​ນິຄົມ​ອຸດສາຫະກຳ ນະ​ຄອນ​ຫຼວງວຽງ​ຈັນ.

ສຳລັບ​ການ​ລົງທຶນ​ໃນ​ຮູບ​ແບບ​ສິນ​ເຊື່ອ​ຈາກ​ທະນາຄານ ກໍ່​ເປັນ​ພາກສ່ວນ​ທີ່​ສຳຄັນ ​ເຊິ່ງຕາມ​ຂໍ້​ມູນ​ຈາກ 5 ທະນາຄານ (ສົ່ງ​ເສີມ​ກະສິກຳ, ນະ​ໂຍບາຍ, ທຄຕລ, ລາວ​ກໍ່ສ້າງ ​ແລະ ​ເອັສທີ) ​ໄດ້​ປ່ອຍສິນ​ເຊື່ອ​ໃຫ້​ລູກ​ຄ້າ​ຢູ່ ນ.ວ ທັງໝົດ 1.581,28 ຕື້​ກີບ, ​ເທົ່າ​ກັບ 50,52% ຂອງ​ແຜນການ (3.130 ຕື້​ກີບ ​ແລະ ອື່ນໆ).
ສ່ວນ​ການຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານດ້ານ​ລາຍ​ຮັບໃນ 6 ​ເດືອນຜ່ານ​ມາ ​ເຊິ່ງມາ​ຮອດ​ປັດຈຸບັນ ​ເກັບ​ໄດ້​ທັງໝົດ 612,06 ຕື້​ກີບ ຫຼື ​ເທົ່າ​ກັບ 50,49% ຂອງ​ແຜນການ​ປີ (1.212,25 ຕື້​ກີບ), ​ໃນ​ນີ້: ຂັ້ນ ນ.ວ ເກັບ​ໄດ້ 446,12 ຕື້​ກີບ, ​ເທົ່າ​ກັບ 51% ຂອງ​ແຜນ ການ, ຂັ້ນ​ເມືອງ ​ແລະ ຂັ້ນບ້ານ ເກັບ​ໄດ້ 165,92 ຕື້​ກີບ ​ເທົ່າ​ກັບ 48% ຂອງ​ແຜນການ​ປີ.
​ໃນ​ນັ້ນ, ຂະ​ແໜງສ່ວຍ​ສາ​ອາກອນ ປະຕິບັດ​ໄດ້ 577,18 ຕື້​ກີບ ​ເທົ່າ​ກັບ 50,34% ຂອງ​ແຜນການ​ປີ (1.146,61 ຕື້​ກີບ.); ຂະ​ແໜງຊັບ​ສິນ​ຂອງ​ລັດ ປະຕິບັດ​ໄດ້ 34,24 ຕື້​ກີບ ​ເທົ່າ​ກັບ 52,68% ຂອງ​ແຜນການ (65 ຕື້​ກີບ); ຂະ​ແໜງການ​ເງິນ​ລັດ​ວິ​ສາ​ຫະກິດ ປະຕິ ບັດ​ໄດ້ 627,49 ລ້ານ​ກີບ ​ເທົ່າ​ກັບ 99,11% ຂອງ​ແຜນການ​ປີ (633 ລ້ານ​ກີບ); ພູດ​ສູນ​ກາງ​ເກັບ​ພາສີ​ຢູ່ ນວ ປະຕິບັດ​ໄດ້ 1.443,40 ຕື້​ກີບ ​ເທົ່າ​ກັບ 43,37% ຂອງ​ແຜນການ​ປີ (3.327,96 ຕື້​ກີບ) ທຽບ​ໃສ່​ໄລຍະ​ດຽວຂອງ​ປີຜ່ານມາຫຼຸດລົງ 1,29% ​ເປັນ​ເງິນ 18,93 ຕື້​ກີບ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.