ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ

12:27 | 10/08/2020

ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກ ແລະບັນດາຝ່າຍທີ່ກ່ຽວຂ້ອງເພື່ອຕ້ານການກໍ່ການຮ້າຍ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ ຜ່ານໄລຍະ 53 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ອາຊຽນ ໄດ້ກາຍເປັນອົງການຕາງໜ້າໃຫ້ແກ່ບັນດາປະເທດໃນພາກພື້ນ, ມີຄວາມສະໜິດຕິດພັນນຳກັນໃນນໍ້າໃຈໄມຕີຈິດມິດຕະພາບບ້ານໃກ້ເຮືອນຄຽງ ແລະການຮ່ວມມື, ເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ມານະພະຍາຍາມສູ້ຊົນໃຫ້ສັນຕິພາບ, ຄວາມກ້າວໜ້າ ແລະວັດທະນາຖາວອນຂອງປະຊາຊົນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນວັນທີ 8 ສິງຫາ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ. (ພາບ: vietnam+)

ໂດຍໄດ້ຮັບການສ້າງຕັ້ງໃນວັນທີ 8 ສິງຫາ 1967, ໃນເບື້ອງຕົ້ນສະມາຊິກອາຊຽນ ປະກອບມີ 5 ປະເທດ, ຈາກນັ້ນກໍ່ໄດ້ພັດທະນາເປັນຊຸມຊົນທີ່ເຂັ້ມແຂງ ແລະ ມີຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນດ້ວຍຈຳນວນ 650 ລ້ານຄົນ, ໂດຍມີການເຂົ້າຮ່ວມຂອງ 10 ປະເທດອາຊີຕາເວັນອອກສ່ຽງໃຕ້, ປະກອບມີປະເທດໄທ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ສິງກະໂປ, ບຣູໄນ, ຫວຽດນາມ, ລາວ, ມຽນມາ, ແລະ ກຳປູເຈຍ. ຮອດປີ 2019, ອາຊຽນມີພື້ນຖານເສດຖະກິດໃຫຍ່ທີ 5 ໃນໂລກດ້ວຍລາຍໄດ້ຕໍ່ຫົວຄົນ GDP ລວມຫຼາຍກ່ວາ 3.000 ຕື້ USD.

ໃນຖະແຫຼງການ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ ຢູ່ພາຍນອກຂອບເຂດອາຊີຕາເວັນອອກສ່ຽງໃຕ້, ປະຈຸບັນອາຊຽນ ພວມເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມືທັງພາຍໃນ ແລະ ນອກພາກພື້ນ, ໃນນັ້ນມີບັນດາປະເທດມະຫາອຳນາດໃນໂລກ, ແມ່ນກຳລັງຂອງ ບັນດາຂະບວນວິວັດການຮ່ວມມື ແລະ ປຶກສາຫາລື ເພື່ອສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາໃນອາຊີປາຊີຟິກ ແລະ ໃນໂລກ.

ດ້ວຍຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ໃນຖານະທີ່ເປັນປະທານອາຊຽນໃນປີ 2020, ຫວຽດນາມໃຫ້ບຸລິມະສິດສູງ ໃນການຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ການປະສານງານທີ່ມີປະສິດທິຜົນໃນອາຊຽນ, ພ້ອມທັງເພີ່ມທະວີການພົວພັນກັບປະເທດອື່ນໆ ເຊິ່ງເປັນຄູ່ຮ່ວມມື ເພື່ອເສີມສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດໃນການຮັບມືຢ່າງປະສິດຕິຜົນ ຂອງອາຊຽນຕໍ່ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ນັ້ນແມ່ນພະຍາດໂຄວິດ-19 ແລະບັນດາການຫັນປ່ຽນ, ການແກ່ງແຍ້ງກັນຢ່າງແຮງ, ເລິກເຊິ່ງຂອງທົ່ວໂລກ ແລະພາກພື້ນ, ໃນນັ້ນຕ້ອງຍົກສູງຈິດໃຈເຄົາລົບກົດໝາຍ, ລວມມີ UNCLOS 1982.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ອາຊຽນ ຍາມໃດກໍ່ແມ່ນເສົາຄໍ້າສໍາຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີບົດບາດ, ທີ່ຕັ້ງສາກົນສູງແມ່ນຜົນປະໂຫຍດລວມ. ຫວຽດນາມ ກໍາລັງ ແລະຈະມານະພະຍາຍາມຈົນສຸຸຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດສະມາຊິກອາຊຽນ ປະກອບສ່ວນປະຕິບັດເປົ້າໝາຍອັນສູງສົ່ງນີ້ໃຫ້ສໍາເລັດຜົນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດໄດ້ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ

ຍສໝ - ວັນທີ 7 ສິງຫາ, ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) - ໃນຖານະບົດບາດເປັນປະທານອາຊຽນ ຢູ່ ນິວຢອກ - ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). (8 ສິງຫາ 1967 - 8 ສິງຫາ 2020). ...

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ຍ​ສ​ໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະ​ເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາ​ເວັນ​ອອກ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ອາຊຽນ ແມ ນກຳລ ງຫ ກແຫ ງ ໃນນະໂຍບາຍການພ ວພ ນຕ າງປະເທດຂອງຫວຽດນາມ ທະນາຄານ HSBC ຕີລາຄາສູງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ

ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.