ອາຊຽນ ແລະ UNICEF ຈັດກອງປະຊຸມສໍາມະນາກ່ຽວກັບການອຸປະຖໍາທຶນ ເພື່ອຮັບມືກັບໄພທໍາມະຊາດ

11:38 | 07/12/2021

ຄະນະເລຂາສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳພາກພື້ນອາຊີຕາເວັນອອກ ແລະປາຊີຟິກ ຫາຫໍ່ຈັດກອງປະຊຸມສໍາມະນາທາງໄກ ກ່ຽວກັບການອຸປະຖໍາທຶນ ເພື່ອຮັບມືກັບໄພທຳມະຊາດ-ໄພພິບັດ ແລະຊ໊ອກ, ແລກປ່ຽນບົດຮຽນ, ກາລະໂອກາດ ແລະສິ່ງທ້າທາຍ ໃນການອຸປະຖໍາທຶນ ແລະອຸປະກາລະສັງຄົມ ເພື່ອຮັບມືກັບ ຊ໊ອກໄພພິບັດຢູ່ອາຊີຕາເວັນອອກສ່ຽງໃຕ້.

UNICEF ຕີລາຄາສູງກ່ຽວກັບການປະກາດໃຊ້ການແນະນໍາບຸລິມະສິດໃນການເບິ່ງແຍງດູແລ ເດັກກ່ຳພ້າຍ້ອນໂຄວິດ-19 UNICEF ຕີລາຄາສູງກ່ຽວກັບການປະກາດໃຊ້ການແນະນໍາບຸລິມະສິດໃນການເບິ່ງແຍງດູແລ ເດັກກ່ຳພ້າຍ້ອນໂຄວິດ-19
UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ
ອາຊຽນ ແລະ UNICEF ຈັດກອງປະຊຸມສໍາມະນາກ່ຽວກັບການອຸປະຖໍາທຶນ ເພື່ອຮັບມືກັບໄພທໍາມະຊາດ
ພາບປະກອບ

ກອງປະຊຸມເພື່ອແນໃສ່ແບ່ງປັນຂໍ້ມູນໃນການວິເຄາະສະພາບການພາກພື້ນກ່ຽວກັບການອຸປະຖໍາ ແລະອຸປະກາລະສັງຄົມ ເພື່ອຮັບມືກັບຊ໊ອກຄວາມສ່ຽງໄພພິບັດຢູ່ອາຊຽນ; ປຶກສາຫາລືກ່ຽວກັບວິທີປະຕິບັດຂໍ້ສະເໜີແນະດ້ານນະໂຍບາຍເພື່ອເພີ່ມທະວີກົນໄກທາງດ້ານການເງິນ ເພື່ອສ້າງຄວາມສາມາດໃນການຮັບມື ແລະປັບຕົວກັບໄພພິບັດຢູ່ອາຊີຕາເວັນອອກສ່ຽງໃຕ້.

ກອງປະຊຸມໄດ້ສະຫຼຸບວ່າ ຄວາມຕ້ອງການດ້ານການເງິນ ເພື່ອຮັບມືກັບໄພທຳມະຊາດ-ໄພພິບັດຂະໜາດໃຫຍ່ ແລະຂະໜາດນ້ອຍ ແລະຊ໊ອກເກີດຂຶ້ນເລື້ອຍໆແມ່ນສິ່ງທ້າທາຍຮີບດ່ວນທີ່ສຸດຢູ່ອາຊຽນ. ບັນດາຜູ້ແທນຍັງໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການສ້າງກົນໄກອຸປະຖໍາທຶນ ເພື່ອແກ້ໄຂຄວາມສ່ຽງໄພພິບັດ, ການຄຸ້ມຄອງການເງິນສາທາລະນະ ແລະອຸປະກາລະສັງຄົມ ເພື່ອຮັບມືກັບຊ໊ອກ, ພ້ອມທັງເຫັນດີນຳກັນວ່າ ບັນດາກອງປະຊຸມກ່ຽວກັບອຸປະກາລະສັງຄົມ, ການຄຸ້ມຄອງການເງິນສາທາລະນະ ແລະການວິເຄາະຄວາມສ່ຽງແມ່ນບຸລິມະສິດຂອງອາຊຽນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.