ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ

18:42 | 22/09/2020

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.

ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ ຫວຽດນາມ ຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ
ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ

ວັນທີ 21 ກັນຍາ, ໃນຂອບເຂດວາລະປຶກສາຫາລືລວມຂັ້ນສູງ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 75 ໄດ້ດໍາເນີນ “ວາລະປະຊຸມຂັ້ນສູງ ສະເຫຼີມສະຫຼອງ 75 ປິ ແຫ່ງວັນສ້າງຕັ້ງ ສປຊ” ໂດຍມີການເຂົ້າຮ່ວມຂອງການນໍາຂັ້ນສູງ 137 ທ່ານ ແລະ ລັດຖະມົນຕີບັນດາປະເທດສະມາຊິກ ສປຊ 33 ທ່ານ.

ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: TTXVN)

ໃນສານຝາກເຖິງ ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຈາກຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຈາກສົງຄາມ, ພາຍຫຼັງ 75 ປີ, ໂລກບໍ່ຕ້ອງປະເຊີນໜ້າກັບສົງຄາມໂລກຄັ້ງໃໝ່. ສັນຕິພາບ, ການຮ່ວມມືມິດຕະພາບໄດ້ຮັບການເພີ່ມພູນຄູນສ້າງ, ໄພອຶດຫິວ, ໂລກພະຍາດ ໄດ້ຮັບການຍູ້ຖອຍໄປ; ຊີວິດການເປັນຢູ່ຂອງມະນຸດໄດ້ຮັບການປົວແປງ. ບັນດາຜົນງານໃຫຍ່ຫຼວງນີ້ ບໍ່ສາມາດບັນລຸໄດ້ ຖ້າຫາກວ່າບໍ່ອີງໃສ່ບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ, ບໍ່ສາມາດບັນລຸໄດ້ຖ້າຫາກບໍ່ມີ ສປຊ - ໃຈກາງປະສານງານລວມຂອງບັນດາປະເທດ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

“ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາປະເທດ ທີ່ໄວ້ເນື້ອເຊື່ອໃຈ ເລືອກຕັ້ງ ຫວຽດນາມ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແລະ ຫວຽດນາມ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດໜ້າທີ່ອັນສໍາຄັນນີ້ໃຫ້ເປັນຢ່າງດີທີ່ສຸດ. ພ້ອມທັງເປັນປະທານ ອາຊຽນ 2020, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມພະຍາຍາມກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມວັດທະນາຖາວອນ. ປະຊາຊົນຫວຽດນາມ ຢຶດໝັ້ນພ້ອມກັບບັນດາປະເທດໃນໂລກຮັກສາສັນຕິພາບ, ປະຕິບັດສໍາເລັດບັນດາເປົ້າໝາຍຂອງ ສປຊ ໃນທົ່ວໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ແລະ ຄວາມມານະພະຍາຍາມຢ່າງແຮງ ພວກເຮົາຈະພ້ອມກັນກໍ່ສ້າງໂລກແຫ່ງສັນຕິພາບ ແລະ ອະນາຄົດອັນສົດໃສໃຫ້ວັນນີ້ ແລະ ວັນໜ້າ”

ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການປະຕິຮູບການຮັກສາສັນຕິພາບ

ຍສໝ - ວັນທີ 15 ກັນຍາ (ຕາມເວລາຫວຽດນາມ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມດ້ວຍຮູບການຖ່າຍທອດສົດ ກ່ຽວກັບຫົວຂໍ້ ການປະຕິຮູບການເຄື່ອນໄຫວຮັກສາສັນຕິພາບ.

ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຢູ່ ເຢແມນ ຕ້ອງດຳເນີນການເຈລະຈາເພື່ອສັນຕິພາບ

ຍສໝ - ຫວຽດນາມ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງຄະນະການທູດສະເພາະການເລຂາທິການໃຫຍ່ສະ​ຫະ​ປະ​ຊາ​ຊາດ ກ່ຽວກັບສະພາບການເຢເມນ ແລະ ບັນດາອົງການສະຫະປະຊາຊາດ ໃນການຊຸກຍູ້ການແກ້ໄຂທາງດ້ານການເມືອງຢ່າງຮອບດ້ານສຳລັບເຢແມນ.

ທ ານ ນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວ ນ ຟ ກ ສາມ ກຄ ຮ ວມ ມ ເພ ມ ທະວ ລ ດທ ຫ າຍຝ າຍ ດ ວຍ ໃຈກາງ ແມ ນ ສປຊ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

vovworld.vn

ເຫດການ
302 Found

Found

The document has moved here.