ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ຢືນຢັນວ່າລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີນັກລົງທຶນ ແລະ ວິສາຫະກິດສ.ເກົາຫຼີ ສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວລົງທຶນ.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງຕາມການເຫັນດີເປັນເອກະພາບລະຫວ່າງ ຫວຽດນາມ ແລະຈີນ.
ຍສໝ - ຕອນບ່າຍວັນທີ 24 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໃນສະພາບການຂອງການແຜ່ລະບາດຂອງ COVID-19.
ຍສໝ - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສຳພາດກັບ ບັນດາສຳນັກຂ່າວສານຕ່າງປະເທດ ທີ່ປະຈຳຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໜຶ່ງໃນບັນດາຜູ້ນຳຈຳນວນໜ້ອຍ ທີ່ໄດ້ຮັບການເຊື້ອເຊີນກ່າວຄຳປາໄສໃນກອງປະຊຸມປີນີ້ ໂດຍຜູ້ອຳນວຍການໃຫຍ່ອົງການ WHO. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດ COVID-19 ແຕ່ເບື້ອງຕົ້ນ ແລະ ໄດ້ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ.
ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.
ຍສໝ - ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19, ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີ ແກ່ຍາວເວລາແຍກຫ່າງ ໃນສັງຄົມຢູ່ບາງທ້ອງຖິ່ນ, ໃນນັ້ນມີ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.
ຍສໝ - ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae In ໄດ້ຕີລາຄາສູງ ຫວຽດນາມ ໃນການຄວບຄຸມສະພາບການລະບາດຂອງພະຍາດ Covid-19 ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.
ຍສໝ - ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບໃນການຕ້ານການລະບາດ Covid – 19.
ຍສໝ - ໂດຍປະເຊີນໜ້າກັບສະພາບການທີ່ສັບສົນຂອງພະຍາດ COVID-19, ໃນວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງຜູ້ນຳບັນດາປະເທດອາຊຽນ ແລະ ຜູ້ນຳປະເທດນິວຊີແລນ.
ຍສໝ - ມາຮອດປະຈຸບັນ ມີ 17 ຫົວຫນ່ວຍຈົດທະບຽນ ສະຫນັບສະຫນູນດ້ວຍຈຳນວນເງິນກວ່າ 235 ຕື້ດົ່ງ (ປະມານ 10 ລ້ານ USD) , ໃນນັ້ນ ທົ່ວຂະແຫນງທະນາຄານ ສະຫນັບສະຫນູນ ປະມານ 6 ລ້ານ USD. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ແນວໂຮມປະເທດຊາດ ຈະນຳໃຊ້ແຫລ່ງເງິນບໍລິຈາກດັ່ງກ່າວໃຫ້ມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປອ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ.
ຍສໝ - ເປັນປະທານກອງປະຊຸມກ່ຽວກັບການປ້ອງກັນ Covid-19 ໃນວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຖ້າພວກເຮົາຊັກຊ້າໂພດ, ພະຍາດຈະລົບລ້າງພວກເຮົາ; ຖ້າພວກເຮົາບໍ່ຮີບຮ້ອນ, ບໍ່ວ່ອງໄວ, ພະຍາດຈະລະບາດອອກໄປຢ່າງໄວວາ, ບໍ່ສາມາດຄວບຄຸມ.
ຍສໝ - ທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ນຳ ສະພາບແວດລ້ອມດຳລົງຊີວິດຂຽວ - ສະອາດ - ສວຍງາມໃຫ້ແກ່ປະຊາຊົນທົ່ວປະເທດ.
ຍສໝ - ຕອນເຊົ້າວັນທີ 25 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກບັນດາກຳລັງປະກອບອາວຸດນະຄອນດານັ້ງ, ຢ້ຽມຢາມ ແລະ ໂອ້ລົມກັບການນຳຕາແສງຖ້ວນເຟືອກ ເມືອງຫາຍເຈົາ.
ຍສໝ - ຕອນຄ່ຳວັນທີ 19 ມັງກອນ, ຄະນະກຳມະການສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງລາຍການ “ກຳລັງແຮງມະນຸດສະທຳ 2020” ດ້ວຍຫົວຂໍ້ວ່າ ບຸນເຕັດສຳລັບຜູ້ທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ເຖິງການປະຕິສັງຂອນ, ບູລະນະຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊ ເພື່ອສຶກສາຮີດຄອງປະເພນີປະຕິວັດໃຫ້ຮຸ່ນໜຸ່ມ.
ຍສໝ - ຕອນບ່າຍວັນທີ 6 ມັງກອນ 2020, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ພິທີພິທີໄຂປີ ປະທານອາຊຽນ 2020. ນີ້ແມ່ນເຫດການເປີດສາກໃຫ້ແກ່ປີ ອາຊຽນ 2020 ໂດຍຫວຽດນາມ ເປັນປະທານ.