ນຳການພົວພັນ ຫວຽດນາມ - ຈີນ ພັດທະນາປອດໄສ, ຍືນຍົງ, ຍາວນານຢ່າງບໍ່ຢຸດຢັ້ງ

11:53 | 06/07/2022

ຍສໝ - ວັນທີ 04 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ເຊິ່ງດຳເນີນຢູ່ ມຽນມາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ.

ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ວາງອີ (ພາບ: TTXVN)
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ວາງອີ (ພາບ: TTXVN)

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ ຖືການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ຢ່າງສະເໝີຕົ້ນສະເໝີປາຍ, ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດໃຫ້ພັດທະນາຢ່າງປອດໄສ, ໝັ້ນຄົງ, ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງ, ການຮ່ວມມືນັບມື້ນັບບັນລຸປະສິດທິຜົນ, ແທດຈິງ.

ທ່ານ​ລັດຖະມົນຕີ ບຸຍແທັງເຊີນ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ຕັ້ງໜ້າ​ຊຸກຍູ້ບັນດາ​ການ​ຢ້ຽມຢາມ, ການພົບປະຂັ້ນສູງ ​ແລະ ທຸກຂັ້ນ; ປາດຖະໜາ​ວ່າ ຈີນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສິນຄ້າ, ພິ​ເສດ​ແມ່ນ​ຜະລິດຕະພັນ​ກະສິກຳ ​ແລະ ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ເພື່ອ​ສົ່ງ​ອອກ​ໄປ​ຈີນ ​ແລະ ສິນຄ້າ​ຫວຽດນາມ ​ສົ່ງ​ອອກ​ຜ່ານຈີນ​ໄປ​ປະ​ເທດ​ທີ 3; ສະ​ເໜີໃຫ້​ສອງ​ຝ່າຍ​ຮັກສາ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກ​ລະບາດ​ໂຄ​ວິດ-19, ຊຸກຍູ້​ການ​ຟື້ນ​ຟູ​ຖ້ຽວ​ບິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ, ​ເລັ່ງການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ທາງ​ບົກ ​ແລະ ​ທາງ​ລົດ​ໄຟ​ຢູ່​ເຂດ​ຊາຍ​ແດນເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາສູ່ກັນ​ຂອງ​ປະຊາຊົນ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ວາງອີ ຢືນຢັນ​ວ່າ ພັກ ​ແລະ ລັດຖະບານ​ຈີນ ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ; ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຫວຽດນາມ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ເໝາະ​ສົມ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ໝັ້ນຄົງ ​ແລະ ມີ​ຜົນ​ປະ​ໂຫຍ​ດທີ່ແທດຈິງ​ໃຫ້​ແກ່​ 2 ປະ​ເທດ ​ແລະ ປະຊາຊົນຂອງສອງປະເທດ; ຢືນຢັນ​ວ່າ, ຈີນ​ຍິນ​ດີ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ ແລະ ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ໂດຍ​ຜ່ານ​ຫຼາຍ​ຮູບ​ຫຼາຍ​ແບບ; ຈີນ​ສະໜັບສະໜູນ​ການ​ເປີດ​ກວ້າງ​ຕະຫຼາດ​ການ​ນຳ​ເຂົ້າ​ສິນຄ້າ​ຄຸນ​ນະພາ​ບສູງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ປະ​ເທດ​ອາ​ຊຽນ; ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ຫວຽດນາມ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ, ປາດ​ຖະໜາ​ຢາກ​ສົມທົບ​ກັບ ຫວຽດນາມ ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ, ເຄົາລົບຜົນປະໂຫຍດຢ່າງຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີກົດບັດສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ສູ້ຊົນບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ; ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.