ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ

13:39 | 14/07/2022

2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ; ຮັກສາປະສິດທິຜົນການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ…

ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ (ພາບ: VGP)
ກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ (ພາບ: VGP)

ວັນທີ 13 ມິຖຸນາ, ຢູ່ນະຄອນ ໜານໜິງ, ແຂວງ ກວາງຊີ, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ພ້ອມກັບທ່ານ ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ໄດ້ເປັນປະທານກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ.

ເມື່ອແລກປ່ຽນທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ; ຮັກສາປະສິດທິຜົນການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ… ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ສະເໜີໃຫ້ ຈີນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງ ຫວຽດນາມ ຜ່ານດ່ານຊາຍແດນທາງບົກ, ທາງລົດໄຟ; ສືບຕໍ່ເປີດປະຕູຕະຫຼາດສຳລັບບັນດາປະເພດໝາກໄມ້ຊະນິດຕ່າງໆຂອງ ຫວຽດນາມ.

ເຫັນດີຕໍ່ບັນດາຂໍ້ສະເໜີຂອງ ຫວຽດນາມ, ທ່ານລັດຖະມົນຕີ ວາງອີ ຮັບປະກັນການຈາລະຈອນຜ່ານແດນຢ່າງລຸລ່ວງຢູ່ບັນດາດ່ານຊາຍແດນ; ພ້ອມແລ້ວຈະເປີດປະຕູ, ຍົກລະດັບຄູ່ດ່ານຊາຍແດນຕາມຄວາມຕ້ອງການຂອງ 2 ປະເທດ. ຈີນ ຈະສືບຕໍ່ເປີດກວ້າງຕະຫຼາດ, ຮ່ວມມືກັບ ຫວຽດນາມ ເພື່ອຮັກສາລະບົບສະໜອງ, ລະບົບຜະລິດໃຫ້ເປັນປົກກະຕິ…

ກ່ຽວກັບເຂດຊາຍແດນ, 2 ຝ່າຍເຫັນດີສົມທົບກັນຄຸ້ມຄອງເຂດຊາຍແດນທາງບົກໃຫ້ເປັນຢ່າງດີ; ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ; ຍູ້ໄວການເຈລະຈາສັນຍາໃໝ່ກ່ຽວກັບການຮ່ວມມືອາຊີບການປະມົງໃນເຂດອ່າວພາກເໜືອ… ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ເນັ້ນໜັກວ່າ 2 ຝ່າຍຕ້ອງມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕືມ; ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ ສອດຄ່ອງກັບກົດໝາຍສາກົນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ສິ້ນສຸດກອງປະຊຸມ, ການນຳ 2 ທ່ານໄດ້ຖະແຫຼງ 2 ຝ່າຍລົງນາມໃນເອກະສານຮ່ວມມືສຳຄັນບາງສະບັບ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.