ຫວຽດນາມ ແນະນຳກ່ຽວກັບຊັບສິນທາງປັນຍາໃນກາປ່ຽນແປງໃໝ່ປະດິດຄິດສ້າງຢູ່ເວທີປາໄສປົວອາວ ອາຊີ

09:39 | 26/07/2022

ຍ​ສ​ໝ - ທ່ານ ເຫີໂຮ້ຮົວ, ຮອງ​ປະທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ, ປະທານ​ເວທີ​ປາ​ໄສປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ສາກົນ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ຄົບ​ຄະນະ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ແທນ​ທີ່ຕາງ​ໜ້າ 20 ກວ່າ​ປະ​ເທດ (ສ.​ເກົາຫຼີ, ຈີນ, ຍີ່ປຸ່ນ, ​ໄທ, ມາ​ເລ​ເຊຍ, ລາວ ແລະ ອື່ນໆ).

ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic  ຄອມພິວເຕີ ອາຊີ - ປາຊີຟິກ ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic ຄອມພິວເຕີ ອາຊີ - ປາຊີຟິກ
ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022 ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022
ຫວຽດນາມ ແນະນຳກ່ຽວກັບຊັບສິນທາງປັນຍາໃນກາປ່ຽນແປງໃໝ່ປະດິດຄິດສ້າງຢູ່ເວທີປາໄສປົວອາວ ອາຊີ
​ເວທີ​ປາ​ໄສ ບົວ​ຢາວ ອາ​ຊີ (ພ​າ​ບ: baoquocte.vn)

ໃນ​ລະ​ຫວ່າງວັນ​ທີ 12 – 13 ກໍ​ລະ​ກົດ ຢູ່​ນະ​ຄອນ ກວາງ​ໂຈ, ​ເວທີ​ປາ​ໄສ ບົວ​ຢາວ ອາ​ຊີ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປະດິດ​ສ້າງ ​ແລະ ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ ດ້ວຍ​ຫົວ​ຂໍ້ "ປ່ຽນ​ແປງ​ໃໝ່ວິທະຍາສາດ​ ແລະ ເຕັກ​ໂນ​ໂລ​ຊີທົ່ວ​ໂລກ ​ແລະ ​ສ້າງ​ລະບົບ​ຊັບ​ສິນ​ທາງ​ປັນຍາ".

ທ່ານ ເຫີໂຮ້ຮົວ, ຮອງ​ປະທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ, ປະທານ​ເວທີ​ປາ​ໄສປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ສາກົນ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ຄົບ​ຄະນະ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ແທນ​ທີ່ຕາງ​ໜ້າ 20 ກວ່າ​ປະ​ເທດ (ສ.​ເກົາຫຼີ, ຈີນ, ຍີ່ປຸ່ນ, ​ໄທ, ມາ​ເລ​ເຊຍ, ລາວ ແລະ ອື່ນໆ).

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ໄດ້​ສຸມ​ໃສ່​ບັນ​ຫາ​ທ່າ​ອ່ຽງ​ປ່ຽນ​ແປງ​ໃໝ່ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສາ​ກົນ, ​ຊັບ​ສິນ​ທາງ​ປັນ​ຍາດ້ານ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແລະ ການ​ພັດ​ທະ​ນາສີ​ຂຽວ​ຢູ່​ເຂດ​ອ່າວ​ກວາງ​ຕຸງ - ຮົງ​ກົງ - ມາ​ກາວ, ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ​ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນ​ຍາ…

ຜູ້ຕາງໜ້າ​ສະຖານກົງສຸນ​ໃຫຍ່ຫວຽດນາມ ປະຈຳ​ກວາງ​ໂຈ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ແນະນຳ​ກ່ຽວ​ກັບ​ບົດບາດ​ຂອງ​ຊັບ​ສິນ​ທາງ​ປັນຍາ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ປະດິດ​ສ້າງ​ຢູ່​ຫວຽດນາມ, ຄວາມ​ສຳຄັນ​ຂອງ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ - ພື້ນຖານ​ຊຸກຍູ້​ການ​ປະດິດ​ສ້າງ ​ແລະ ນະ​ໂຍບາຍ​ຈຳນວນ​ໜຶ່ງທີ່ຕິດພັນກັບການ​ປ່ຽນ​ແປງ​ໃໝ່ປະດິດ​ສ້າງຢູ່ຫວຽດນາມ; ສະ​ເໜີ​ການ​ຄົ້ນຄວ້າ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ​ເພື່ອ​ຊຸກຍູ້​ການ​ປະສານ​ງານ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ເມື່ອແລກປ່ຽນ​ກັບ​ຜູ້​ຕາງ​ໜ້າ​ຫ້ອງການ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ຢູ່ ກ​ວາງ​ໂຈ, ທ່ານ​ລີ​ບາວ​ດົງ, ເລ​ຂາ​ທິການ​​ຂອງ​ເວ​ທີ​ປາ​ໄສ​ຖື​ວ່າ ພະ​ຍາດ​ໂຄວິດ - 19 ໄດ້​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ປ່ຽນ​ແປງ​ໃໝ່​ທົ່ວ​ໂລກ​ຄືນ​ໃໝ່, ປັດ​ຈຸ​ບັນ ອາ​ຊີ​ພວມ​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ພາກ​ພື້ນ​ຕັ້ງ​ໜ້າ​ທີ່​ສຸດ​ໃນ​ທົ່ວ​ໂລກ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່, ໃນ​ນັ້ນ ຈີນ​ສວມ​ບົດ​ບາດຫຼັກ​ແຫຼ່ງ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ປ່​ຽ​ນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຢີ ແມ່ນ​ຂົງ​ເຂດ​ຈຸດ​ສຸມ​ຂອງ​ເວ​ທີ​ປາ​ໄສ​ປົວອາວ ທີ່​ສະ​ຫງວນ​ໃຫ້​ແກ່​ອາ​ຊີ, ໃນ​ນັ້ນໄລຍະຈະ​ມາ​ເຖິງ​ ເວ​ທີ​ປາ​ໄສ​ນີ້​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ການປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ມີ​ກາ​ລະ​ໂອ​ກາດ​ແບ່ງ​ປັນ, ຮ່ຳ​ຮຽນ​ປະ​ສົບ​ການ​ເຊິ່ງ​ກັນ​ແລະ​ກັນ ແລະ ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ປະ​ເທດ​ໃຫ້​ເໝາະ​ສົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.