ຍສໝ - ຈຳນວນເງິນດັ່ງກ່າວໄດ້ຫັດຈາກກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງຫ໋າຍເຢືອງ, ສູນກາງສະມາຄິມມິດຕະພາບ ຫວຽດນາມ - ລາວ ຈະຮັບ ແລະ ພ້ອມກັບແຫຼ່ງງົບປະມານໜູນຊ່ວຍຂອງສະມາຄົມບັນດາແຂວງ, ນະຄອນໃນທົ່ວປະເທດຊື້ອຸປະກອນການແພດທີ່ຈຳເປັນເຊິ່ງລະບົບການແພດລາວພວມຂາດເຂີນ.
ຍສໝ - ເພື່ອແນໃສ່ເພີ່ມທະວີຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ທະຫານປ້ອງກັນຊາຍແດນແຂວງດຽນບຽນໄດ້ມອບໃຫ້ບັນດາກົມກອງປະເທດເພື່ອນລວມມີ ວັດຖຸອຸປະກອນການແພດ, ທັນຍະຫານສະບຽງອາຫານ ລວມມູນຄ່າໜູນຊ່ວຍກ່ວາ 100 ລ້ານດົ່ງ.
ຍສໝ - ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຫຼັກໝາຍຊາຍແດນເລກທີ 281 ໃນບໍລິເວນດ່ານຊາຍແດນ ແຕ໊ນຕັ່ນ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແຕ໊ນຕັ່ນ (ແທງຮວາ) ໄດ້ມອບອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກອງໃຫຍ່ທະຫານເລກທີ 214, ກອງບັນຊາການແຂວງຫົວພັນ ແລະ ປ້ອມລະຫວ່າງຂະແໜງດ່ານຊາຍແດນ ສົມຫວັງ, ແຂວງຫົວພັນ (ລາວ).
ຍສໝ - ວຽກງານຄົ້ນຫາ, ທ້ອນໂຮມອັດຖິບັນດານັກຮົບເສຍສະລະຊີວິດເພື່ອ ຊາດ ຢູ່ປະເທດເພື່ອນລາວ ກັບຄືນປະເທດ ແມ່ນແຜນນະໂຍບາຍໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ, ທັງຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາ, ນ້ຳໃຈອັນຍິ່ງໃຫຍ່ຂອງແຕ່ລະຄອບຄົວພີ່ນ້ອງ ແລະ ປະຊາຊົນທົ່ວປະເທດ. ທັງສະແດງໃຫ້ເປັນຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດ ໃນການຕໍ່ສູ້ ແລະ ເສຍສະຫຼະຊີວິດໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນອັນສູງສົ່ງ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ພົນຈັດຕະວາ ບຸ່ຍມິງຖຶ້, ຫົວໜ້າຄະນະຕິດຕໍພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊາຍການທະຫານຊ່ວຍເຫຼືອລາວ ນະຄອນຮ່າໂນ້ຍໄດ້ສະແດງການແບ່ງເບົ່າຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຊົນລາວຕ້ອງປະເຊີນໜ້າ.
ຍສໝ - ເພື່ອຮັບມືກັບສະພາບການໂລກລະບາດໂຄວິດ - 19, ໃນລະຫວ່າງວັນທີ 2 – 3 ພຶດສະພາ, ບັນດາພະນັກງານລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນດຳເນີນການເອົາຕົວຢ່າງໄປວິໄຈໃຫ້ແກ່ຊາວຫວຽດນາມ ປະທານ 200 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເມືອງ ທາດຫຼວງ, ນາໄຊ ແລະ ເຂດມະຫາວິທະຍາໄລແຫ່ງຊາດ ລາວ, ໂດຍເປັນສະຖານທີ່ມີນັກສຶກສາຫວຽດນາມ ພວມຮ່ຳຮຽນ.
ຍສໝ - ຊາວຫວຽດນາມ ເຊື້ອຊາດລາວ ໃນບໍລິເວນເມືອງ ບວນດົນໄດ້ດຳລົງຊີວິດສຸມໃສ່ຢູ່ຕາແສງ ກຣົງນາ. ທຸກປີເມື່ອບຸນປີໃໝ່ວຽນມາ, ຄະນະພັກ, ອຳນາດການປົກຄອງເມືອງໄດ້ຈັດຕັ້ງວັນບຸນຕາມພິທີກຳ, ປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້.
ຍສໝ - ກ່າວຄຳເຫັນທີ່ການພົວພັນແລກປ່ຽນ, ທ່ານ ຄວດວັນແຄງ - ຮອງຫົວໜ້າພະແນກການພົວພັນຕ່າງປະເທດ ແຂວງ ວິງຟຸກ ໄດ້ສົ່ງຄຳອວຍພອນປີໃໝ່ ໄປຍັງສະຖານທູດ ລາວ ປະຈຳ ຫວຽດນາມ, ພ້ອມກັບບັນດານັກສຶກສາລາວເນື່ອງໃນໂອກາດບຸນປີໃໝ່ ປີ 2021 ຂອງປະຊາຊົນລາວບັນດາເຜົ່າ.
