ຫວຽດນາມ ເປັນເຈົ້າການປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນວຽກ ງານລວມຂອງອາຊຽນ

14:34 | 28/10/2021

ຍສໝ - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງເຈົ້າຊີວິດບຣູໄນ Hasanal Bolkiah - ປະທານ​ອາ​ຊຽນ ​ປີ 2021, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້​ນຳໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 38 ​ແລະ 39 ​ແລະ ກອງປະຊຸມສຸດຍອດອາຊຽນກັບບັນດາ​ຄູ່​ຮ່ວມ​ມື, ​ກອງປະຊຸມສຸດຍອດ ແມ່​ນ້ຳຂອງ - ສ.​ເກົາຫຼີ ຄັ້ງ​ທີ 3 ຜ່ານ​ທາງ​ອອນ​ລາຍໃນລະຫວ່າງ​ວັນ​ທີ 26-28 ຕຸລາ 2021.

ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ
ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ພາບປະກອບ
ພາບປະກອບ

ນີ້​ແມ່ນ​ກາລະໂອກາດ​ເພື່ອ​ໃຫ້ຫວຽດນາມ ສືບ​ຕໍ່​ຢືນຢັນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ຫຼາຍ​ຝ່າຍ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ ​ແລະ ເລິກເຊິ່ງກວ້າງຂວາງ.

ໂດຍເສີມຂະຫຍາຍ​​ໝາກຜົນ​ອັນດີງາມ​ຂອງ​ປີ​ເປັນ​ປະທານ​ອາ​ຊຽນ 2020, ຫວຽດນາມ ສືບ​ຕໍ່​ເປັນເຈົ້າການເຂົ້າ​ຮ່ວມ, ປະກອບສ່ວນ​ຢ່າງ​ມີ​ຄວາມ​ຮັບຜິດຊອບເຂົ້າ​ໃນ​ວຽກ​ງານລວມຂອງອາ​ຊຽນ, ສົມທົບ​ກັບປະເທດ​ປະທານບຣູ​ໄນ ຊຸກຍູ້ ບັນດາ​ບຸລິມະສິດ​ຂອງຫວຽດນາມ ​​ໃນປີອາ​ຊຽນ 2020 ​ຕິດ​ພັນ​ກັບ​ບັນດາ​ບຸລິມະສິດໃນປີ 2021, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ການຮັບມືກັບພະຍາດໂຄວິດ-19 ຕີລາຄາ​ການ​ຜັນຂະຫຍາຍປະຕິບັດ​ກົດ​ບັດ​ອາ​ຊຽນ, ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ຫຼັງ​ປີ 2025 ​ແລະ ຊຸກຍູ້​ບົດບາດ​ຂອງ​ອາ​ຊຽນ​ ໃນ​ການ​ຮ່ວມ​ມືອະນຸ​ພາກ​ພື້ນ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຄາດ​ວ່າ​ຈະ​ປະກາດ​ເອກະສານ 10 ສະບັບ, ຮັບຮອງ​ເອົາເອກະສານ 25 ​ສະບັບ, ຮັບຮອງ​ເອົາ​ເອກະສານ 66 ສະບັບ ​ລວມມີ​ ຖະ​ແຫຼ​ງການ, ຍຸດ​ທະ​ສາດ, ຂອບ​ການ​ຮ່ວມ​ມື, ​ແຜນການ​ດໍາເນີນງານ, ​ບົດ​ລາຍ​ງານ, ​ເອກະສານ​ວິ​ໄສ​ທັດ... ​ໃນ​ຫຼາຍ​ຂົງ​ເຂດ​ໃນ 3 ​ເສົາ​ຄ້ຳ​​ຮ່ວມ​ມືຂອງ​ອາ​ຊຽນ.

ໄຊພອນ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.