ເປີດ​ຕົວ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາວ ຢູ່​ວິງ​ຟຸກ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ

12:07 | 16/04/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ພົວ​ພັນ​ແລ​ກ​ປ່ຽນ, ທ່ານ ຄວດ​ວັນ​ແຄງ - ຮອງ​ຫົວ​ໜ້າ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ໄປ​ຍັງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາ​ລາວ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ປີ 2021 ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ເປີດ​ຕົວ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາວ ຢູ່​ວິງ​ຟຸກ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ບາ​ສີ​ສູ່​ຂວັນ

ຫວ່າງ​ແລ້ວນີ້, ຢູ່​ນະ​ຄອນ​ວິງ​ອຽນ, ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງວິງ​ຟຸກ ໄດ້​ຈັດ​ລາຍ​ການ​ພົບ​ປະ​ພົວ​ພັນ​ກັບ​ນັກ​ສຶກ​ສາລາວ ເກືອບ 60 ຄົນ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ 2021. ພ້ອ​ມ​ທັງ​ຮັບ​ຮອງ​ເອົາ​ຂ​ໍ້​ຕົກ​ລົງ​ສ້າງ, ເປີດ​ຕົວ​ຄະ​ນະ​ພົວ​ພັນ​ຕິດ​ຕໍ່​ນັກ​ສຶກ​ສາ​ລາວ ຢູ່ ແຂວງ ວິ​ງ​ຟຸກ.

ເຂົ້າ​ຮ່ວມ​ລາຍ​ການ ມີ​ທ່ານ ປ.ອ ອຸ​ໄທ ບັນ​ນະ​ວົງ - ເລ​ຂາ​ຜູ້​ທີ​ໜຶ່ງ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ທ່ານ ຫງວຽນ​ວຽດ​ຮຶງ ຮັ​ກ​ສາ​ຜູ​້​ອຳ​ນວຍ​ການ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຟຸກ, ທ່ານ ຫງວຽນ​ຮຸຍ​ກວາງ - ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແຂວງ ວິງ​ຟຸກ, ການ​ນຳ​ບັນ​ດາ​ຫ້ອງການ, ຄະ​ນະປະ​ຈຳ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຟຸກ, ການ​ນຳ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງວິງ​ຟຸກ, ພ້ອມ​ກັບ​ນັກ​ສຶກ​ສາ​ລາວ 53 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ແຂວງ ວິງ​ຟຸກ ຕາມ​ລາຍ​ການ​ຮ່ວມ​ມື​ກັນ​ໜູນ​ຊ່ວຍ​ບຳ​ລຸງ​ສ້າງ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົວ​ພັນ​ແລ​ກ​ປ່ຽນ, ທ່ານ ຄວດ​ວັນ​ແຄງ - ຮອງ​ຫົວ​ໜ້າ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ໄປ​ຍັງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາ​ລາວ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ປີ 2021 ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ. ພ້ອມ​ທັງ, ຮັບ​ຮູ້, ຍ້ອງ​ຍໍ​ສັນ​ລະ​ເສີນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ, ຈິດ​ໃຈ​ຮ່ຳ​ຮຽນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ບືນ​ຕົວ​ຂຶ້ນ​ໃນ​ວິ​ວັດ​ການ​ຮ່ຳ​ຮຽນ​ຂອງ​ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ​ລາວ.

ເປີດ​ຕົວ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາວ ຢູ່​ວິງ​ຟຸກ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ
ທ່ານ ປ.ອ ອຸ​ໄທ ບັນ​ນະ​ວົງ - ເລ​ຂາ​ຜູ້​ທີ​ໜຶ່ງ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ

ທ່ານ ຄວດ​ວັນ​ແຄງ ຮອງ​ຫົ​ວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ວິງ​ຟຸກ ໃຫ້​ຮູ້​ວ່າ: ພ້ອມ​ກັບ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ປະ​ຊາ​ຊົນ​ແຂວງ ວິງ​ຟຸກ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ. ໃນ​ຊຸມ​ປີ​ຜ່ານ​ມາ, ແຂວງວິງ​ຟຸກ ໄດ້​ຊ​ຸກ​ຍູ້, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ດີ​ງາມ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ພາກ​ເໜືອ​ລາວ.

ປັດ​ຈຸ​ບັນ, ແຂວງ​ວິງ​ຟຸກ ມີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ກັບ 10 ທ້ອງ​ຖິ່ນ​ຂອງ ລາວ, ໃນ​ນັ້ນ​ໄດ້​ຮັກ​ສ່ຽວ​ກັບ​ແຂວງຫຼວງ​ນ້ຳ​ທາ. ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ຢ່າງ​ຮອບ​ດ້ານ, ແຂວງ​ວິງ​ຟຸກ ໄດ້​ໜູນ​ຊ່ວຍ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ ປະ​ເທດ​ເພື່ອນ.

ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ

ຍ​ສ​ໝ - ໃນ​ບັນ​ຍາ​ການ​ສົມ​ກຽດ​ບົນ​ພູ​ເງຍ​ລິງ, ຕໍ່​ໜ້າ​ບັນ​ດາ​ວິນ​ຍານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດຮຸ່ງ, ບັນ​ດາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ ໄດ້​ຖະ​ຫວາຍ​ທູບ​ທຽນ ສະ​ແດງ​ຄວາມ​ຮູບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນພະບຸລຸດ, ສະ​ແດງ​ໃຫ້​ເຫັນ ​ສິນ​ທຳ​ທີ່​ວ່າ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ" ຂອງ​ຊາດ, ພາ​ວະ​ນາ​ຂໍໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ສາ​ມັກ​ຄີ, ບືນ​ຕົ​ວ​ຂຶ້ນ​ຢ່າງ​ແຮງ ປະ​ກອບ​ສ່ວນ​ເຂົ້າ​ກຳ​ລັງ​ແຮງ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຢູ່​ດົ່ງ​ທາບ ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປະ​ຈຳ​ຊາດ 2021 ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຢູ່​ດົ່ງ​ທາບ ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປະ​ຈຳ​ຊາດ 2021

ຍ​ສ​ໝ - ໃນ​ງານ​ບຸນ​ຕ້ອນ​ຮັບ​ປີ​ໃໝ່, ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ໄດ້​ແນ​ະ​ນຳ​ພິ​ທີ​ກຳ​ຕ້ອນ​ຮັບ​ປີ​ໃໝ່​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ປະ​ເທດ, ປະ​ຕິ​ບັດ​ພິ​ທີ​ບາ​ສີ​ສູ່​ຂວັນ, ພິ​ທີ​ກຳ​ຫົດ​ນ້ຳ, ແນະ​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ທີ່​ເປັນ​ມູນ​ເຊື້ອ…

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.