ຍສໝ - ໃນງານບຸນຕ້ອນຮັບປີໃໝ່, ບັນດານັກສຶກສາ ລາວ ແລະ ກຳປູເຈຍ ໄດ້ແນະນຳພິທີກຳຕ້ອນຮັບປີໃໝ່ທີ່ເປັນມູນເຊື້ອຂອງແຕ່ລະປະເທດ, ປະຕິບັດພິທີບາສີສູ່ຂວັນ, ພິທີກຳຫົດນ້ຳ, ແນະນຳວັດທະນະທຳອາຫານການກິນທີ່ເປັນມູນເຊື້ອ…
ຍສໝ - ການນຳນະຄອນເຊື່ອໝັ້ນວ່າ ນັກສຶກສາລາວ, ກຳປູເຈຍ ພ້ອມກັບຊາວໜຸ່ມນະຄອນ ແມ່ນປັດໄຈຕັ້ງໜ້າ ທີ່ຈະປະກອບສ່ວນເຂົ້າໃນການຮັກແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນ ສາມປະເທດໃຫ້ຫຼາຍກ່ວາອີກ.
ຍສໝ - ທີ່ພິທີບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະ ອົບອຸ່ນ. ເປີດສາກລາຍການແມ່ນພິທີຫົດນ້ຳດ້ວຍຄວາມຫວັງ ຂັບໄລ່ຄວາມອິດເມື່ອຍ, ໂຊກເສົ້າຂອງປີກ່ອນ, ນຳມາເຊິ່ງຄວາມແຕກດອກອອກຜົນ, ຄວາມອີ່ມໜຳສຳລາມສົມບຸນພູມສຸກ ໃຫ້ແກ່ທຸກສິ່ງທຸກຢ່າງໃນໂອກາດປີໃໝ່.
ຍສໝ - ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳສະຖານທູດ ລາວ ປະຈຳ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ການນຳບັນດາພະແນກ, ຂະແໜງຂອງແຂວງພ້ອມກັບນັກສຶກສາລາວ, ກຳປູເຈຍ 250 ຄົນທີ່ພວມຮ່ຳຮຽນ, ສຶກສາຢູ່ບັນດາໂຮງຮຽນໃນບໍລິເວນແຂວງ.
ຍສໝ - ທ່ານນາງ ປ.ອ ຟານທິຕິ່ງ ໄດ້ສົ່ງຄຳອວຍພອນໄປຍັງບັນດານັກສຶກສາລາວເນື່ອງໃນໂອກາດວັນບຸນປີໃໝ່. ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ເນື້ອໃນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຕັ້ງໜ້າໃນການຮ່ຳຮຽນຂອງນ້ອງໆນັກສຶກສາລາວ.
ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.
ຍສໝ - ຕາມໜັງສືພິມປະຊາຊົນແລ້ວ, ໂຄງການໄດ້ຜັນຂະຫຍາຍຢູ່ສະຖານທີ່ ພັກປະຊາຊົນ ລາວ (ປັດຈຸບັນ ແມ່ນພັກປະຊາຊົນປະຕິວັດລາວ) ຈັດຕັ້ງການຝຶກອົບຮົບດ້ານການເມືອງ ແລະ ກອງປະຊຸມໃຫຍ່ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ II ຢູ່ບໍລິເວນກອງບັນຊາການທະຫານແຂວງ ທີ່ມີທີ່ຢູ່ກຸ່ມ 6, ເມືອງເຢິນຈຸ, ນະຄອນ ຮ່ວາບິ່ງ.
ຍສໝ - ວັນທີ 25 ມີນາ, ຢູ່ລາວກາຍ, ຄະນະປະຕິບັດງານຂອງ ຄະນະພັກສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໂດຍທ່ານ ຫງວຽນວັນຢວາງ ກຳມະການຄະນະພັກ, ຮອງປະທານ VUFO ເປັນຫົວໜ້າຄະນະມີການເຮັດວຽກກັບແຂວງ ລາວກາຍ ກ່ຽວກັບວຽກງານການທູດປະຊາຊົນໃນບໍລິເວນແຂວງ.
ຍສໝ - ຈຸດໃໝ່ໃນການຮັບສະໝັກນັກສຶກສາປີ 2021 ຂອງ ໂຮງຮຽນວິທະຍາໄລການຢາສູນກາງ - ຫ໋າຍເຢືອງແມ່ນຈະເປີດກ້ວາງໃຫ້ແກ່ນັກສຶກສາລາວ.
ຍສໝ - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດ ຫວຽດນາມ ປະຈຳ ລາວ, ທ່ານ ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ, ນັກຊ່ຽວຊານຕຳຫຼວດ ຫວຽດນາມມີຄວາມສະໜິດຕິດພັນກັບ ປະເທດລາວເໝືອນດັ່ງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ ແລະ ໄດ້ປະຊາຊົນລາວຖືເປັນຍາດຕິພີ່ນ້ອງ, ລູກຫຼານໃນຄອບຄົວ. ນີ້ກໍ່ແມ່ນການຮັບຮູ້ທີ່ມີຄວາມໝາຍທີ່ສຸດຂອງນັກຊ່ຽວຊາຍຕຳຫຼວດ ຫວຽດນາມທຸກລຸ້ນຄົນ.
ຍສໝ - ທີ່ການພົບປະ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະໃຫ້ຮູ້ວ່າ: ໂດຍໄດ້ຮັບຄວາມເອົາໃຈຊີ້ນຳຈາກການນຳສອງພັກ, ສອງລັດ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຄືຊາວໜຸ່ມເຍົາວະຊົນອາຍຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວນັບມື້ນັບໄດ້ຮັບການເພີ່ມທະວີ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ
ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງວີ້ງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.