ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຢູ່​ດົ່ງ​ທາບ ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປະ​ຈຳ​ຊາດ 2021

08:47 | 16/04/2021

ຍ​ສ​ໝ - ໃນ​ງານ​ບຸນ​ຕ້ອນ​ຮັບ​ປີ​ໃໝ່, ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ໄດ້​ແນ​ະ​ນຳ​ພິ​ທີ​ກຳ​ຕ້ອນ​ຮັບ​ປີ​ໃໝ່​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ປະ​ເທດ, ປະ​ຕິ​ບັດ​ພິ​ທີ​ບາ​ສີ​ສູ່​ຂວັນ, ພິ​ທີ​ກຳ​ຫົດ​ນ້ຳ, ແນະ​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ທີ່​ເປັນ​ມູນ​ເຊື້ອ…

ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ
ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ
ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຢູ່​ດົ່ງ​ທາບ ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປະ​ຈຳ​ຊາດ 2021
ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ລະ​ຫວ່າງ​ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍ - ຫວຽດ​ນາມ

ຕອນ​ບ່າຍ​ວັນ​ທີ 14 ເມ​ສາ, ທ່ານ ດ່​ວານ​ເຕິ໊ນ​ບິວ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ດົ່ງ​ທາບ ໄດ້​ເຂົ້າ​ຮ່ວມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່ (ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ) ແລະ ງານ​ບຸນ Chol Chnam Thmay (ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ) ປີ 2021, ໂດຍ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ດົ່ງ​ທາບ ຈັດ​ຕັ້ງ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ສອງ​ປະ​ເທດ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ວິ​ທະ​ຍາ​ໄລ​ການ​ແພດ ແລະ ວິ​ທະ​ຍາ​ໄລ​ປະ​ຊາ​ຄົມ ດົ່ງ​ທາບ.

ບຸນ​ປີ​ໃໝ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ລາວ ແລະ ກຳ​ປູ​ເຈຍ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 – 16 ເມ​ສາ ຕາມ​ປະ​ຕິ​ຖິນ​ສາ​ກົນ. ຕາມ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ດົ່ງ​ທ້າບ​ແລ້ວ, ການ​ຈັດ​ຕັ້ງ​ການອວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ (ລາວ) ແລະ Chol Chnam Thmay (ກຳ​ປູ​ເຈຍ) ບໍ່​ພຽງ​ແຕ່​ມີ​ຄວາມ​ສົນ​ໃຈ, ລະ​ດົມ​ກຳ​ລັງ​ໃຈ​ຂອງ​ແຂວງ​ດົ່ງ​ທາບ​ຕໍ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່​ພວມ​ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ​ໃນ​ບໍ​ລິ​ເວນ​ແຂວງ, ບໍ່​ມີ​ເງື່ອນ​ໄຂ​ກັບ​ຄືນ​ປະ​ເທດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ຫາກ​ຍັງ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສາມ ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ, ໂຄ​ສະ​ນາ, ແນະ​ນຳ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຮູບ​ພາບ, ຊາວ​ຫວຽດ​ນາມ ແລະ ແຂວງດົ່ງ​ທາບ.

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຢູ່​ດົ່ງ​ທາບ ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປະ​ຈຳ​ຊາດ 2021
ທ່ານ ດ່​ວານ​ເຕິ໊ນ​ບິວ ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ສອງ​ປະ​ເທດ

ໃນ​ງານ​ບຸນ​ຕ້ອນ​ຮັບ​ປີ​ໃໝ່, ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ໄດ້​ແນ​ະ​ນຳ​ພິ​ທີ​ກຳ​ຕ້ອນ​ຮັບ​ປີ​ໃໝ່​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ປະ​ເທດ, ປະ​ຕິ​ບັດ​ພິ​ທີ​ບາ​ສີ​ສູ່​ຂວັນ, ພິ​ທີ​ກຳ​ຫົດ​ນ້ຳ, ແນະ​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ທີ່​ເປັນ​ມູນ​ເຊື້ອ…

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ດ່​ວານ​ເຕິ໊ນ​ບິວ ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່ ວິ​ທະ​ຍາ​ໄລ​ການ​ແພດ​ດົ່ງ​ທາບ ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ຜົນ​ຮຽນ​ທີ່​ດີ, ສົມ​ກັບ​ແງ່​ຫວັງ​ຂອງ​ພໍ່​ແມ່, ຄູ​ອາ​ຈານ ແລະ ຄວາມ​ເອົາ​ໃຈ​ໃສ່, ການ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ແຂວງ​ດົ່ງ​ທາບ​ສະ​ຫງວນ​ໃຫ້​ແກ່​ພວກ​ນ້ອງ.

ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ດົ່ງ​ທາບກໍ່​ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ຄູ​ອາ​ຈານ​ວິ​ທະ​ຍາ​ໄລ​ການ​ແພດ ແລະ ວິ​ທະ​ຍາ​ໄລ​ປະ​ຊາ​ຄົມ​ດົ່ງ​ທາບ​ສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ແລະ ລາວ.

ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ

ຍ​ສ​ໝ - ຝ່າຍ ຫວຽດ​ນາມ​ມີ​ທ່ານ ຫງວຽນ​ວັນ​ຊີງ, ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ແຂວງ, ຫວົ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ແຂວງ ບ່າ​ເຣີຍ - ຫວຸງ​ເຕົ່າ, ທ່ານ​ນາງ ເຈິ່ນ​ທິ​ທູ​ຖຸຍ - ຫົວ​ໜ້າ​​ຫ້ອງ​ການ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ປະ​ຈຳ​ພາກ​ໃຕ້ ແລະ ການ​ນຳ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ.

ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ

ຍ​ສ​ໝ - ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ໂດຍ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ນຳ​ໜ້າ ໄດ້​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ແຂວງ ກ໋​ວາງ​ນາມ

ນັກ​ສຶກ​ສາ​ລາວ ກຳ​ປູ​ເຈຍ ຕ້ອນ​ຮັບ​ບຸນ​ປີໃໝ່ປະ​ຈຳ​ຊາດ ຢູ່ ​ນະ​ຄອນ ໂຮ່​ຈີ​ມິນ ນັກ​ສຶກ​ສາ​ລາວ ກຳ​ປູ​ເຈຍ ຕ້ອນ​ຮັບ​ບຸນ​ປີໃໝ່ປະ​ຈຳ​ຊາດ ຢູ່ ​ນະ​ຄອນ ໂຮ່​ຈີ​ມິນ

ຍ​ສ​ໝ - ການ​ນຳ​ນະ​ຄອນ​ເຊື່ອ​ໝັ້ນ​ວ່າ ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ພ້ອມ​ກັບ​ຊາວ​ໜຸ່ມ​ນະ​ຄອນ ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ນ້ຳ​ໃຈ​ສະ​ໜິດ​ຕິ​ດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ສາ​ມ​ປະ​ເທດ​ໃຫ້ຫຼາຍ​ກ່​ວາ​ອີກ.

​ບຸນ​ຄົງ

302 Found

Found

The document has moved here.