ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ລູກຫຼານ​ໃນ​ຄອບ​ຄົວ

06:36 | 23/03/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ປະ​ຈຳ ລາວ, ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ​ເນັ້ນ​ໜັກ​ວ່າ, ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ ປະ​ເທດ​ລາວ​ເໝືອນ​ດັ່ງ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ ແລະ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ຍາດ​ຕິ​ພີ່​ນ້ອງ, ລູກຫຼານ​ໃນ​ຄອ​ບ​ຄົວ. ນີ້​ກໍ່​ແມ່ນ​ການ​ຮັບ​ຮູ້​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ນັກ​ຊ່ຽວ​ຊາຍ​ຕຳຫຼວດ ຫວຽດ​ນາມ​ທຸກ​ລຸ້ນ​ຄົນ.

ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ເສັ້ນທາງເລກທີ 9 - ພາກໃຕ້ຂອງລາວ
ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ
ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ລູກຫຼານ​ໃນ​ຄອບ​ຄົວ
. ທ່ານ ພົນ​ເອກ, ສາດ​ສະ​ດາ​ຈານ, ປ.ອ ໂຕ​ເລິມ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

ວັນ​ທີ 22 ມີ​ນາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ ນັກ​ຊ່ຽວ​ຊານ​ຕຳຫຼວດ​ຫວຽດ​ນາມ ປະ​ຈຳ ລາວ (22 ມີ​ນາ 1961 – 22 ມີ​ນາ 2021). ທ່ານ ພົນ​ເອກ, ສາດ​ສະ​ດາ​ຈານ, ປ.ອ ໂຕ​ເລິມ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ເປັນ​ປະ​ທານ​ພິ​ທີ.

ເຂົ້າ​ຮ່ວມ​ພິ​ທີ, ຝ່າຍ​ລາວ ມີ​ທ່ານ​ ແສງ​ເພັດ ຮຸ່ງ​ບຸນຍວງ, ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ, ທ່ານ ພັນ​ເອກ ໄພ​ວັນ ສິດ​ທິ​ຈັນ, ຫົວ​ໜ້າ​ອົງ​ກາ​ນ​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ​ລາວ ປະ​ຈຳ ຫວຽດ​ນາມ.

ຝ່າຍ ຫວຽດ​ນາມ​ມີ​ທ່ານ​ພົນ​ໂທ ຫງວຽນ​ວັນ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ, ທ່ານພົນ​ຈັດ​ຕະ​ວາ ເລ​ກ໊ວກ​ຮຸ່ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ… ແລະ ອະ​ດີ​ດ​ນັກ​ຊ່ຽວ​ຊານ​ຕຳຫຼວດ ຫ​ວຽດ​ນາມ ປະ​ຈຳ​ລາວ ກ່​ວາ 100 ຄົນ.

ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ລູກຫຼານ​ໃນ​ຄອບ​ຄົວ
. ທ່ານ ພົນ​ເອກໂຕ​ເລິມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ນັກ​ຊ່ຽວ​ຊານ ຫວຽດ​ນາມ ປະ​ຈຳ​ລາວ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂຕ​ເລີມ​ໄດ້​ເນັ້ນ​ໜັກ​ວ່າ ບົນ​ພື້ນ​ຖານ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ, ສຳ​ພັນ​ທະ​ພິດ​ການ​ສູ້​ຮົບ​ລະ​ຫວ່າງ ຕຳ​ຫຼວດ ຫວຽດ​ນາມ ແລະ ຕຳຫຼວດ ລາວ​ແມ່ນ​ໜຶ່ງ​ໃນ​ບັນ​ດາຫຼັກ​ການ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພົ​ວ​ພັນ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ລາວ. ກຳ​ລັງ​ນັກ​ຊ່ຽວ​ຊານ​ຕຳຫຼ​ວດ ຫວຽດ​ນາມ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ ແລະ ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ເຂົ້າ​ເສັ້ນ​ທາງ​ເຕີບ​ໃຫຍ່, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຂອງ​ກຳ​ລັງ​ຕຳຫຼວດ​ລາວ​ໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່າ​ນ​ມາ. ຄວາມ​ສະ​ໜິດ​ຕິດ​ພັ​ນ​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ​ສອງ​ປະ​ເທດ​ໄດ້​ສ້າງ​ກຳ​ລັງ​ແຮງ​ທີ່​ໃຫຍ່ຫຼວງ, ແຫຼ່ງ​ກຳ​ລັງ​ໜູ​ນ​ສຳ​ຄັນ​ໃຫ້​ແກ່​ການ​ປະ​ກອບ​ສ່ວນ​ປັບ​ປຸງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ເພື່ອ​ແນ​ໃສ່​ສືບ​ຕໍ່​ຮັກ​ສາ, ພັດ​ທະ​ນາ​ການ​ຮ່ວມ​ມື​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ກຳ​ລັງ ຕຳຫຼວດ​ປະ​ຊາ​ຊົນ​ສອງ​ປະ​ເທດ, ທ່ານລັດ​ຖະ​ມົນ​ຕີ​ໂຕ​ເລິມ​ໄດ້​ສະ​ເໜີ​ໃຫ້, ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຕຳຫຼວດ​ສອງ​ປະ​ເທດ​ຈະ​ປະ​ຕິ​ບັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສ້າງ​ຂຶ້ນ​ບັນ​ດາ​ໜ້າ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ້າ​ຫານ​ກ່ຽວ​ກັບ​ນຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ສຳ​ພັນ​ທະ​ມິດ​ຕໍ່​ສູ້​ແບບ​ໝັ້ນ​ແກ່ນ​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ລາວ, ເພື່ອ​ຊີ​ວິດ​ອີ່ມ​ໜຳ​ສຳ​ນານ​ສົບ​ບຸນ​ພູນ​ສຸກ​ຂອງ​ປະ​ຊາ​ຊົນ, ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​ຂອງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລ​ະ ໂລກ.

ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ເສັ້ນທາງເລກທີ 9 - ພາກໃຕ້ຂອງລາວ

ຍສໝ - ໃນຂອບເຂດກອງປະຊຸມວິທະຍາສາດ ລະດັບກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການໄຊຊະນະຂອງເສັ້ນທາງເລກທີ 9 - ພາກໃຕ້ຂອງລາວໃນປີ 1971: ມູນຄ່າປະຫວັດສາດ ແລະ ຄວາມເປັນຈິງ, ຄະນະຊີ້ນຳກອງປະຊຸມໄດ້ໄປຢ້ຽມຢາມ, ຖະຫວາຍທູບທຽນ ແລະ ວາງພວງມາລາເພື່ອອາໄລຫາເຖິງບັນດາວິລະຊົນ ແລະ ນັກຮົບທີ່ສະລະຊີວິດເພື່ອຊາດ ທີ່ສຸສານນັກຮົບແຫ່ງຊາດເສັ້ນທາງເລກທີ 9.

ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ຍສໝ - ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.

ລາວ: ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ

ນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 21/03/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.