ວິສາຫະກິດສະໜັບສະໜູນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ໂລກລະບາດ | |
ເຊື້ອພະຍາດ Covid-19: ກອງທັບ ຫວຽດນາມ ໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ |
ກອງປະຊຸມສຳມະນາສາກົນປະຈຳປີກ່ຽວກັບທະເລຕາເວັນອອກ ຄັ້ງທີ 12 ໂດຍ ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຈັດຂຶ້ນ, ຫາກໍ່ດຳເນີນຢູ່ ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ກອງປະຊຸມສຳມະນາໄດ້ດຶງດູດ ການເຂົ້າຮ່ວມຂອງນັກຊ່ຽວຊານ, ວົງການນັກການເມືອງ ແລະ ນັກຄົ້ນ ຄວ້າຫຼາຍທ່ານ ທີ່ມາຈາກບັນດາມະຫາວິທະຍາໄລຂອງ ອາເມລິກາ, ອົດສະຕາລີ, ອິນເດຍ, ອິນໂດເນເຊຍ, ຫວຽດນາມ ແລະ ຟີລິບປິນ.
![]() |
ທ່ານນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງ ປະເທດ ຫວຽດນາມ. ພາບ: vovworld.vn |
ບັນດາຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາລວມມີ ສະພາບການຢູ່ທະເລຕາເວັນອອກ, ການຜັນແປດ້ານນິຕິກຳ ແລະ ຄຸ້ມຄອງການຂັດແຍ້ງ, ຄູ່ຮ່ວມມື ແລະ ກຳລັງຄວາມສາມາດດ້ານການທະຫານ ແລະ ບົດບາດຂອງ ບັນດາສຳພັນທະມິດຢູ່ພາກພື້ນຄື ກຸ່ມ 4 ຝ່າຍ, AUKUS ແລະ ເອີລົບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທະເລຕາເວັນອອກ. ທ່ານນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງ ປະເທດ ຫວຽດນາມ, ໃຫ້ຮູ້ວ່າ:
“ບັນດາບົດກ່າວປາໄສທີ່ກອງປະຊຸມສຳມະນາໄດ້ທົບທວນຄືນການຜັນແປຫວ່າງມໍ່ໆມານີ້, ກໍຄືກ່າວປະນາມບັນດາຄຳຮຽກສິດທາງທະເລຂອງ ຈີນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ. ພິເສດມີຜູ້ຕາງໜ້າຂອງກະຊວງການ ຕ່າງປະເທດ ອາເມລິກາ, ຜູ້ຊ່ວຍວຽກຮັບຜິດຊອບດ້ານກົດໝາຍ, ໄດ້ສະເໜີຄືນໝາກຜົນການຄົ້ນຄວ້າກ່ຽວກັບບັນດາຂອບເຂດການກຳນົດທາງທະເລເລກທີ 150, ຢືນຢັນວ່າ ຖ້າຫາກນຳໃຊ້ທຸກຂໍ້ກຳນົດຂອງກົດໝາຍສາກົນນັ້ນ ຄຳຮຽກສິດຂອງຈີນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ ແລະ ບໍ່ສອດຄ່ອງກັບທຸກພຶດຕິກຳຕົວຈິງ. ລະອຽດແມ່ນ ມີ 80 ພຶດຕິກຳຕົວຈິງກ່ຽວຂ້ອງເຖິງບັນດາໝູ່ເກາະຢູ່ທະເລ ແລະ ທັງໝົດທຸກພຶດຕິກຳຕົວຈິງເຫຼົ່ານີ້ລ້ວນແຕ່ບໍ່ສະໜັບສະໜູນທັດສະນະຂອງ ຈີນ”.
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ ຈີນ ພວມຊຸກຍູ້ ສະພາບໃໝ່ຢູ່ທະເລຕາເວັນອອກ, ບໍ່ເຄົາລົບສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ.
ບູນມີ