ແຂວງ​ລາວ​ກາຍ ສະ​ເໜີ​ໃຫ້ VUFO ໜູນ​ຊ່ວຍ 5 ບັນ​ຫາ

06:40 | 26/03/2021

ຍ​ສ​ໝ - ວັນ​ທີ 25 ມີ​ນາ, ຢູ່​ລາວ​ກາຍ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ພັກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໂດຍ​ທ່ານ ຫງວຽນ​ວັນ​ຢ​ວາງ ກຳ​ມະ​ການ​ຄະ​ນະ​ພັກ, ຮອງ​ປະ​ທານ VUFO ເປັນ​ຫົວ​ໜ້າ​ຄະ​ນະ​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ ລາວ​ກາຍ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ.

VUFO ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງລະອຽດ
ທ່ານ​ນາງ VUFO ຫງວຽນ​ເຟືອງ​ງາ: ເສື້ອ​ຍາວ ຫວຽດ​ນາມ ສົມ​ເປັນ​ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ ​ທີ່​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ​ໂລກ
ແຂວງ​ລາວ​ກາຍ ສະ​ເໜີ​ໃຫ້ VUFO ໜູນ​ຊ່ວຍ 5 ບັນ​ຫາ
​ບັນຍາກາດທີ່ການ​ເຮັດ​ວຽກ

ໜູນ​ຊ່ວຍ​ແຂວງ​ເປີດ​ກ້​ວາງ​ການ​ພົວ​ພັນ​ທາງ​ການ​ທູດ​ປະ​ຊາ​ຊົນ​ກັບ​ບັນ​ດາ​ປະ​ເທດ, ແນະ​ນຳ, ສະ​ໜອງ​ຂໍ້​ມູນ​ຂ່າວ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເພີ່​ມ​ທະ​ວີ​ການ​ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ແຫຼ່ງ​ສະໜອງ, ສ້າງ​ເງື່ອນ​ໄຂ​ໃຫ້​ ແຂວງ​ລາວ​ກາຍ ​ເຂົ້າ​ຮ່ວມ​ບັນ​ດາຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ກ່ຽວ​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄປ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ເພື່ອ​ຮ່ຳ​ຮຽນ ແລະ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ…ນັ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່ ລາວ​ກາຍ ສະ​ເໜີ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ພັກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO)

ວັນ​ທີ 25 ມີ​ນາ, ຢູ່​ລາວ​ກາຍ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ພັກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໂດຍ​ທ່ານ ຫງວຽນ​ວັນ​ຢ​ວາງ ກຳ​ມະ​ການ​ຄະ​ນະ​ພັກ, ຮອງ​ປະ​ທານ VUFO ເປັນ​ຫົວ​ໜ້າ​ຄະ​ນະ​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ ລາວ​ກາຍ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ. ສືບ​ຕໍ່ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ທີ່​ມີ​ທ່ານ ກຳ​ມະ​ການ​ໂຮງ​ໝໍ​ກາງ​ສະ​ໜາມ​ອົງ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ, ປະ​ທານ​ສະ​ຫະ​ພັນ​ບັນ​ດ​າ​ອົງ​ການ​ມິດ​ຕະ​ພາບ​ແຂວງ​ລາວ​ກາຍ ຢາງ​ແຊວ​ເວິ້ນ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ, ຂະ​ແໜງ​ທີ່​ກ່ຽວ​ຂ້ອງ.

ແຂວງ​ລາວ​ກາຍ ສະ​ເໜີ​ໃຫ້ VUFO ໜູນ​ຊ່ວຍ 5 ບັນ​ຫາ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ

ທີ່​ການ​ເຮັດ​ວຽກ, ຄະ​ນະ​ປະ​ຕິ​ບັດ​ງານ ແລະ ການ​ນຳ​ແຂວງ​ລາວ​ກາຍ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 38 ມະ​ຕິ/ສູນ​ກາງ ໄດ້​ອອກ​ໃນ​ວັນ​ທີ 19 ກັນ​ຍາ 2020 ຂອງ​ຄະ​ນະ​ເລ​ຂາ ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ເສີມ​ຂະ​ຫຍາຍ​ບົດບ​າດ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່”, ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI (VUFO) ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ​ລາວ​ກາຍ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນໃນ​ສະ​ພາບ​ການ​ໃໝ່ ແລະ ວຽກ​ງານ​ຂອງ​ອົງ​ການ​ຕ່າງ​ປະ​ເທດບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ໃນ​ບໍ​ລິ​ເວນ​ແຂວງ.

