ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.
ວັນທີ 27 ມິຖຸນາ, ທ່ານ ຫງວຽນມິງຫວູ້ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ-ຈີນ ໄດ້ມີການພົບປະເຈລະຈາປະຈຳໄລຍະຜ່ານລະບົບທາງໄກກັບທ່ານ Wu Jianghao ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຈີນ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຈີນ-ຫວຽດນາມ.
ຍສໝ - ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ: ການຊ້ອມຮົບຂອງຈີນຢູ່ໝູ່ເກາະ ຮ່ວາງຊາ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ.
ຍສໝ - ຕອນບ່າຍວັນທີ 9 ມິຖຸນາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ມີທັດສະນະກ່ຽວກັບເລື່ອງ ເຮືອບິນ ອົດສະຕາລີ ຖືກເຮືອບິນຂັບໄລ່ ຈີນ ກໍ່ກວນໃນເຂດນ່ານຟ້າຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.
ຍສໝ - ວັນທີ 30 ພຶດສະພາ, ທາງຜ່ານສະພານລອຍນໍ້າຊົ່ວຄາວຢູ່ ກມ3+4 ຫາຍອຽນ (ນະຄອນ ໝອງກາຍ, ແຂວງ ກວາງນີງ) ໄດ້ເປີດຄືນຢ່າງເປັນທາງການຫຼັງຈາກ 3 ເດືອນຖືກປິດ.
ຍສໝ - ເພື່ອແນໃສ່ຍົກສູງປະສິດທິຜົນເສັ້ນທາງລົດໄຟ ລະຫວ່າງ ຫວຽດນາມ ແລະ ຈີນ (ມຸ່ງໄປເຖິງກ໋ວາງຊີ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນານນີງ ໄດ້ພົບປະ, ເຮັດວຽກກັບການນຳພະແນກການຕ່າງປະເທດ ນານນິງ, ພາສີອາກອນ ນານນິງ, ບໍລິສັດໃຫຍ່ ຂົນສົ່ງ Container (ບໍລິສັດໃຫຍ່ເສັ້ນທາງລົດໄຟ ຈິນ).
ຍສໝ - ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຄຸນໝີງ ໄດ້ຂົນຂວາຍແຂວງຢູນນານ (ຈີນ)ຈັດສັນບັນດາຈຸດຕ່າງໆຢູ່ຄຸນໝີງ ແລະ ເຫີໂຄ, ມະລິຟໍ, ຈຸດເຊື່ອມຕໍ່ໜຶ່ງຢູ່ແຂວງເຊສວນ ດ້ວຍ 70 ກວ່າທ່ານ ແລະ ວິສາຫະກິດເຂົ້າຮ່ວມ ເຊື່ອມຕໍ່ກັບກອງປະຊຸມທາງໄກສົ່ງເສີມການບໍລິໂພກໝາກລີນຈີ່ ແຂວງບັກຢາງ ປີ2022.
ຍສໝ - ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ມາລູທ່າງ ໄດ້ສ້າງຕັ້ງຄືນກຸ່ມຕິດຕາມກວດກາການປ້ອງກັນ, ຕ້ານພະຍາດ ແລະ ຈັດສົ່ງພາຫະນະຂົນສົ່ງ, ສິນຄ້າ.
ຍສໝ - ວັນທີ 18 ພຶດສະພາ, ຢູ່ແຫຼມ ຕວນເຈົາ (ນະຄອນ ຮະລອງ),ກະຊວງກະສິກຳ - ພັດທະນາຊົນນະບົດ ຫວຽດນາມ, ກະຊວງກະສິກຳ - ຊົນນະບົດ ຈີນ, ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ຈັດຕັ້ງພິທີປ່ອຍແນວພັນສິນໃນນ້ຳຢູ່ເຂດແຄມຝັ່ງທະເລ ອ່າວພາກເໜືອ ປີ 2022.
ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ.
ກໍາລັງທະຫານຊາຍແດນແຂວງລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໄດ້ຈັດຕັ້ງ 10 ກອງລາດຕະເວນ, ຈັດຕັ້ງການລາດຕະເວນຈາກຫຼັກ ໝາຍຊາຍແດນທີ 87 ເຖິງຫຼັກໝາຍຊາຍແດນທີ 167 ພາຍໃຕ້ຮູບແບບຊາຍແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ.
ຍສໝ - ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ.
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.
ບັນດາການເຄື່ອນໄຫວໃນຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ເວົ້າລວມ, ກຳລັງຕຳຫຼວດທະເລ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບສືບຕໍ່ພັດທະນາຢ່າງດີງາມ.
ຍສໝ - ການສົ່ງອອກສິນຄ້າໄປຈີນ ໃນເດືອນມີນາໄດ້ຟື້ນຕົວຢ່າງແຮງເມື່ອທຽບໃສ່ສອງເດືອນຕົ້ນປີ. ບ້ວງສະສົມໃນ 3 ເດືອນຕົ້ນປີ, ການສົ່ງອອກໄປຈີນ ບັນລຸ 13,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງບິ່ງເຟືອກ ໄດ້ສົມທົບກັບບໍລິສັດໃຫຍ່ Becamex IDC ແລະ ທະນາຄານກໍ່ສ້າງຈີນ (CCB) ຈັດຕັ້ງກອງປະຊຸມທາງອອນໄລ ເພື່ອຊຸກຍູ້ການລົງທຶນກັບວິສາຫະກິດຈີນ.
ຍສໝ - ຕາມກົມສົ່ງອອກ-ນຳເຂົ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ແລ້ວ, ປັດຈຸບັນຄວາມຕ້ອງການນຳເຂົ້າມັນຕົ້ນ ແລະ ແປ້ງມັນຕົ້ນພວມເພີ່ມຂຶ້ນຈາກຕະຫຼາດຈີນ ເຊິ່ງແມ່ນຕະຫຼາດໃຫຍ່ທີ່ສຸດຂອງ ມັນຕົ້ນຫວຽດນາມ.
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືສິດອະທິປະໄຕ, ສິດອຳນາດສານຕໍ່ບັນດາເຂດທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ຍສໝ - ລາຄາໝາກເຜັດຂີ້ໜູຢູ່ນະຄອນເກິນເທີ ແລະ ຫຼາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເພີ່ມຂຶ້ນສູງຢ່າງໜ້ອຍສຸດແຕ່ 5.000 – 10.000 ດົ່ງ/ກີໂລກຼາມ ເມື່ອທຽບໃສ່ກັບກ່ອນນີ້ 1 ເດືອນ.
ຍສໝ - ນະໂຍບາຍ “Zero ໂຄວິດ” ເຊິ່ງຈີນປະຕິບັດ ພວມກໍ່ຄວາມຫຍຸ້ງຍາກໃຫ້ແກ່ທັງຫວຽດນາມ ແລະ ກຳປູເຈຍ ໃນການຍູ້ແຮງການສົ່ງອອກຜັກໝາກໄມ້ ເຂົ້າຕະຫຼາດນີ້...