ຍສໝ - ໃນວັນທີ 14 ກັນຍາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະດໍາເນີນ ຫຼືເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ກັບບັນດາຄູ່ການຄ້າຈາກອາຊີເວັນອອກສ່ຽງໃຕ້ ແລະອາເມຣິກາລາຕິນໃນປີນີ້ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນການເອື່ອຍອີງໃສ່ບັນດາປະເທດທີ່ມີພື້ນຖານເສດຖະກິດໃຫຍ່.
ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຍສໝ - ດັດຊະນີການຄ້າຈີນ-ອາຊຽນໄດ້ຮັບການປະກາດເປັນຄັ້ງທຳອິດໃນງານວາງສະແດງສິນຄ້າຈີນ-ອາຊຽນອຄັ້ງທີ 18 ແລະກອງປະຊຸມສຸດຍອດວິສາຫະກິດ ແລະການລົງທຶນຈີນ-ອາຊຽນ ທີ່ພວມດຳເນີນຢູ່ ໜານໜິງ (ເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ, ປະເທດຈີນ).
ຍສໝ - ວັນທີ 09 ກັນຍາ, ຢູ່ນະຄອນຫຼວງ ປຣາຮາ, ຄະນະກຳມະການອາຊຽນ ປະຈຳ ສ.ເຊັກໂກ ໄດ້ຈັດວັນຄອບຄົວອາຊຽນ ປີ 2021 (ASEAN Family Day 2021) ໂດຍສະຖານທູດ ມຽນມາ ເປັນເຈົ້າພາບຈັດຕັ້ງ.
ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຫາກໍ່ປະກາດຂໍ້ຕົກລົງເລກທີ 2391/QĐ-BVHTTDL ກ່ຽວກັບແຜນການໂຄສະນາເຜີຍແຜ່ອາຊຽນ ໄລຍະ 2021-2025 ຂອງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໃນການຜັນຂະຫຍາຍລາຍການກະທໍາຂອງລັດຖະບານກ່ຽວກັບການໂຄສະນາເຜີຍແຜ່ອາຊຽນ.
ຍສໝ - ຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມືພາຍໃນ ແລະ ນອກເຄືອຂ່າຍ ASCN. ກະຊວງກໍ່ສ້າງຈະສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ເພື່ອພ້ອມກັນເພີ່ມທະວີບັນດາກາລະໂອກາດໃນການພັດທະນາ.
ຍສໝ - ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ແລະ ທ່ານນາງຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ອາເມລິກາ (CDC) ຢູ່ຮ່າໂນ້ຍ.
ວັນທີ 26 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12 ຕາມຮູບການແບບທາງໄກ ດ້ວຍຫົວຂໍ້ “ຊຸກຍູ້ການຟື້ນຟູ ແລະ ຄວາມສາມາດຟື້ນຟູຜ່ານການເຊື່ອມຕໍ່”.
ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.
ຍສໝ - ຫວຽດນາມ ກາຍເປັນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າ, ມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບ, ສົ່ງຜົນກະທົບຕໍ່ໂຄງສ້າງເອກະພາບ ກໍ່ຄື ຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນຂອງອາຊຽນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີອິນເດຍຈົ່ງສືບຕໍ່ຊ່ວຍໜູນ, ສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ສົ່ງເສີມອິນເດຍຊ່ວຍໜູນບັນດາປະເທດອາຊຽນໝູນໃຊ້ຜົນງານທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ນະວັດຕະກຳໃຫ້ແກ່ຂະບວນວິວັດຟື້ນຟູ ແລະ ເຕີບໂຕ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ.
ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີ ໃຫ້ອາຊຽນເອົາໃຈໃສ່ຕື່ມຕໍ່ກັບໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ເພື່ອຊຸກຍູ້ການມີສ່ວນຮ່ວມ, ການປະກອບສ່ວນ ແລະບົດບາດຂອງແມ່ຍິງໃນຂະບວນການສັນຕິພາບ.
ຍສໝ - ທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartere VietNam ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ສືບຕໍ່ນຳບັນດາກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນທີ່ ໜ້າສົນໃຈ ຍ້ອນບັນດາພື້ນຖານທີ່ເຂັ້ມແຂງ, ຄວາມໄວໃນການເຕີບໂຕເສດຖະກິດສູງ, ທ້ອງຕະຫຼາດ ພາຍໃນປະເທດນັບມື້ນັບໄດ້ຮັບການເປີດກວ້າງ, ຄ່າແຮງງານຕໍ່າ ແລະ ມີກຳລັງແຮງງານຢ່າງຫຼວງຫຼາຍ, ເຂົ້າຮ່ວມໃນສັນຍາການຄ້າເສລີຫຼາຍສະບັບ ແລະ ມີຍຸດທະສາດທີ່ຕັ້ງພູມສາດຍຸດທະສາດ.
ວັນທີ 23 ມິຖຸນາ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນຕ໊ວນແອັງ, ກໍາມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Greg Hands, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍການຄ້າ, ກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ.
ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.
ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ແລະ ທ່ານ Mori Takeo - ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເປັນປະທານຮ່ວມເວທີປາໄສອາຊຽນ - ຍີ່ປຸ່ນຄັ້ງທີ 36.
ຍສໝ - ກ່າວຄຳເຫັນຕາງໜ້າບັນດາປະເທດອາຊຽນ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ສະເໜີໃຫ້ບັນດາຝ່າຍ ໃຫ້ບຸລິມະສິດການສົມທົບກັນຮັບມືກັບໂລກລະບາດ; ພ້ອມກັນນັ້ນ, ຮັບມືກັບບັນດາສິ່ງທ້າທາຍທີ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ ເໝາະສົມກັບຈິດໃຈປີຮ່ວມມືພັດທະນາແບບຍືນຍົງອາຊຽນ - ຈີນ 2021.