ຫວຽດນາມ ສະເໜີຍູ້ແຮງການຮ່ວມມືໃນອາຊຽນ ແລະແກ້ໄຂບັນດາສິ່ງທ້າ ທາຍຄວາມໝັ້ນຄົງແບບໃໝ່

12:19 | 19/02/2022

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງລັດຖະມົນຕີຕ່າງປະເທດ ແລະການຮ່ວມມືສາກົນ ກໍາປູເຈຍ Prak Sokhonn, ລະຫວ່າງວັນທີ 16-17 ກຸມພາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ (AMMR) ທີ່ໄດ້ດຳເນີນຕາມຮູບການໂດຍກົງ ແລະ ທາງໄກ ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ.

ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP
USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທງເຊີນ ໄດ້ຕີລາຄາສູງ ຈຸດສຸມ, ສິ່ງບຸລິມະສິດຂອງປະທານອາຊຽນ 2022 ໂດຍ ກຳປູເຈຍ ວາງອອກ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມຈະສະໜັບສະໜູນການຜັນຂະຫຍາຍບັນດາ ບຸລິມະສິດ, ຂໍ້ລິເລີ່ມທີ່ໄດ້ເຫັນດີເປັນເອກະພາບ.

ຫວຽດນາມ ສະເໜີຍູ້ແຮງການຮ່ວມມືໃນອາຊຽນ ແລະແກ້ໄຂບັນດາສິ່ງທ້າ ທາຍຄວາມໝັ້ນຄົງແບບໃໝ່
ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ. ພາບ: TTXVN

ທ່ານລັດຖະມົນຕີ ໄດ້ສະເໜີໃຫ້ ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມ ຮັບມືກັບໂລກລະບາດໂຄວິດ-19 ຢ່າງແຮງ, ສະເໜີຜັນຂະຫຍາຍການຮັບ ຮອງເອົາໜັງສືຜ່ານແດນວັກຊິນໃນພາກພື້ນ ເພື່ອເຊື່ອມຕໍ່ການເຄື່ອນໄຫວເດີນທາງໄປມາໂດຍໄວ ແລະ ສ້າງເງື່ອນໄຂຟື້ນຟູຢ່າງຮອບດ້ານໃນພາກພື້ນ...

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມ ສຳຄັນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການ ເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ປະຕິບັດຕາມກົດໝາຍສາກົນ, ລວມມີ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເພື່ອແນໃສ່ຮັກສາທະເລຕາເວັນອອກ ໃຫ້ເປັນເຂດທະເລແຫ່ງ ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື.

ທ່ານລັດຖະມົນຕີ ກໍ່ສະເໜີຍູ້ແຮງການຮ່ວມມືໃນອາຊຽນ ແລະແກ້ໄຂບັນດາສິ່ງ ທ້າທາຍຄວາມໝັ້ນຄົງແບບໃໝ່ທີ່ພວມພົ້ນເດັ່ນຂຶ້ນຄື ຄວາມໝັ້ນຄົງ ທາງອິນເຕີເນັດ, ຄວາມໝັ້ນຄົງທາງທະເລ...

ບູນມີ

ເຫດການ
302 Found

Found

The document has moved here.