ທີ່​ການ​ເຮັດ​ວຽກ, ແຂວງ​ລາວ​ກາຍ​ໄດ້​ສະ​ເໜີ​ໃຫ້ VUFO ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ແຂວງ​ເປີດກວ້າງ​ການ​ພົວ​ພັນ​ການ​ທູດ​ປະ​ຊາ​ຊົນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໂລກ, ແນະ​ນຳ, ສະ​ໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຊາວ​ຫວຍດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ໃຫ້​ແຂວງ​ມີ​ແຜນ​ການ​ສຳ​ຜັດ, ຂົນ​ຂວາຍຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ​ລົງ​ທຶນ ແລະ ຮ່ວມ​ມື. ການ​ນຳ​ແຂວງ​ກໍ່​ໄດ້​ສະເໜີ​ໃຫ້ VUFO, ຄະ​ນະ​ກຳ​ມະ​ການ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຄະ​ນະ​ປະ​ສານ​ງານ​ການ​ໜູນ​ຊ່ວ​ຍ​ປະ​ຊາ​ຊົນ ເພີ່ມ​ທະ​ວີ​ການ​ຈັດ​ຕັ້​ງ​ບັນ​ດາ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ແຫຼ່ງ​ສະ​ໜອງ​ເພື່ອ​ແນ​ໃສ່​ປຸກ​ລະ​ດົມ​ດ ສົ່ງ​ເສີມ, ແນະ​ນຳ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້​ແກ່​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ມາ​ສຳຫຼວດກວ​ດ​ກາ, ຜັນ​ຂະ​ຫຍາຍ​ແຜນ​ການ​ໃນ​ບໍ​ລິ​ເວນ​ແຂວງ ລາວ​ກາຍ.

VUFO ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງລະອຽດ

ຍສໝ - ທ່ານ ຫງວຽນຫວຽດໂທງ - ເລຂາທິການໃຫຍ່ສະພາທິດສະດີສູນກາງ ໄດ້ເນັ້ນໜັກ 8 ຈຸດເດັ່ນໃນບັນດາເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ປະກອບມີ: ຫົວຂໍ້ຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ແມ່ນຫົວຂໍ້ບົດລາຍງານການເມືອງ; 5 ບົດຮຽນໃນການກໍ່ສ້າງ ແລະ ປັບປຸງພາຍໃນພັກ; ຄາດຄະເນສະພາບການໂລກ ແລະ ພາກພື້ນ; ທັດສະນະໃນການຊີ້ນຳ; ວິທີການໃນການກຳນົດເປົ້າໝາຍ ແລະ ທິດທາງການພັດທະນາປະເທດຊາດໃນໄລຍະ ...

ທ່ານ​ນາງ VUFO ຫງວຽນ​ເຟືອງ​ງາ: ເສື້ອ​ຍາວ ຫວຽດ​ນາມ ສົມ​ເປັນ​ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ ​ທີ່​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ​ໂລກ

ຍ​ສ​ໝ - ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 111 ປີ​ແຫ່ງວັນ​ແມ່​ຍິງ ສາ​ກົນ, ສະ​ຫະ​ພັນ​ແມ່ຍິງ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ “ສັບ​ປະ​ດາ​ເສື້ອ​ຍາວ” 2021, ເຊິ່ງ​ສົ່ງ​ເສີມ​ແມ່​ຍິງ​ໃນ​ທຸກ​ເກນ​ອາ​ຍຸ, ເປັນ​ຕົ້ນ​ແມ່ນ​ສະ​ມາ​ຊິກ​ຂອງ ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 1 – 8 ມີ​ນາ, ເພື່ອ​ແນ​ໃສ່​ແຜ່​ຂະ​ຫຍາຍ, ເຊີດ​ຊູຂຸດ​ເສື້ອ​ຍາວ ແລະ ແມ່​ຍິງ ຫວຽດ​ນາມ.

VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 17 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອໃນ​ຕົ້ນ​ຕ​ໍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.