ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ສະມັດຊາໃຫຍ່ອົງການອະນາໄມໂລກ ຄັ້ງທີ 73

14:30 | 20/05/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໜຶ່ງໃນບັນດາຜູ້ນຳຈຳນວນໜ້ອຍ ທີ່ໄດ້ຮັບການເຊື້ອເຊີນກ່າວຄຳປາໄສໃນກອງປະຊຸມປີນີ້ ໂດຍຜູ້ອຳນວຍການໃຫຍ່ອົງການ WHO. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດ COVID-19 ແຕ່ເບື້ອງຕົ້ນ ແລະ ໄດ້ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73 ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73 ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO - ທ່ານ Tedros Adhanom Ghebreyesus, ໃນຕອນຄ່ຳວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງອົງການອະນາໄມໂລກ (WHO) ຄັ້ງທີ 73.

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຕາມຮູບການທາງອອນລາຍ ໃນສຳນັກງານໃຫຍ່ຂອງ WHO ຢູ່ປະເທດສະວິດເຊີແລນ ແລະ ເປັນມື້ທີສອງຂອງກອງປະຊຸມປະຈຳປີນີ້, ພາຍໃຕ້ຫົວຂໍ້ "ການລະບາດຂອງພະຍາດ COVID-19".

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍສະມັດຊາໃຫຍ່ອົງການອະນາໄມໂລກ ຄັ້ງທີ 73. (ພາບ: vietnamplus)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງປັນຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນບັນດາປະເທດ ກ່ຽວກັບບັນດາການສູນເສຍທີ່ໃຫຍ່ຫຼວງ ເຊິ່ງເກີດຈາກການລະບາດຂອງພະຍາດ COVID-19. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ຄະນະແພດໝໍທຸກໆຂັ້ນ ທີ່ກຳລັງຕໍ່ສູ້ກັບການລະບາດຂອງພະຍາດດັ່ງກ່າວ.

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດ COVID-19 ແຕ່ເບື້ອງຕົ້ນ ແລະ ດ້ວຍຄຳຂວັນ “ຕ້ານໂລກລະບາດ ກໍ່ຄືຕ້ານສັດຕູ”, ສະນັ້ນ ໄດ້ລະດົມການສ່ວນຮ່ວມຂອງບັນດາແຫຼ່ງກຳລັງ, ຄື: ອຳນາດການປົກຄອງທຸກຂັ້ນ, ລະບົບສາທາລະນະສຸກແຫ່ງຊາດ, ນັກວິທະຍາສາດ, ການສະໜັບສະໜູນຂອງກຳລັງທະຫານ…ເພື່ອປະຕິບັດການແຍກອອກຫ່າງຂັ້ນສູນກາງ ຢ່າງມີປະສິດຕິຜົນ, ສົມທົບກັບການຄວບຄຸມແຫຼ່ງພະຍາດຕິດ​ເຊື້ອ, ຊອກຄົ້ນການສຳຜັດຕິດຕໍ່, ການທົດສອບວິເຄາະ ແລະ ການປິ່ນປົວ.

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ ລັດຖະບານຫວຽດນາມ ຍອມຮັບ "ການເສຍສະຫຼະຜົນປະໂຫຍດດ້ານເສດຖະກິດໃນໄລຍະສັ້ນ ເພື່ອປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ". ນະໂຍບາຍ ແລະ ມາດຕະການຕ້ານການລະບາດພະຍາດ ຂອງລັດຖະບານຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງສູງ ຈາກປະຊາຊົນ.

ໂດຍສະເພາະ, ທ່ານຫງວຽນຊວນຟຸກ ເນັ້ນໜັກວ່າ ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີສາກົນ, ລະດົມບັນດາແຫຼ່ງກຳລັງ, ເພື່ອຮັບມືການແຜ່ລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ບັນດາປະເທດລ້ວນແຕ່ ໄດ້ເຫັນດີເປັນເອກະພາບວ່າ ການແຜ່ລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ທົ່ວໂລກປະເຊີນ​​ໜ້າກັບບັນດາສິ່ງທ້າທາຍໃໝ່ ແລະ ບໍ່ເຄີຍມີມາກ່ອນ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73 ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ...

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73 ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

ຍສໝ​ - ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ...

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ເຂ າຮ ວມກອງປະຊ ມອອນລາຍ ສະມ ດຊາໃຫຍ ອ ງການອະນາໄມໂລກ ຄ ງທ 73 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳ ຫວຽດນາມ

ຍສໝ - ຕອນເຊົ້າວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປອ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.